• ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ
  • |
  • 2025-09-15
  • |
  • ວຽກງານພັກ-ພະນັກງານ

        ໃນວັນທີ 15 ກັນຍາ 2025, ກົມຄຸ້ມຄອງວິສາຫະກິດການເງິນ ໄດ້ຈັດກອງປະຊຸມແນະນໍາການຈັດຕັ້ງປະຕິບັດວຽກງານມາດຕະຖານການບັນຊີສາກົນ (IFRS 17) ໂດຍການເປັນປະທານຂອງທ່ານ ໄພທູນ ທ່ຽງລະໄມ, ຫົວໜ້າກົມຄຸ້ມຄອງລັດວິສາຫະກິດການເງິນ, ມີບັນດາຜູ້ຕາງໜ້າຈາກບໍລິສັດປະກັນໄພ ແລະ ຕົວແທນ        ຂາຍປະກັນໄພ 20 ກວ່າບໍລິສັດເຂົ້າຮ່ວມ.

        ທ່ານ ໄພທູນ ທ່ຽງລະໄມ ໄດ້ມີຄຳເຫັນວ່າ: ກອງປະຊຸມແນະນຳການຈັດຕັ້ງປະຕິບັດວຽກງານ IFRS 17               ຄັ້ງນີ້ ເປັນຂີດໝາຍສຳຄັນ ໃນການຫັນສູ່ຄວາມເປັນມາດຕະຖານດ້ານການບັນຊີ ຜ່ານການສັງລວມຂອງພາກສ່ວນກ່ຽວຂ້ອງເຫັນວ່າ ບັນດາບໍລິສັດ ແມ່ນມີເງື່ອນໄຂໃນການນຳໃຊ້ລະບົບ IFRS 17 ນີ້ ແຕກຕ່າງກັນ. ບາງບໍລິສັດ                 ທີ່ມີບົດຮຽນປະສົບການ ເພາະມີຄູ່ຮ່ວມທຸລະກິດ ຄູ່ຮ່ວມທຶນຈາກຕ່າງປະເທດ ທີ່ເຄີຍມີບົດຮຽນປະສົບການ ມາກ່ອນ ໃນມາດຕະຖານການບັນຊີສາກົນ; ບາງບໍລິສັດແມ່ນມີປະສົບການດຳເນີນທຸລະກິດມາເປັນເວລາຫຼາຍປີ ແລະ ພ້ອມທີ່ຈະຈັດຕັ້ງປະຕິບັດລະບົບ IFRS 17 ແຕ່ຕ້ອງໄດ້ລົງເລິກສຶກສາຮຽນຮູ້ຕື່ມ ແລະ ບາງບໍລິສັດແມ່ນຍັງບໍ່ທັນມີປະສົບການຫຼາຍໃນການດຳເນີນທຸລະກິດ ແລະ ການນຳໃຊ້ລະບົບ IFRS 17. ຢ່າງໃດກໍ່ຕາມ ກອງປະຊຸມໃນຄັ້ງນີ້ ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ເອົາໃຈໃສ່ຮັບຟັງແລກປ່ຽນບົດຮຽນປະສົບການຮ່ວມກັນ ຕາມຄວາມເປັນຈິງ ບັນຫາໃດທີ່ມີຄວາມສະດວກສະບາຍ ຫຼື ມີຍັງຂາດຕົກບົກຜ່ອງ ກໍ່ແລກປ່ຽນຮ່ວມກັນ ເພື່ອຫາວິທີທາງອອກທີ່ດີ ເພື່ອພ້ອມກັນກ້າວໄປທາງໜ້າຢ່າງຄ່ອງຕົວ ຢ່າງມີປະສິດພາບສູງ. ພ້ອມນີ້ ທ່ານ ຍັງໃຫ້ຮູ້ຕື່ມອີກວ່າ: ກອງປະຊຸມລັກສະນະນີ້ ທາງກົມ ກໍ່ຄື ພະແນກການກ່ຽວຂ້ອງຍັງຈະໄດ້ສືບຕໍ່ ຈັດກອງປະຊຸມພົບປະກັບບັນດາບໍລິສັດຕື່ມ ເພື່ອພ້ອມກັນແລກປ່ຽນ ຄຳຄິດເຫັນ ເອກະພາບກັນບາງບັນຫາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ IFRS 17 ນີ້ ມີຄວາມຄ່ອງຕົວ ສາມາດບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້.

        ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງ ການແນະນຳ ຄວາມໝາຍຄວາມສຳຄັນຂອງ IFRS 17 ລົງເລິກເຖິງຂະບວນການຕິດຕາມ ການສະແດງຂໍ້ມູນ ທີ່ຈຳເປັນ ການວິເຄາະການຂະຫຍາຍຕົວ, ຜົນຕອບຮັບ ຜົນກະທົບ                   ຕໍ່ພື້ນຖານທຸລະກິດຫຼັກ ຫຼື ເສດຖະກິດ; ຈຸດສຸມຍຸດທະສາດຫຼັກ ການປົດລັອກ ໂອກາດການຂະຫຍາຍຕົວ                           ທາງທຸລະກິດໃຫມ່ທີ່ມີກໍາໄລ. ຮັບປະກັນຜົນຕອບແທນທີ່ໜ້າສົນໃຈ ດ້ວຍການຈັດການບັງຄັບໃຊ້ລະບົບ IFRS 17ຢ່າງຫ້າວຫັນ; ການຄາດຄະເນ IFRS 17 ທີ່ຖືກຕ້ອງ ຮັບປະກັນຄວາມກະຈ່າງແຈ້ງ, ການຄຸ້ມຄອງຢ່າງຕັ້ງຫນ້າ, ແລະສອດຄ່ອງກັບຄວາມຄາດຫວັງຂອງຜູ້ມີສ່ວນຮ່ວມທີ່ດີກວ່າ; ການຄຸ້ມຄອງຄວາມຄາດຫວັງຂອງນັກລົງທຶນທີ່ດີກວ່າ; ຜົນການລົງທຶນ,ເງິນປະກັນໄພ ແລະ ບັນຫາສຳຄັນອື່ນທີ່ກ່ຽວຂ້ອງ ກັບວຽກງານປະກັນໄພ.

© 2025 Copyright: ກະຊວງການເງິນ, ສປປ ລາວ