ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ພ້ອມຄະນະຜູ້ແທນລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດໜຶ່ງແລວທາງໜຶ່ງເສັ້ນທາງ (The Belt and Road Summit) ຄັ້ງທີ 10 ທີ່ເຂດປົກຄອງພິເສດຮົງກົງ ສປ ຈີນ.
ກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ແມ່ນເວທີປຶກສາຫາລືໜຶ່ງທີ່ສໍາຄັນໃນລະດັບສາກົນທີ່ຈັດຂຶ້ນໃນທຸກໆປີ ເພື່ອແນໃສ່ສົ່ງເສີມການຮ່ວມມືຂອງພາກທຸລະກິດຢູ່ບັນດາປະເທດສະມາຊິກ ທີ່ລິເລີ່ມ “ໜຶ່ງແລວທາງໜຶ່ງເສັ້ນທາງ” ຂອງ ສປ ຈີນ. ກອງປະຊຸມດັ່ງກ່າວຈະປ່ຽນແປງຫົວຂໍ້ສົນທະນາໃນແຕ່ລະປີ ເຊິ່ງໃນປີ 2025 ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ການຮ່ວມມືເພື່ອການປ່ຽນແປງ, ເພື່ອສ້າງອານາຄົດຮ່ວມກັນ (collaboration for Change, Shape a shared future)” ໂດຍພາຍໃຕ້ການເປັນປະທານຂອງ ທ່ານຫົວໜ້າຄະ ນະບໍລິຫານງານເຂດປົກຄອງພິເສດຮົງກົງ ສປ ຈີນ ພ້ອມດ້ວຍບັນດາຄະນະຜູ້ແທນຕ່າງປະເທດລະດັບສູງທີ່ເຂົ້າຮ່ວມ. ເຊິ່ງປະກອບມີຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງລັດຖະມົນຕີ ຫຼື ຜູ້ຕາງໜ້າລັດຖະບານ. ນອກນັ້ນ, ຍັງມີປະມຸກລັດ, ຫົວໜ້າລັດຖະບານ, ຫົວໜ້າອົງການຈັດຕັ້ງສາກົນ ແລະ ຜູ້ນໍາພາກທຸລະກິດຈາກທົ່ວໂລກເຂົ້າຮ່ວມຫຼາຍພັນຄົນ ຈາກ 100 ກ່ວາປະເທດ.
ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ແມ່ນເປັນການຍົກສູງບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ທັງເປັນກາລະໂອກາດໂຄສະນາເຜີຍແຜ່ນະໂຍບາຍເປີດກວ້າງການພົວພັນ ຮ່ວມມືກັບຕ່າງປະເທດຂອງ ສປປ ລາວ, ສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຈາກຕ່າງປະເທດໃຫ້ເຂົ້າມາດໍາເນີນທຸລະກິດ ແລະ ທ່ອງທ່ຽວຢູ່ ສປປ ລາວ; ຍາດແຍ່ງການສະໜັບສະໜູນຊ່ວຍເຫຼືອທາງດ້ານທຶນຮອນ ແລະ ເຕັກນິກວິຊາການ ເພື່ອໝູນໃຊ້ເຂົ້າໃນການພັດທະນາເສດຖະກິດ ຂອງ ສປປ ລາວ; ເປີດໂອກາດໃນການສ້າງເຄືອຂ່າຍ, ສ້າງຄວາມໃກ້ຊິດຕິດແທດກັບບັນດາຜູ້ນໍາພັກລັດ, ພາກເອກະຊົນ ແລະ ອົງການຈັດຕັ້ງຕ່າງໆ; ຖອດຖອນບົດຮຽນອັນດີກັບຄະນະຜູ້ແທນລະດັບສູງຈາກປະເທດອື່ນທີ່ເຂົ້າຮ່ວມ; ຮັບຮູ້ຂໍ້ມູນຢ່າງເລິກເຊິ່ງກ່ຽວກັບບັນດາທ່າອ່ຽງສໍາຄັນຂອງໂລກ, ນະໂຍບາຍ ແລະ ບັນຫາສໍາຄັນຂອງພາກພື້ນ ກໍຄືສາກົນ; ປຶກສາຫາລືກັບພາກສ່ວນອື່ນໆ ເພື່ອຊອກຊ່ອງທາງແກ້ໄຂບັນຫາເສດຖະກິດ ແລະ ບັນຫາຕ່າງໆຮ່ວມກັນ.
ໃນກອງປະຊຸມດັ່ງກ່າວ, ທ່ານ ສັນຕິພາບ ພົມວິຫານ ໄດ້ຂຶ້ນກ່າວມີຄໍາເຫັນໃນວາລະພິເສດຂອງ ວັນທີ 11 ກັນຍາ 2025 ວ່າດ້ວຍຜົນສໍາເລັດ, ການຖອດຖອນບົດຮຽນ ແລະ ການຍາດແຍ່ງຜົນປະໂຫຍດຂອງ ສປປ ລາວ ໃນການລິເລີ່ມຈັດຕັ້ງປະຕິບັດນະໂຍບາຍໜຶ່ງແລວທາງໜຶ່ງເສັ້ນທາງ ໂດຍໄດ້ຍົກໂຄງການຮ່ວມມືລົດໄຟ ລາວ-ຈີນ ເປັນໂຄງການຕົວແບບໃນການສ້າງ ແລະ ພັດທະນາເສດຖະກິດ-ສັງຄົມ ແຫ່ງ ສປປ ລາວ ໃນໄລຍະຜ່ານມາ, ສ້າງມູນຄ່າທາງດ້ານການຄ້າ-ການລົງທຶນ, ການຂົນສົ່ງໂດຍສານ-ສິນຄ້າ, ການທ່ອງທ່ຽວ, ສ້າງວຽກເຮັດງານທໍາ ຕາມທິດນະໂຍບາຍໃນການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດ ແລະ ຫັນເປັນສູນກາງການຂົນສົ່ງອາຊຽນ (Logistic hub)ໃນອານາຄົດອັນໃກ້ນີ້.