ໃນຕອນເຊົ້າຂອງວັນທີ 17 ກັນຍາ 2025, ກະຊວງການເງິນ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ກະຊວງການເງິນ ສະໄໝທີ IV (ຮອບທີ I), ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງການເງິນ, ມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ສະມາຊິກພັກສົມບູນ ອ້ອມຂ້າງກະຊວງການເງິນ, ພ້ອມດ້ວຍພະນັກງານອາວຸໂສບຳນານ ເຂົ້າຮ່ວມທັງໝົດ 512 ສະຫາຍ. ໃນກອງປະຊຸມ, ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ປະທານກອງປະຊຸມ ໄດ້ມີຄຳເຫັນວ່າ: ກອງປະຊຸມທາບທາມໃນຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນຫຼາຍຕໍ່ຄະນະບໍລິຫານງານພັກກະຊວງ ກໍຄືສະມາຊິກພັກກະຊວງການເງິນ ຂອງພວກເຮົາລ້ວນແຕ່ແມ່ນສະມາຊິກພັກ-ພະນັກງານຫຼັກແຫຼ່ງນໍາພາ, ຊຶ່ງພວກສະຫາຍ ຈະໄດ້ນໍາໃຊ້ສິດປະຊາທິປະໄຕຂອງຕົນຢ່າງເຕັມສ່ວນດ້ວຍຄວາມຮັບຜິດຊອບສູງ ໃນການຄົ້ນຄວ້າເລືອກເອົາບຸກຄະລາກອນອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກກະຊວງການເງິນຊຸດໃໝ່ເພື່ອຄັດເລືອກເອົາຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ແລະ ທັດສະນະຫຼັກໝັ້ນຕໍ່ອຸດົມການຂອງພັກອັນສູງສົ່ງ, ສະນັ້ນ, ຜູ້ແທນກອງປະຊຸມຕ້ອງເອົາໃຈໃສ່ຄົ້ນຄວ້າຢ່າງເລີກເຊິງ ຮັບປະກັນຄວາມຖືກຕ້ອງຕາມມາດຕະຖານ, ເງື່ອນໄຂທີ່ກຳນົດໄວ້ໃນຫຼັກການຂອງພັກ ແລະ ດ້ານໂຄງປະກອບຂອງຄະນະບໍລິຫານງານພັກ ຕ້ອງຮັບປະກັນທັງ 3 ຮຸ່ນ (ອາວຸໂສ, ກາງ, ໜຸ່ມ) ເພດ,ເຜົ່າ. ພ້ອມນັ້ນ, ສະຫາຍ ຍັງໄດ້ເນັ້ນໃຫ້ບັນດາສະຫາຍຜູ້ແທນສົມບູນ ຈົ່ງໄດ້ຄິດຫງຳຢ່າງຮອບຄອບເລິກເຊິ່ງ ເຮັດໃຫ້ກອງປະຊຸມທາບທາມບຸກຄະລາກອນ ເຂົ້າເປັນຄະນະບໍລິຫານງານພັກກະຊວງການເງິນ ສະໄໝທີ IV (ຮອບທີ I) ບັນລຸຕາມຈຸດປະສົງຄາດໝາຍ ແລະ ສະຫາຍ ສັນຕິພາບ ພົມວິຫານ ຍັງໄດ້ເຜີຍແຜ່ເອກະສານສຳຄັນທີຕິດພັນເປັນຕົ້ນຄຳສັ່ງຂອງຄະນະເລຂາທິການສູນກາງພັກ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ໂອກາດດັ່ງກ່າວ ສະຫາຍ ພູຂົງ ພິລາເພັດ ຄະນະຈັດຕັ້ງສູນກາງພັກ, ຫົວໜ້າກົມກໍ່ສ້າງພັກ ໄດ້ຂຶ້ນຜ່ານເນື້ອໃນມາດຖານ, ເງື່ອນໄຂຂອງຜູ້ສະໝັກເຂົ້າໂຄງປະກອບຄະນະບໍລິຫານງານພັກກະຊວງການເງິນ ສະໄໝທີ IV (ຮອບທີ I) ແລະ ແນະນຳວິທີການຕ່າງໆ ຈາກນັ້ນ, ສະມາຊິກພັກທີ່ເຂົ້າຮ່ວມກອງປະຊຸມ ໄດ້ດຳເນີນການປ່ອນບັດທາບທາມຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນລະບຽບການ.
