• ກະຊວງການເງິນ
  • |
  • 2025-09-17
  • |
  • ວຽກວິຊາສະເພາະ

        ໃນວັນທີ 17 ກັນຍາ 2025, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງການເງິນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ດຣ. ບັກທິຍໍ ຄາດີຣົບ ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນປະຈຳ ສປປ ລາວ (UNFPA) ພ້ອມດ້ວຍຄະນະ. ເພື່ອກະກຽມຈັດກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ.

         ທ່ານ ນາງ ພອນວັນ ອຸທະວົງ ໄດ້ລາຍງານຄວາມຄືບໜ້າໃນການກະກຽມຈັດກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາໃຫ້ຊາບວ່າ: ກົມແຜນການ ໄດ້ລາຍງານທ່ານຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທໍາ-ສັງຄົມ ໃນການຈັດກອງປະຊຸມ ພ້ອມທັງສະເໜີທ່ານຮອງນາຍົກລັດຖະມົນຕີ ເປັນປະທານ ແລະ ກ່າວເປີດກອງປະຊຸມ, ເຊິ່ງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ກໍ່ໄດ້ອອກແຈ້ງການເຫັນດີ ອະນຸມັດໃຫ້ຈັດກອງປະຊຸມດັ່ງກ່າວ, ສໍາເລັດໜັງສືເຊີນຜູ້ເຂົ້າຮ່ວມ (ປະກອບມີບັດເຊີນທີ່ເຊັນໂດຍທ່ານລັດຖະມົນຕີ ແລະ ທ່ານຫົວໜ້າຫ້ອງການ, ກະຊວງການເງິນ), ຮ່າງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳການຈັດຕັ້ງປະຕິບັດ (ປະຈຸບັນ ໄດ້ລາຍງານ ແລະ ສະເໜີທ່ານລັດຖະມົນຕີກະຊວງການເງິນ ເພື່ອລົງລາຍເຊັນໃສ່ຮ່າງຂໍ້ຕົກລົງ ແລະ ຄາດວ່າຈະລົງລາຍເຊັນກ່ອນກອງປະຊຸມລະດັບຊາດ), ຮ່າງແຜນດໍາເນີນງານວ່າດ້ວຍຜົນປະໂຫຍດດ້ານປະຊາກອນຂອງ ສປປ ລາວ 2025-2030 (DD Roadmap) ພາຍຫລັງທີ່ UNFPA ໄດ້ຈັດຈ້າງຊ່ຽວຊານຕ່າງປະເທດເພື່ອຊ່ວຍໃນການຮ່າງເອກະສານດັ່ງກ່າວ ແປເປັນພາສາລາວ ຮ່ວມກັນລະຫວ່າງກົມແຜນການ ແລະ UNFPA (ປັບປຸງຮ່າງບົດດັ່ງກ່າວສໍາເລັດແລ້ວ) ແລະ ສ້າງຖານຂໍ້ມູນຕົວຊີ້ວັດການຈັດຕັ້ງປະຕິບັດນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາ (Dash Board) ຜ່ານການປະສານສົມທົບກັບອົງການ  UNFPA ( ປະຈຸບັນແມ່ນສໍາເລັດເບື້ອງຕົ້ນ ແຕ່ຕ້ອງໄດ້ສົມທົບກັບ ກົມເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ເພື່ອອັບເດດຂໍ້ມູນ ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ລະບົບ).

        ໃນໂອກາດດັ່ງກ່າວ ທ່ານ ບັກທິຍໍ ຄາດີຣົບ ມີຄຳເຫັນ ຕໍ່ກັບຂໍ້ຕົກລົງແຕ່ງຕັ້ງຄະນະຊີ້ນໍາ ແລະ ຊຸກຍຸ້ການຈັດຕັ້ງປະຕິບັດ ນະໂຍບາຍແຫ່ງຊາດດ້ານປະຊາກອນ ທາງ UNFPA ສະເໜີຢາກໃຫ້ເປັນລະດັບສູງ, ກວມເອົາຫລາຍພາກສ່ວນ ທັງພາກລັດ ແລະ ຄູ່ຮ່ວມພັດທະນາ, ໃຫ້ສຳເລັດຂໍ້ຕົກລົງກ່ອນກອງປະຊຸມລະດັບຊາດຄັ້ງທີ II ດັ່ງນັ້ນ, ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນປະຈຳ ສປປ ລາວ UNFPA ຈຶ່ງ ສະໜັບສະໜູນທາງດ້ານອຸປະກອນໄອທີ ເປັນຕົ້ນ: ຄອມພີວເຕີ notebook, ປິ່ນເຕີ ແລະ ອື່ນໆ ເພື່ອຊ່ວຍໃຫ້ການຈັດຕັ້ງປະຕິບັດວຽກງານດ້ານປະຊາກອນໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນຕື່ມ.

© 2025 Copyright: ກະຊວງການເງິນ, ສປປ ລາວ