• ສະຖາບັນການເງິນ – ການບັນຊີ
  • |
  • 2025-09-22
  • |
  • ວຽກວິຊາສະເພາະ

        ໃນວັນທີ 22 ກັນຍາ 2025 ກະຊວງການເງິນ ໄດ້ຈັດຝຶກອົບຮົມວຽກງານບັນຊີອົງການຈັດຕັ້ງລັດ ໃຫ້ພະນັກງານ-ລັດຖະກອນ ຂະແໜງການເງິນ ຂັ້ນເມືອງ 05 ແຂວງ ພາກກາງ, ໂດຍການເປັນປະທານຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ, ມີຜູ້ຕາງໜ້າຈາກກົມຈັດຕັ້ງ, ກົມຄຸ້ມຄອງບັນຊີ, ວິທະຍາກອນ ແລະ ນັກສຳມະນາກອນ ຂອງຂະແໜງການເງິນ 05 ແຂວງພາກກາງເຂົ້າຮ່ວມ.

        ໃນກອງປະຊຸມ ທ່ານ ຟອງສີສຸພັນ ພົມມະວົງ ຫົວໜ້າສະຖາບັນເສດຖະກິດ-ການເງິນ ໄດ້ໃຫ້ຮູ້ວ່າ: ການຝຶກອົບຮົມໃນຄັ້ງນີ້ ເພື່ອເພີ່ມທະວີຄວາມຮູ້ດ້ານວຽກງານບັນຊີອົງການຈັດຕັ້ງລັດ ໃຫ້ແກ່ພະນັກງານ, ນາຍບັນຊີ ຂອງອົງການຈັດຕັ້ງລັດທຸກຂະແໜງການທີ່ນຳໃຊ້ງົບປະມານລັດ ໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ກ້ວາງຂວາງ ແລະ ສາມາດນໍາເອົາເນື້ອໃນບົດຮຽນທີ່ໄດ້ຈາກການຝຶກອົບຮົມໃນຊຸດນີ້ ໄປຈັດຕັ້ງຜັນຂະຫຍາຍ ແລະ ແນະນໍາ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຢ່າງມີປະສິດທິພາບ. ໃນການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນຈະໄດ້ຮັບຟັງການແນະນຳ ແລະ ການບັນຍາຍຈາກວິທະຍາກອນ 03 ພາກສ່ວນຄື: ກົມຄຸ້ມຄອງການບັນຊີ, ສະຖາບັນການເງິນ-ການບັນຊີ ແລະ ບໍລິສັດຜູ້ພັດທະນາໂປຼແກຣມບັນຊີແຫ່ງລັດ. ພ້ອມນັ້ນ, ນັກສໍາມະນາກອນ ຈະໄດ້ຄົ້ນຄ້ວາລົງເລິກ 3 ຫົວຂໍ້ ຄື: 1) ຄວາມຮູ້ພື້ນຖານກ່ຽວກັບວຽກງານບັນຊີແຫ່ງລັດ; 2) ເຕັກນິກການບັນທຶກບັນຊີ ແລະ 3) ໂປຼແກຣມບັນຊີອົງການຈັດຕັ້ງລັດ.

        ໂອກາດນີ້, ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ສະແດງຄວາມຊົມເຊີຍຕໍ່ນັກສຳມະນາກອນ ຂອງຂະແໜງການເງິນ ຂັ້ນເມືອງ 05 ແຂວງພາກກາງ ທີ່ເຂົ້າຮ່ວມຝຶກອົບຮົມວຽກງານບັນຊີອົງການຈັດຕັ້ງລັດ, ເຊິ່ງມີສໍາຄັນໃນການຄຸ້ມຄອງການເງິນ, ຊັບສິນ, ລາຍຮັບ-ລາຍຈ່າຍ ຂອງອົງກອນຢ່າງຖືກຕ້ອງ ແລະ ຊັດເຈນ, ເຊິ່ງວຽກງານ ດັ່ງກ່າວ ແມ່ນພື້ນຖານສໍາລັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ແຫຼ່ງຂໍ້ມູນສໍາຄັນສໍາລັບການວາງແຜນ, ການຄຸ້ມຄອງ ແລະ ການກວດສອບຂໍ້ມູນທາງບັນຊີຢ່າງເປັນລະບົບ ແລະ ຮັບປະກັນໄດ້ເຖິງຄວາມຖືກຕ້ອງ, ຊັດເຈນ, ໂປ່ງໃສ ແລະ ທັນເວລາ ແລະ ປ້ອງກັນການຮົ່ວໄຫຼຂອງງົບປະມານ ເຮັດໃຫ້ມີຄວາມສອດຄ່ອງກັບມາດຕະຖານ. ພ້ອມດຽວກັນນັ້ນ, ການຄຸ້ມຄອງການບັນຊີ ຈະຕ້ອງໄດ້ຮັບຮູ້ກ່ຽວກັບຫຼັກການ ແລະ ເຕັກນິກການບັນທຶກ, ເກັບກຳຂໍ້ມູນບັນຊີ ທີ່ຮັບປະກັນຄວາມຖຶກຕ້ອງ ແລະ ການສະຫຼຸບໃນການສ້າງບົດລາຍງານການເງິນ ເຮັດໃຫ້ການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານເຂົ້າສູ່ກົດໝາຍ ແລະ ລະບຽບການ ຢ່າງຖືກຕ້ອງ; ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໃຫ້ນັກສໍາມະນາກອນ ເອົາໃຈໃສ່ໃນການແລກປ່ຽນ ຍາດແຍ່ງເອົາບົດຮຽນ ແລະ ປະສົບການຕົວຈິງ ນໍາວິທະຍາກອນ ແລະ ຜູ້ເຂົ້າຮ່ວມຝຶກອົບຮົມດ້ວຍກັນດ້ວຍຄວາມຮັບຜິດຊອບສູງ, ພ້ອມທັງປະຕິບັດລະບຽບ ແລະ ສອບເສັງທົດສອບ ໃຫ້ຜ່ານເກນຕາມມາດຕະຖານທີ່ກໍານົດໄວ້ໃນຫຼັກສູດຝຶກອົບຮົມ ເພື່ອນຳເອົາຄວາມຮູ້ຂອງການຝຶກອົບຮົມຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງຂອງຕົນຕາມພາລະບົດບາດ.

      ຊຸດຝຶກອົບຮົມຄັ້ງນີ້ ຈະໄດ້ຝຶກເປັນ ເວລາ 10 ວັນ ແຕ່ວັນທີ 22 ກັນຍາ ຫາ 03 ຕຸລາ 2025.

© 2025 Copyright: ກະຊວງການເງິນ, ສປປ ລາວ