• ກະຊວງການເງິນ
  • |
  • 2025-09-19
  • |
  • ວຽກວິຊາສະເພາະ

ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ປິດການຝຶກອົບຮົມໃຫ້ຄູຝຶກຂັ້ນແຂວງ ຂອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ໃນວັນທີ 19 ກັນຍາ 2025 ໂດຍການເປັນປະທານຂອງ  ທ່ານ ລຽນທອງ ສຸພານີ ຮັກສາການຫົວໜ້າກົມສະຖິຕິເສດຖະກິດ ແລະ ສັງຄົມຫົວໜ້າຫ້ອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຂັ້ນສູນກາງ ມີ ຄະນະກົມ, ຄະນະພະແນກ ແລະ ວິຊາການຈາກສູນສະຖິຕິແຫ່ງຊາດ, ກະຊວງການເງີນ ພ້ອມດ້ວຍ ນັກສຳມະນາກອນທີ່ມາຈາກ 17 ແຂວງ, ນະຄອນຫຼວງວຽງຈັນ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ວິໄລສຸກ ສີສຸລາດ ຮອງຫົວຫນ້າກົມສະຖິຕິເສດຖະກິດ ແລະ ສັງຄົມ, ຮອງຫົວຫນ້າຫ້ອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຂັ້ນສູນກາງ ລາຍງານຜົນສຳເລັດການຝຶກອົບຮົມໃຫ້ຄູຝຶກຂັ້ນແຂວງ ຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025, ໃນລະຫວ່າງວັນທີ 09-19 ກັນຍາ 2025 ເຊິ່ງເຫັນໄດ້ຜົນໄດ້ຮັບຫຼາຍດ້ານ ເປັນຕົ້ນແມ່ນ ເຮັດໃຫ້ນັກສຳມະນາກອນມີຄວາມຮູ້ ແລະ ຄວາມເຂົ້າໃຈກອບແນວຄວາມຄິດ, ນິຍາມ, ວິທີການເກັບກຳຂໍ້ມູນໂດຍນຳໃຊ້ແທັບເລັດ, ຂະບວນການ ແລະ ຂັ້ນຕອນໃນການຈັດຕັ້ງປະຕິບັດການເກັບກໍາຂໍ້ມູນຢູ່ພາກສະໜາມເອກະພາບ ຕໍ່ກັບເນື້ອໃນ, ວິທີການເກັບກຳຂໍ້ມູນ, ການກວດກາຕິດຕາມພາກສະໜາມ ແລະ ແຜນການເດີນສຳຫຼວດ ສຳລັບການເກັບກຳຂໍ້ມູນຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອໄສ.

ໂອກາດນີ້ ທ່ານ ລຽນທອງ ສຸພານີ ສະແດງຄວາມຍ້ອງຍໍ ແລະ ຊົມເຊີຍ ຕໍ່ກັບຜົນສຳເລັດໃນການຝຶກອົບຮົມ ຄູຝຶກຂັ້ນແຂວງໃນຄັ້ງນີ້ ແລະ ໃຫ້ຮູ້ຕື່ມວ່າ: ການຝຶກອົບຮົມຄູຝຶກໃນຄັ້ງນີ້ ແມ່ນມີຄວາມສຳຄັນທີ່ສຸດ ເປັນໝາກຫົວໃຈຕັດສິນຕໍ່ກັບຜົນສຳເລັດ, ຄຸນນະພາບ, ພາບພົດ ແລະ ກຽດສັກສີຂອງ ສປປ ລາວ ຕໍ່ເວທີສາກົນ ໃນການຈັດຕັ້ງປະຕິບັດການສຳຫຼວດໃຫ່ຍລະດັບຊາດ, ທຸກພາກສ່ວນຄະນະນຳຂັ້ນສູນກາງ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາປະເທດຕ່າງໆ ກຳລັງຈັບຕາເບິ່ງຢ່າງໃກ້ຊິດ, ຖ້າທຸກພາກສ່ວນເຮັດໄດ້ດີ ຖືກຕ້ອງຕາມລະບຽບຫຼັກການ ແລະ ມາດຕະຖານຂອງສາກົນ ຈະສົ່ງຜົນທາງບວກ ແລະ ເປັນແບບຢ່າງໃຫ້ປະເທດອື່ນໆ ກົງການຂ້າມຖ້າເຮົາເຮັດບໍ່ໄດ້, ການສໍາຫຼວດບໍ່ມີຄຸນນະພາບ ແລະ ບໍ່ເປັນທີ່ຍອມຮັບຂອງສາກົນ ກໍ່ຈະສົ່ງຜົນທາງລົບຕໍ່ປະເທດຊາດ ຕໍ່ພາບພົດຂອງ ສປປ ລາວ, ເສຍງົບປະມານ, ເສຍທຶນຮອນ ແລະ ຂາດຄວາມໃວ້ວາງໃຈຂອງສາກົນ.

© 2025 Copyright: ກະຊວງການເງິນ, ສປປ ລາວ