ໃນຕອນບ່າຍຂອງວັນທີ 18 ກັນຍາ 2025 ກະຊວງການເງິນ ໄດ້ຈັດກອງປະຊຸມລະດັບສູງ ກ່ຽວກັບການກຳນົດ ຄາດໝາຍດ້ານເງິນຕາ ແຜນປີ 2026 ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໂດຍການເປັນປະທານຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງການເງິນ, ມີທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ນາງ ພອນວັນ ອຸທະວົງ ໄດ້ມີຄຳເຫັນວ່າ: ເພື່ອສ້າງຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບ ກ່ຽວກັບຕົວຊີ້ບອກດ້ານເງິນຕາທີ່ມີຄວາມສຳຄັນ ແລະ ຈຳເປັນ ເພື່ອປະກອບເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ເພື່ອກຳນົດທິດທາງນະໂຍບາຍ ແລະ ຮັກສາສະຖຽນລະພາບເສດຖະກິດມະຫາພາກ ຮັບປະກັນການເຕີບໂຕເສດຖະກິດໃຫ້ຍືນຍົງ. ເຊິ່ງການປະເມີນຜົນກາງສະໄໝ ແຜນການ 5 ປີ ຄັ້ງທີ IX ເຫັນວ່າ: ພວກເຮົາມີຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຫຼາຍ ສະແດງອອກ ເງິນເຟີ້ຢູ່ໃນລະດັບສູງ, ອັດຕາແລກປ່ຽນທີ່ຜັນຜວນແຮງ, ເສດຖະກິດຂະຫຍາຍຕົວຊ້າ, ລາຄາພະລັງງານຖີບຕົວຂຶ້ນສູງ ແລະ ອື່ນໆ, ເຮັດໃຫ້ການດັດປັບບາງນະໂຍບາຍບາງຄັ້ງອາດບໍ່ໄປລວງດຽວກັນຢ່າງເຕັມສ່ວນ. ສະນັ້ນ, ເພື່ອເພີ່ມຄວາມຢືດຢຸ່ນໃນການດຳເນີນນະໂຍບາຍດ້ານເງິນຕາ ທະນາຄານແຫ່ງ ສປປ ລາວ ໄດ້ສຸມໃສ່ພະຍາຍາມໃນການກຳນົດທິດທາງໃຫ້ຄວາມຊັດເຈນ ໂດຍ ກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ໄດ້ມີຮ່ວມກັນປຶກສາຫາລືແຕ່ລະໄລຍະ ແລະ ມາຮອດປັດຈຸບັນ ການຈັດຕັ້ງປະຕິບັດແຜນເງິນຕາ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ທະນາຄານແຫ່ງ ສປປ ລາວ ໄດ້ກໍານົດຄາດໝາຍຕົ້ນຕໍ ແລະ ປີ່ນອ້ອມ. ພ້ອມນັ້ນ, ທ່ານ ສີຈັນທາ ທຳມະວົງ ຫົວໜ້າກົມແຜນການ ໄດ້ນຳສະເໜີກ່ຽວກັບຕົວຊີ້ບອກດ້ານມະຫາພາກ ໃນຂອບແຜນພັດທະນາ ເສດຖະກິດ-ສັງຄົມ ຄັ້ງທີ I ຫາ X ໄດ້ໃຫ້ຮູ້ວ່າ: ແຜນໃນແຕ່ລະໄລຍະ ມີເປົ້າໝາຍ ແລະ ບູລິມະສິດຕ່າງກັນ ຂຶ້ນກັບສະພາບຄວາມເປັນຈິງ ເຊັ່ນ: ການເຕີບໂຕ, ການຄອບຄຸມເງິນເຟີ້, ສະຖຽນລະພາບເງິນຕາ, ການພັດທະນາສັງຄົມ, ການປົກປັກຮັກສາສິ່ງແວດລ້ອມ. ໃນນັ້ນ, ການເຕີບໂຕຂອງເສດຖະກິດ ນັບແຕ່ປີ 1981-1985 ສະເລ່ຍ 5.5% ໄລຍະຕົ້ນປະຕິຮູບເສດຖະກິດ, ປີ 1986-1990 ສະເລ່ຍ 4.5% ໄລຍະກົນໄກເສດຖະກິດຕະຫຼາດ, ເງິນເຟີ້ສູງ 2-3 ຕົວເລກ, ປີ 1991-1995 ສະເລ່ຍ 6.4 % ໄລຍະການນໍາໃຊ້ເງິນຕາຕ່າງປະເທດ, ປີ 1996-2000 ສະເລ່ຍ 6.2% ໄລຍະການສືບຕໍ່ປະຕິຮູບເສດຖະກິດ, ປີ 2001-2005 ສະເລ່ຍ 6.24 % ໄລຍະຟື້ນຕົວຈາກວິກິດເສດຖະກິດປີ 1997-1999, ປີ 2006-2010 ສະເລ່ຍ 8 % ໄລຍະການເຕີບໂຕລະດັບສູງສຸດ, ປີ 2011-2015 ສະເລ່ຍ 7.8% ໄລຍະສະຖຽນລະພາບ ແລະ ເງິນເຟີ້ເລັກນ້ອຍ, ປີ 2016-2020 ສະເລ່ຍ 5.8% ໄລຍະການເຕີບໂຕຊ້າລົງ, 2021-2025 ສະເລ່ຍ 4.8 %ໄລຍະການລະບາດຂອງພະຍາດໂຄວິດ 19 ແລະ 2026-2030 ສະເລ່ຍ 5.5% ໄລຍະຄວາມຫຍຸ້ງຍາກເສດຖະກິດ-ການເງິນ, LDC ແລະ SDG.
