ໃນວັນທີ 15 ກັນຍາ 2025 ນີ້, ບໍລິສັດ ປະກັນໄພແຫ່ງປະເທດລາວ ຈໍາກັດຜູ້ດຽວ (AGL), ໄດ້ຈັດພິທີມອບ-ຮັບໜ້າທີ່ຜູ້ອຳນວຍການໃຫຍ່ ລະຫວ່າງທ່ານ ກີ້ ອາໂປວີ້ ຜູ້ອໍານວຍການໃຫຍ່ບໍລິສັດ ປະກັນໄພແຫ່ງປະເທດລາວ ຈໍາກັດຜູ້ດຽວ (ຜູ້ເກົ່າ) ແລະ ທ່ານ ປອ ນາງ ແສງອາລຸນ ອິນມີໄຊ ຮັກສາການຜູ້ອຳນວຍການໃຫຍ່ບໍລິສັດ ປະກັນໄພແຫ່ງປະເທດລາວ ຈໍາກັດຜູ້ດຽວ (ຜູ້ໃໝ່) ແລະ ຈັດງານອໍາລາແກ່ຜູ້ອຳນວຍການໃຫຍ່ຜູ້ເກົ່າທີ່ສຳເລັດການປະຕິບັດໜ້າທີ່ ໂດຍການເຂົ້າຮ່ວມຂອງທ່ານ ສຸລິວັດ ສຸວັນນະຈຸມຄຳ ຮອງລັດຖະມົນຕີກະຊວງການເງິນ; ມີຫົວໜ້າກົມຄຸ້ມຄອງລັດວິສາຫະກິດການເງິນ, ຄະນະອໍານວຍການ AGL, ຄະນະພະແນກ, ພະນັກງານ AGL, ຕົວແທນຂາຍປະກັນໄພ ແລະ ຄູ່ຮ່ວມທຸລະກິດເຂົ້າຮ່ວມ. ທ່ານ ພູວັນ ໄຊຍະວົງ ຮອງຫົວໜ້າກົມຈັດຕັ້ງ ກະຊວງການເງິນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນວ່າດ້ວຍການແຕ່ງຕັ້ງຮັກສາການຜູ້ອຳນວຍການໃຫຍ່ບໍລິສັດ ປະກັນໄພແຫ່ງປະເທດລາວ ຈໍາກັດຜູ້ດຽວ ແລະ ຮັບຟັງການລາຍງານ ຜົນງານທີ່ພົ້ນເດັ່ນ, ໃນການເຄືອນໄຫວ ຈັດຕັ້ງປະຕິບັດວຽກງານໄລຍະຜ່ານມານັບແຕ່ປີ 2006 ເຖິງປັດຈຸບັນ ດ້ວຍຄວາມມຸ້ງໝັ້ນ ແລະ ວິໄສທັດຕະຫຼອດໄລຍະເວລາ 19 ປີຜ່ານມາ ຈາກນັ້ນ, ໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງທ່ານ ກີ້ ອາໂປວີ້ ອຳນວຍການໃຫຍ່ (ຜູ້ເກົ່າ) ແລະ ທ່ານ ປອ ນາງ ແສງອາລຸນ ອິນມີໄຊ ຮັກສາການຜູ້ອໍານວຍການໃຫຍ່ (ຜູ້ໃໝ່). ໂອກາດນີ້, ທ່ານ ສຸລິວັດ ສຸວັນນະຈຸມຄຳ ຮອງລັດຖະມົນຕີກະຊວງການເງິນ ໄດ້ມີຄຳເຫັນໂອ້ລົມ, ແລະ ຊົມເຊີຍຕໍ່ທ່ານ ກີ້ ອາໂປວີ້ ຕະຫຼອດໄລຍະເວລາຂອງການເປັນຜູ້ບໍລິຫານຊີ້ນໍາ-ນໍາພາ ການເຄືອນໄຫວດຳເນີນທຸລະກິດຜ່ານມາ, ເຊິ່ງມີສ່ວນສໍາຄັນໃນການກໍານົດທິດທາງຍຸດທະສາດຂອງບໍລິສັດ, ເພື່ອສະໜອງການບໍລິການປະກັນໄພທີ່ດີທີ່ສູດໃຫ້ແກ່ລູກຄ້າ, ຕົວແທນຂາຍປະກັນໄພ, ຄູ່ຮ່ວມທຸລະກິດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເຮັດໃຫ້ ບໍລິສັດ AGL ກາຍເປັນຜູ້ນໍາໃນຕະຫຼາດປະກັນໄຟໃນລາວ; ສໍາລັບຜູ້ທີ່ມາຮັບໜ້າທີ່ໃໝ່ ໃຫ້ເອົາໃຈໃສ່ຮ່ວມພັດທະນາອຸດສາຫະກຳປະກັນໄພໃນລາວໃຫ້ມີຄວາມກ້າວໜ້າ, ພັດທະນາຜະລິດຕະພັນປະກັນໄພທີ່ມີຄວາມຫຼາກຫຼາຍແທດເໝາະກັບຄວາມຕ້ອງການຂອງຜູ້ຊົມໃຊ້ ດ້ວຍຄວາມເອົາໃຈໃສ່, ເປັນມືອາຊີບ, ສ້າງໂອກາດໃຫ້ຜູ້ໃຊ້ບໍລິການເຂົ້າເຖິງການຄຸ້ມຄອງປະກັນໄພຢ່າງມີຄຸນນະພາບ ແລະ ສືບຕໍ່ປະຕິບັດໜ້າທີ່ວຽກງານເພື່ອຮັບປະກັນເຮັດໃຫ້ ບໍລິສັດ AGL ເຕີບໂຕແບບຍືນຍົງ ແລະ ຮັກສາການເປັນຜູ້ນໍາດ້ານປະກັນໄຟໃນ ສປປ ລາວ. ບໍລິສັດ ປະກັນໄພແຫ່ງປະເທດລາວ ຈໍາກັດຜູ້ດຽວ (AGL) ໄດ້ສ້າງຕັ້ງຂຶ້ນໃນປີ 1990 ຖືຮຸ້ນໂດຍລັດຖະບານແຫ່ງສປປ ລາວ 100%% ຕາງໜ້າໂດຍກະຊວງການເງິນ; ບໍລິສັດ AGL ໃຫ້ການບໍລິການດ້ານປະກັນໄພທຸກປະເພດ ແທດເໝາະກັບຄວາມຕ້ອງການຂອງທຸລະກິດ ແລະ ຜູ້ຊົມໃຊ້ທີ່ເປັນບຸກຄົນດ້ວຍຫຼາກຫຼາຍຜະລິດຕະພັນເຊັ່ນ: ປະກັນໄພລົດ, ປະກັນສຸຂະພາບ, ປະກັນອຸປະຕິເຫດທາງດ້ານຮ່າງກາຍ, ປະກັນໄພຊີວິດ, ປະກັນໄພທີ່ຢູ່ອາໄສ ແລະ ທຸລະກິດຂະໜາດນ້ອຍ, ປະກັນໄພກໍ່ສ້າງ, ແລະ ອື່ນໆ. ປັດຈຸບັນ ບໍລິສັດ ປະກັນໄພແຫ່ງປະເທດລາວ ຈໍາກັດຜູ້ດຽວ (AGL) ມີຕົວແທນບໍລິການຂາຍປະກັນໄພໃນທົ່ວທຸກແຂວງທົ່ວປະເທດ, ພ້ອມດ້ວຍໜ່ວຍງານແກ້ໄຂອຸປະຕິເຫດທົ່ວ ປະເທດທີ່ໃຫ້ບໍລິການຕະຫຼອດ 24 ຊົ່ວໂມງ 7 ວັນ ຫຼື ທຸກໆວັນ; ສາຍດ່ວນ: ໂທ 1457.