ຕອນບາຍຂອງ ວັນທີ 18 ກັນຍາ 2025, ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ ພ້ອມດ້ວຍ ທ່ານ ສົມລິດ ພັນທະຈັກ ຮອງຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ 1 ນະຄອນຫຼວງວຽງຈັນ ແລະ ທ່ານ ສຸກສະຫວັນ ບົວພາ ຫົວໜ້າພາສີປະຈຳດ່ານ ມີ ຄະນະກົມ ແລະ ຂະແໜງການກ່ຽວຂ້ອງ ຕິດຕາມ, ຊຸກຍູ້ວຽກງານຈັດເກັບຄ່າທໍານຽມ ແລະ ຄ່າບໍລິການຕ່າງໆ ແລະ ການເກັບກອງທຶນທ່ອງທ່ຽວ ລວມສູນຢູ່ດ່ານສາກົນຂົວມິດຕະພາບ 1. ໂອກາດນີ້ ທ່ານ ສົມລິດ ພັນທະຈັກ ຮອງຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ 1 ນະຄອນຫຼວງວຽງຈັນ ໄດ້ລາຍງານໃຫ້ຊາບວ່າ: ດ່ານສາກົນຂົວມິດຕະພາບ 1 ແມ່ນນຳໃຊ້ລະບົບເຄື່ອງມືທີ່ທັນສະໄໝໃນການຈັດເກັບຄ່າທຳນຽມ, ຄ່າບໍລິການ ຜ່ານດ່ານ ແລະ ຜ່ານຂົວ ດ້ວຍລະບົບອິເລັກໂທຣນິກ ໂດຍຜ່ານລະບົບທະນາຄານ. ເຊິ່ງເຫັນໄດ້ ຂໍ້ສະດວກ ຍ້ອນມີກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ ເຊິ່ງເປັນຄູ່ມືທີ່ສຳຄັນໃຫ້ແກ່ພະນັກງານໃນການຄຸ້ມຄອງ ແລະ ການຈັດເກັບລາຍຮັບເຂົ້າງົບປະມານ; ຜູ້ປະກອບການນຳເຂົ້າ-ສົ່ງອອກ ໄດ້ໃຫ້ການຮ່ວມມືກັບເຈົ້າໜ້າທີ່ ໃນການປະຕິບັດກົດໝາຍລະບຽບການທີ່ກ່ຽວຂ້ອງ ແລະ ຈ່າຍພັນທະໃຫ້ແກ່ລັດ ໄດ້ເປັນຢ່າງດີ; ຍ້ອນໄດ້ຮັບການຊີ້ນຳຈາກຂັ້ນເທິງ ແລະ ລົງມາໄກ້ສິດຕິດແທດກັບພະນັກງານໃນການປະຕິບັດວຽກງານຕົວຈິງແຕ່ລະໄລຍະ ແລະ ໃຫ້ຮູ້ຕື່ມອີກເຖິງ ຂໍ້ຫຍຸ້ງຍາກ ໂດຍອີງໃສ່ການເພີ່ມຂຶ້ນຂອງຜູ້ໂດຍສານ ແລະ ພາຫະນະເຂົ້າ-ອອກດ່ານ, ຕູ້ເຄື່ອງເກັບເງິນທີ່ທັນສະໄໝຍັງບໍ່ພຽງພໍ ເຮັດໃຫ້ມີຄວາມຊັກຊ້າ ແລະ ມີຄວາມແອອັດຂອງຜູ້ໂດຍສານ. ທ່ານ ສຸກສະຫວັນ ບົວພາ ຫົວໜ້າພາສີປະຈຳດ່ານ ໄດ້ລາຍງານວ່າ: ການຈັດຕັ້ງປະຕິບັດການຈັດເກັບຄ່າທໍານຽມ ແລະ ຄ່າ ບໍລິການຂອງດ່ານພາສີທ່າບົກທ່ານາແລ້ງ ແລະ ຂົວມິດຕະພາບ 1 ແມ່ນອີງຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 ແລະ ຄໍາແນະນໍາຂອງກະຊວງການເງິນກ່ຽວກັບການຈັດຕັ້ງປະຕິບັດລັດຖະບັນຍັດປະທານປະເທດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ສະບັບເລກທີ 6472/ກງ, ວັນທີ 20 ທັນວາ 2021 ຢ່າງເຂັ້ມງວດ ແລະ ຈັດເກັບຜ່ານລະບົບອີເລັກໂທຣນິກຂອງລັດຖະການພາສີ ພ້ອມດຽວກັນ ຄະນະຮັບຜິດຊອບຕິດຕາມກວດກາ ເລກທີ 808/ຫສນຍ, ລົງວັນທີ 18 ມິຖຸນາ 2025 ແລະ ຄະນະຜັນຂະຫຍາຍລະບົບເລກທີ 1205/ກງ, ລົງວັນທີ 11 ເມສາ 2025 ປະກອບຄໍາຄິດເຫັນ ຢ່າງມີຄວາມຮັບຜິດຊອບສູງ ໃສ່ການລາຍງານ ເພື່ອໃຫ້ການຈັດເກັບທັງໝົດ ເຂົ້າສູ່ລະບົບ, ຈັດເກັບຄ່າທຳນຽມ ແລະ ຄ່າບໍລິການ ໃຫ້ລວມສູນ. ຫລັງຈາກນັ້ນ ຄະນະທັງໝົດ ນຳພາໂດຍ ທ່ານ ພູວົງ ກິດຕະວົງ ກໍ່ໄດ້ລົງສຳຫຼວດກວດກາ ການຈັດຕັ້ງປະຕິບັດວຽກງານຕົວຈິງ ຂອງພະນັກງານ ປະຈຳດ່ານ ໃນການປະຕິບັດງານ ແລະ ຈຸດຕິດຕັ້ງ ຕູ້ KIOSK ຊໍາລະຜ່ານ Lao QR ຕົວຈິງ. ໂອກາດນີ້ ທ່ານ ພູວົງ ກິດຕະວົງ ໄດ້ມີຄໍາເຫັນໂອ້ລົມ ໂດຍປະຕິບັດຕາມການມອບໝາຍ ຈາກລັດຖະບານ ເຊິ່ງໄດ້ມີຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ສະບັບເລກທີ 808/ຫສນຍ, ລົງວັນທີ 18 ມິຖຸນາ 2025 ເພື່ອຕິດຕາມກວດກາ ແລະ ຊຸກຍູ້ວຽກງານ ຈັດເກັບຄ່າທຳນຽມ ແລະ ຄ່າບໍລິການ ເພື່ອໃຫ້ລວມສູນຜ່ານລະບົບເອເລັກໂທຣນິກ. ຊຶ່ງເປັນ ອີກໜ້າວຽກໜຶ່ງທີ່ມີຄວາມສໍາຄັນຫຼາຍ ແລະ ຈໍາເປັນຕ້ອງໄດ້ເລັ່ງສຸ່ມໃສ່ ເພື່ອໃຫ້ສາມາດຄຸ້ມຄອງການເກັບລາຍຮັບເຂົ້າງົບປະມານໃຫ້ລວມສູນ ໂດຍສະເພາະ ການເກັບລາຍຮັບຢູ່ບັນດາດ່ານພາສີສາກົນ ໃນຂອບເຂດທົ່ວປະເທດ. ໃຫ້ບັນດາຫົວໜ່ວຍງົບປະມານ (ກະຊວງ ແລະ ບັນດາອົງການທຽບເທົ່າ) ຢູ່ສູນກາງ ແລະ ທ້ອງຖິ່ນ ລວມທັງດ່ານພາສີສາກົນ ໃນຂອບເຂດທົ່ວປະເທດ, ປະຕິບັດຕາມ ຂໍ້ຕົກລົງສະບັບເລກທີ 0149/ກງ ລົງວັນທີ 23 ມັງກອນ 2025 ເພື່ອອຳນວຍຄວາມສະດວກໃຫ້ແກ່ການຊໍາລະ, ຫຼຸດຜ່ອນການນໍາໃຊ້ເງິນສົດ ແລະ ໃຫ້ສາມາດຊໍາລະຜ່ານ ແອັບມືຖື ຂອງທະນາຄານ ທຸລະກິດ ຕາມມາດຕະຖານ ລາວ ຄິວອາ (Lao QR) ຂອງ ທະນາຄານແຫ່ງ ສປປ ລາວ, ໂດຍບໍ່ຈໍາກັດພຽງແຕ່ທະນາຄານດຽວເທົ່ານັ້ນ.
.png)