• ກະຊວງການເງິນ
  • |
  • 2025-09-18
  • |
  • ວຽກວິຊາສະເພາະ

ຊາວໜຸ່ມກະຊວງການເງິນ ແລະ ສທໜຊ 

ຫາລືກ່ຽວກັບຂະບວນການໃນການເຂົ້າເຖິງໂຄງການຂອງລັດ

          ເພື່ອສືບຕໍ່ສ້າງຄວາມເຂັ້ມແຂງ ໃຫ້ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ (ສທໜຊ) ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ກໍ່ຄື ສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນງານການຮ່ວມມືສອງຝ່າຍຢ່າງເປັນຮູບປະທຳ                           ໂດຍສະເພາະ ແມ່ນບັນຫາ ແລະ ສິ່ງອຳນວຍຄວາມສະດວກໃຫ້ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ສາມາດເຂົ້າເຖິງໂຄງການຂອງລັດ.

          ໃນວັນທີ 17 ກັນຍາ 2025, ຄະນະບໍລິຫານງານຊາວໜຸ່ມກະຊວງການເງິນ ແລະ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ຈັດກອງປະຊຸມແລກປ່ຽນ ປຶກສາຫາລືກ່ຽວກັບ ຂະບວນການ ລະບຽບການ ໃນການເຂົ້າໂຄງການກໍ່ສ້າງ                 ພື້ນຖານໂຄງລ່າງ ແລະ ໂຄງການອື່ນໆຂອງລັດ, ຕາງໜ້າກະຊວງການເງິນ ນຳໂດຍ ສະຫາຍ ສົມຈິດ ຄຳມຸງຄຸນ                 ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການເງິນ, ຫົວໜ້າຫ້ອງການກະຊວງການເງິນ ພ້ອມດ້ວຍຄະນະ, ຕາງໜ້າ ສທໜຊ ນຳໂດຍ ສະຫາຍ ນາງ ສຸວາລີ ຄຳຜຸຍ ປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ພ້ອມດ້ວຍຄະນະ                 ເຂົ້າຮ່ວມ.

          ສະຫາຍ ສົມຈິດ ຄຳມຸງຄຸນ ໄດ້ມີຄຳເຫັນວ່າ: ເບື້ອງຕົ້ນຄະນະບໍລິຫານງານຊາວໜຸ່ມກະຊວງການເງິນ ໄດ້  ລາຍງານ ສະຫາຍເລຂາຄະນະບໍລິຫານງານພັກກະຊວງ ກ່ຽວກັບບັນຫາທີ່ຈະແລກປ່ຽນປຶກສາຫາລືໃນຄັ້ງນີ້                    ເຊິ່ງສະຫາຍເລຂາຄະນະບໍລິຫານງານພັກກະຊວງ ເຫັນດີສະໜັບສະໜູນແຜນງານດັ່ງກ່າວ ພ້ອມທັງ ສະເໜີໃຫ້               ສອງຝ່າຍສືບຕໍ່ປະສານສົມທົບເຮັດວຽກຮ່ວມກັນຢ່າງລະອຽດ ເພື່ອໃຫ້ແຜນງານນີ້ສາມາດບັນລຸໄດ້ຕາມລະດັບຄາດ             ໝາຍທີ່ວາງໄວ້.

          ໃນວາລະກອງປະຊຸມ ຄະນະຊາວໜຸ່ມກະຊວງການເງິນ ໄດ້ສະເໜີຄຸນລັກສະນະສະເພາະ ການຈັດຕັ້ງປະຕິບັດຕົວຈິງຂອງວຽກງານ ເວົ້າສະເພາະກໍ່ຄື ຫຼັກການ ລະບຽບການ ຂະບວນການ ແລະ ລົງເລິກບາງຂັ້ນຕອນຂະບວນການໃນການເຂົ້າເຖິງບັນດາໂຄງການຕ່າງໆຂອງລັດ ຈາກກົມກ່ຽວຂ້ອງ.​

            ພ້ອມນັ້ນ ຄະນະສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ໄດ້ສະເໜີລາຍງານຄຸນລັກສະນະສະເພາະ ຂອງ                  ສທໜຊ ໂດຍໄດ້ຍົກໃຫ້ເຫັນຄວາມພ້ອມໃນການເຂົ້າເຖິງ ແລະ ການດຳເນີນການຈັດຕັ້ງປະຕິບັດໂຄງການລັດ ພ້ອມທັງແລກປ່ຽນກ່ຽວກັບບັນຫາຂໍ້ຫຍຸ້ງຍາກທີ່ປິ່ນອ້ອມ ເພື່ອແນໃສ່ ຮ່ວມກັນຫາຊ່ອງທາງ ສ້າງສິ່ງອຳນວຍຄວາມສະດວກ        ໃຫ້ແກ່ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ.

        ໂອກາດນີ້, ສະຫາຍ ສົມຈິດ ຄຳມຸງຄຸນ ໄດ້ໃຫ້ທັດສະນະວ່າ: ເຖິງຢ່າງໃດກໍ່ຕາມ ສະເໜີໃຫ້ຄະນະສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ສືບຕໍ່ສັງລວມບັນຫາ ແລະ ຂໍ້ສະເໜີ ທີ່ເຫັນວ່າຍັງມີຂອດຫຍຸ້ງຍາກໃນການເຂົ້າເຖິງໂຄງການຂອງລັດ ເພື່ອໃຫ້ກອງເລຂາຊາວໜຸ່ມກະຊວງການເງິນ ສັງລວມລາຍງານຂັ້ນເທິງ ພິຈາລະນາ ແລະ                  ໃຫ້ທິດຊີ້ນຳ ເພື່ອແນໃສ່ ແກ້ໄຂ ແລະ ຕີແຕກບັນຫາຢ່າງເປັນຮູບປະທຳ.

© 2025 Copyright: ກະຊວງການເງິນ, ສປປ ລາວ