• ກະຊວງການເງິນ
  • |
  • 2025-09-20
  • |
  • ຂ່າວເສດຖະກິດ-ການເງິນ

                             ທຄຕລ ອອກຈໍາໜ່າຍຮຸ້ນສາມັນເພີ່ມທຶນໃຫ້ຜູ້ຖືຮຸ້ນເດີມ ແລະ ມວນຊົນທົ່ວໄປ 𝐑𝐎/𝐏𝐎

        ໃນວັນທີ 19 ກັນຍາ 2025 ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຮ່ວມກັບບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ (ບລຈ), ໄດ້ຈັດງານນໍາສະເໜີຂໍ້ມູນການອອກຈຳໜ່າຍຮຸ້ນສາມັນເພີ່ມທຶນໃຫ້ແກ່ຜູ້ຖືຮຸ້ນເດີມ (Right Offering-RO) ແລະ ມວນຊົນທົ່ວໄປ (Public Offering - PO) ເພື່ອເປີດໂອກາດໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາມີສ່ວນໃນການເປັນເຈົ້າຂອງ ທຄຕລ.

        ໂດຍເປັນກຽດເຂົ້າຮ່ວມງານຂອງທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ, ປະທານສະພາບໍລິຫານ ທຄຕລ ແລະ ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າຈາກສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ, ສະມາຊິກສະພາບໍລິຫານ ທຄຕລ, ຄະນະອໍານວຍການ ທຄຕລ, ບັນດາບໍລິສັດຫຼັກຊັບ, ຜູ້ຖືຮຸ້ນ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

        ໃນພິທີ, ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ຂຶ້ນສະໜີຈຸດປະສົງຂອງການຈັດງານການອອກຈຳໜ່າຍຮຸ້ນເພີ່ມທຶນໃນຄັ້ງນີ້ ເປັນການເປີດໂອກາດໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາມີສ່ວນໃນການເປັນເຈົ້າຂອງ ທຄຕລ ຮ່ວມກັນ; ການສະເໜີຮຸ້ນຄັ້ງນີ້ໄດ້ແບ່ງອອກເປັນສອງສ່ວນຄື: ສະເໜີຂາຍໃຫ້ແກ່ຜູ້ຖືຮຸ້ນເດີມ (RO) ເປັນການເປີດໂອກາດໃຫ້ຜູ້ຖືຮຸ້ນປັດຈຸບັນສາມາດຈອງຊື້ຮຸ້ນໄດ້ຕາມອັດຕາສ່ວນທີ່ກຳນົດ ແລະ ສະເໜີຂາຍໃຫ້ມວນຊົນທົ່ວໄປ (PO) ເປັນການເປີດໂອກາດໃຫ້ນັກລົງທຶນທົ່ວໄປ,ທັງບຸກຄົນ ແລະ ນິຕິບຸກຄົນ, ສາມາດເຂົ້າເຖິງການເປັນເຈົ້າຂອງຮຸ້ນຂອງ ທຄຕລ ໄດ້ໂດຍລວມທັງໝົດ 𝟓𝟎𝟔,𝟐𝟓𝟓,𝟓𝟎𝟎 ຮຸ້ນ; ມີມູນຄ່າກໍານົດ (Par Value) 1,000 ກີບ/ຮຸ້ນ.

        ສໍາລັບລາຄາອອກຈໍາໜ່າຍໃຫ້ແກ່ຜູ້ຖືຮຸ້ນເດີມແມ່ນ 𝟏,𝟔𝟒𝟎 ກີບ/ຮຸ້ນ, ເຊິ່ງໄລຍະການຈອງຊື້ຮຸ້ນສໍາລັບຜູ້ຖືຮຸ້ນເດີມ (𝐑𝐎) ລະຫວ່າງວັນທີ 𝟐𝟐-𝟐𝟔/𝟎𝟗/𝟐𝟎𝟐𝟓 ແລະ ລາຄາອອກຈໍາໜ່າຍໃຫ້ແກ່ມວນຊົນທົ່ວໄປແມ່ນ 𝟏,𝟕𝟑𝟎 ກີບ/ຮຸ້ນ, ໄລຍະການຈອງຊື້ຮຸ້ນສຳລັບມວນຊົນທົ່ວໄປ (𝐏𝐎) ລະຫວ່າງວັນທີ 𝟐𝟗/𝟎𝟗/𝟐𝟎𝟐𝟓 ຫາ 𝟎𝟑/𝟏𝟎/𝟐𝟎𝟐𝟓, ລູກຄ້າສາມາດຈອງໄດ້ທີ່ບໍລິສັດຫຼັກຊັບລາວ-ຈີນມະຫາຊົນ, ບໍລິສັດຫຼັກຊັບ BCEL-KT ຈຳກັດ, ບໍລິສັດຫຼັກຊັບ LDB ຈຳກັດຜູ້ດຽວ; ສຳນັກງານໃຫ່ຍ ທຄຕລ ແລະ ບັນດາສາຂາທຄຕລ ທົ່ວປະເທດ ໃນເວລາ 8:30 ຫາ 15:30 ໂມງຕາມວັນກຳນົດດັ່ງກ່າວ.

        ພາຍໃນງານຍັງໄດ້ຮັບຟັງການນໍາສະເໜີປະຫວັດຄວາມເປັນມາ ແລະ ພາບລວມການດຳເນີນທຸລະກິດຂອງ ທຄຕລ ແລະ ທິດທາງໃນແຜນການຕໍ່ໜ້າອີກດ້ວຍ. ນອກນັ້ນ, ຍັງໄດ້ຮັບຟັງການນຳສະເໜີຂໍ້ມູນຕົວເລກຖານະການເງິນທີ່ພົ້ນເດັ່ນຂອງ ທຄຕລ ແລະ ຕົວຊີ້ວັດດ້ານການເງິນ, ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ລົງທຶນໃນການຈັບຈອງຊື້ຮຸ້ນຂອງ ທຄຕລ ນໍາອີກດ້ວຍ.

             ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທັນສະໄໝ ວ່ອງໄວ ໝັ້ນໃຈ

© 2025 Copyright: ກະຊວງການເງິນ, ສປປ ລາວ