ໃນຕອນບາຍຂອງວັນທີ 09 ທັນວາ 2025 ສູນສະຖິຕິແຫ່ງຊາດ ໄດ້ຈັດການຝຶກອົບຮົມຄູຝຶກຂັ້ນແຂວງ ຂອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂຶ້ນທີ່ ແຂວງວຽງຈັນ ເປັນປະທານໂດຍ ທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ, ຄະນະຊີ້ນໍາລະດັບຊາດ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ, ມີຫົວໜ້າຫ້ອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຂັ້ນສູນກາງ, ຄະນະກົມ, ຄະນະພະແນກ, ຄະນະວິຊາການຈາກສູນສະຖິຕິແຫ່ງຊາດ, ກະຊວງການເງີນ ພ້ອມດ້ວຍ ນັກສຳມະນາກອນທີ່ມາຈາກ 17 ແຂວງ, ນະຄອນຫຼວງວຽງຈັນ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.
![]() | ![]() |
ຈຸດປະສົງການຝຶກອົບຮົມຄັ້ງນີ້ແມ່ນເພື່ອ: ຝຶກອົບຮົບຄູຝຶກຂັ້ນແຂວງ ໃຫ້ມີຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບກອບແນວຄວາມຄິດ, ຈຸດປະສົງ ແລະ ວິທີການຈົດກ່າຍແບບສອບຖາມ ໃນລະບົບ (CAPI) ໃຫ້ມີຄວາມຖືກຕ້ອງ ເປັນເອກະພາບຢ່າງເລິກເຊິ່ງ ຮັບປະກັນໃຫ້ສາມາດສືບຕໍ່ຈັດຝຶກອົບຮົມໃຫ້ຄູຝຶກຂັ້ນເມືອງ; ເສີມສ້າງຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບໜ້າທີ່ຮັບຜິດຊອບຂອງຄູຝືກ, ນັກກວດກາ ແລະ ນັກເດີນສຳຫຼວດ ລວມທັງວິທີການ, ຂັ້ນຕອນໃນການເກັບກຳຂໍ້ມູນພາກສະໜາມ ແລະ ເອກະພາບກ່ຽວແຜນການຝຶກອົບຮົມສຳລັບຄູຝຶກຂັ້ນເມືອງ, ຈຳນວນເຂດສຳຫຼວດ, ຈຳນວນນັກເດີນສຳຫຼວດ, ນັກກວດກາ ທີ່ຮັບຜິດຊອບຈັດຕັ້ງປະຕິບັດການເກັບກຳຂໍ້ມູນພາກສະໜາມ.
_1757502055.jpeg)
ໂອກາດນີ້ ທ່ານ ນາງ ເພັດສະໝອນ ສອນ ມີຄຳເຫັນໂອ້ລົມໂດຍທ່ານສະແດງຄວາມຕ້ອນຮັບອັນອົບອຸ່ນມາຍັງບັນດາທ່ານ ຄະນະຮັບຜິດຊອບ ແລະ ບັນດາທ່ານນັກສຳມະນາກອນ ທີ່ມາຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ທີ່ເຂົ້າຮ່ວມກອງປະຊຸມຝຶກອົບຮົມ, ສຳລັບການທົດລອງແບບສອບຖາມ ຂອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ໃນຄັ້ງນີ້ ຈະໄດ້ຈັດຕັ້ງປະຕິບັດເປັນເວລາ 10 ວັນ ແຕ່ວັນທີ 09-19 ກັນຍາ, ຊຶ່ງບັນດາທ່ານຈະເປັນເຈົ້າການຝຶກອົບຮົມຮັບເອົາຄວາມຮູ້, ເຕັກນິກ, ວິທີການ ໃນການຈັດຕັ້ງປະຕິບັດການ ເກັບກຳຂໍ້ມູນພາກສະໜາມເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດ, ເຮັດວຽກຮ່ວມກັນໃນຕໍ່ໜ້າໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ ຮັບປະກັນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ມີປະສິດທິພາບ ແລະ ປະສິດທິຜົນສູງ.