• ກະຊວງການເງິນ
  • |
  • 2025-09-19
  • |
  • ຂ່າວເສດຖະກິດ-ການເງິນ

                                                           ທ່ານ ສຸລິວັດ ສຸວັນນະຈູມຄໍາ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບອົງການ ສປຊ ປະຈໍາ ສປປ ລາວ

        ວັນທີ 18 ກັນຍາ 2025, ທ່ານ ສຸລິວັດ ສຸວັນນະຈູມຄໍາ, ຮອງລັດຖະມົນຕີ ກະຊວງການເງິນ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ບັກໂຄເດຍ ເບີຄະນ໋ອຟ, ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ແລະ ທ່ານນາງ ມາຕີນ ເທີເຣີ, ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ ເພື່ອປຶກສາຫາລືການກະກຽມກອງປະຊຸມໂຕະມົນລະດັບສູງຄັ້ງທີ 14 ທີ່ຈະຈັດຂື້ນໃນເດືອນ ພະຈິກ 2025 ນີ້.

        ໂອກາດດັ່ງກ່າວສອງຝ່າຍໄດ້ມີການແລກປ່ຽນຄໍາຄິດເຫັນກ່ຽວກັບບັນດາກິດຈະກໍາທີ່ຈະຈັດຕັ້ງປະຕິບັດ ເພື່ອກະກຽມກອງປະຊຸມກອງປະຊຸມ ໂຕະມົນລະດັບສູງຄັ້ງທີ 14 ເຊິ່ງຄາດໝາຍຈະຈັດຂື້ນໃນວັນທີ 19 ພະຈິກ 2025 ໂດຍສະເພາະແມ່ນໄລຍະເວລາ, ຜູ້ເຂົ້າຮ່ວມ ແລະ ບັນດາເອກະສານຕ່າງໆ ສໍາລັບແຕ່ລະກອງປະຊຸມ ເຊັ່ນ: ກອງປະຊຸມກະກຽມກຸ່ມສົນທະນາໃນຫົວຂໍ້ ການພັດທະນາເສດຖະກິດ ແລະ ຊັບພະຍາກອນມະນຸດ ຂອງ ສປປ ລາວໃນອານາຄົດ,ປະທານ ແລະ ປະທານຮ່ວມຂອງໜ່ວຍງານຂະແໜງການ, ກອງປະຊຸມຄະນະຊີ້ນໍາລະດັບຊາດຂະບວນການໂຕະມົນ, ພິທີພົບປະນັກຂ່າວ ເປັນຕົ້ນ.

        ບັນດາເອກະສານທີ່ສໍາຄັນສໍາລັບກອງປະຊຸມປະກອບດ້ວຍ ຮ່າງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ x (2026-2030), ຮ່າງຖະແຫຼງການວຽງຈັນ (2026-2035), ຮ່າງແຜນຍຸດທະສາດການເງິນ ແລະ ກອບຕິດຕາມ ແລະ ປະເມີນຜົນຂອງ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ x, ເອກະສານຄວາມຄືບໜ້າໃນການຈັດຕັ້ງປະຕິບັດການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ເປັນຕົ້ນ.

        ທ່ານ ສຸລິວັດ ສຸວັນນະຈູມຄໍາ, ຮອງລັດຖະມົນຕີ ກະຊວງການເງິນ ໄດ້ສະແດງຄວາມຂອບໃຈ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ແລະ ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປລາວ ທີ່ໄດ້ລະດົມຂົ້ນຂວາຍແຫຼ່ງທຶນ ເຂົ້າໃນການສະໜັບສະໜູນການພັດທະນາໃນ ສປປ ລາວຕະຫຼອດມາ ໂດຍສະເພາະແມ່ນການສະໜັບສະໜູນໃນວຽກງານສ້າງ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ແລະ ຂະບວນການໂຕະມົນ.

© 2025 Copyright: ກະຊວງການເງິນ, ສປປ ລາວ