ໃນວັນທີ 19 ກັນຍາ 2025 ກະຊວງການເງິນ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບ ຮ່າງ ແຜນພັດທະນາຂະແໜງການເງິນແຫ່ງລັດ ໄລຍະ 05 ປີ (2026-2030) ໂດຍການເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງການເງິນ, ມີບັນດາທ່ານ ຫົວໜ້າ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ສະຖາບັນ, ສູນສະຖິຕິແຫ່ງຊາດ, ຄະນະກຳມະການຮ່ວມມື ລາວ-ຫວຽດ, ຮ່ວມມື ລາວ-ຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ນາງ ພອນວັນ ອຸທະວົງ ໄດ້ມີຄໍາເຫັນວ່າ: ເພື່ອລົງເລີກປຶກສາຫາລື ແລະ ລະດົມຄໍາຄິດເຫັນຈາກບັນດາທ່ານ ຕໍ່ ຮ່າງ ແຜນພັດທະນາຂະແໜງການເງິນສະບັບດັ່ງກ່າວ ຈະເປັນເຄື່ອງມື ເພື່ອຮັບປະກັນໄດ້ຕໍ່ທິດທາງ, ຄາດໝາຍສູ້ຊົນ ທີ່ພວກເຮົາ ຈະຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ໃນ 5 ປີ (2026-2030) ຂ້າງໜ້າ, ໃນນັ້ນ ຕ້ອງວາງບັນດານະໂຍບາຍ, ມາດຕະການ, ກົນໄກ ແລະ ມີວິທີການ ທີ່ລະອຽດ, ຈະແຈ້ງ ແລະ ສອດຄ່ອງກັບຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ ເພື່ອຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ເຮັດໃຫ້ວຽກງານ ການເງິນ-ງົບປະມານແຫ່ງລັດ ມີທ່າຕັ້ງໜ້າທີ່ດີຂຶ້ນກວ່າເກົ່າ. ສະນັ້ນ, ການສ້າງ ແລະ ກຳນົດ ແຜນພັດທະນາຂະແໜງການເງິນແຫ່ງລັດ ຕ້ອງສອດຄ່ອງກັບການຜັນຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ທ່າແຮງຂອງແຕ່ລະຂະແໜງການ ຕາມທິດ ສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ (ສອຈ), ມີການພັດທະນາທັງດ້ານປະລິມານ ແລະ ຄຸນນະພາບ ຢ່າງຕໍ່ເນື່ອງ. ພ້ອມນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ຮັບຟັງການນໍາສະເໜີ ຄວາມຄືບໜ້າ ແລະ ເນື້ອໃນຕົ້ນຕໍ ຂອງ ຮ່າງ ແຜນພັດທະນາຂະແໜງການເງິນແຫ່ງລັດ ໄລຍະ 05 ປີ (2026-2030) ຈາກທ່ານ ຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງິນ ນອກນັ້ນ, ກອງປະຊຸມໄດ້ພ້ອມກັນຄົ້ນຄ້ວາປຶກສາຫາລື ແລກປ່ຽນຄຳເຫັນ ຢ່າງກົງໄປ-ກົງມາ ດ້ວຍຄວາມຮັບຜິດຊອບສູງ ຂອງຜູ້ແທນເຂົ້າຮ່ວມກອງປະຊຸມ ໃນການປະກອບຄຳເຫັນ, ລົງເລີກຄົ້ນຄວ້າຢ່າງວິທະຍາສາດ ຕໍ່ ຮ່າງ ແຜນພັດທະນາຂະແໜງການເງິນ ໄລຍະ 05 ປີ (2026-2030) ບົນພື້ນຖານວຽກງານທີ່ຕິດພັນກັບແຕ່ລະພາກສ່ວນ, ໂດຍເນັ້ນໃສ່ ວຽກງານຄຸ້ມຄອງລາຍຮັບ, ຄຸ້ມຄອງລາຍຈ່າຍ, ການຄຸ້ມຄອງລັດວິສາຫະກິດ, ຄຸ້ມຄອງໜີ້ສິນສາທາລະນະ, ວຽກສະຖິຕິ, ວຽກຈັດຕັ້ງ ແລະ ພະນັກງານ, ພັດທະນາການເງິນເປັນທັນສະໄໝ ແລະ ວຽກອື່ນໆ, ທັງໝົດນີ້ແມ່ນເພື່ອໃຫ້ພວກເຮົາສາມາດ ກຳນົດທິດທາງລວມ, ຄາດໝາຍມະຫາພາກ ແລະ ແມ່ນວຽກຈຸດສຸມ ໃນແຕ່ລະດ້ານ ໃຫ້ມີຄວາມຊັດເຈນ, ພາວະວິໄສ ແລະ ສອດຄ່ອງກັບທິດທາງການພັດທະນາແບບຍືນຍົງ.
