ໃນວັນທີ 10 ກັນຍາ 2025 ກົມງົບປະມານແຫ່ງລັດ ແລະ ກົມແຜນການ ກະຊວງການເງິນ ໄດ້ຈັດກອງປະຊຸມແລກປ່ຽນດ້ານວິຊາການ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງການເງິນ ສະໄໝທີ IV ໂດຍການເປັນປະທານຂອງ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ, ມີທ່ານ ໜູເຊີຍ ພົມສີຈັນ ຫົວໜ້າກົມງົບປະມານແຫ່ງລັດ ແລະ ທ່ານ ສີຈັນທາ ທໍາມະວົງ ຮັກສາການຫົວໜ້າກົມແຜນການ ພ້ອມດ້ວຍ ຄະນະກົມ, ຄະນະພະແນກ ແລະ ວິຊາການຂອງກົມ ກ່ຽວຂ້ອງ ເຂົ້າຮ່ວມ. ການແລກປ່ຽນດ້ານວິຊາການຄັ້ງນີ້ ເພື່ອເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຂອງອົງຄະນະ ພັກກະຊວງການເງິນ ສະໄໝທີ IV ແລະ ຍັງເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ໜ່ວຍພັກຮາກຖານກົມ ງົບປະມານແຫ່ງລັດ ຄັ້ງທີ V ແລະ ກອງປະຊຸມໃຫຍ່ໜ່ວຍພັກຮາກຖານຂອງກົມແຜນການທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້, ເຊິ່ງການສ້າງຂະບວນດັ່ງກ່າວ ຕິດພັນ ກັບວຽກງານວິຊາສະເພາະ ລ້ວນແລ້ວເປັນຂະບວນການຕ້ອນຮັບ, ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ທິດຊີ້ນໍາຂອງຄະນະນໍາກະຊວງການເງິນ, ໂດຍການພ້ອມກັນປຶກສາຫາລືແກ້ໄຂບັນດາຂໍ້ຄົງຄ້າງຂອງການຈັດຕັ້ງ ປະຕິບັດວຽກງານໃນໄລຍະຜ່ານມາ, ພ້ອມທັງຍົກໃຫ້ເຫັນທາງດ້ານທີ່ຕັ້ງໜ້າ ແລະ ບັນຫາທີ່ເປັນ ຂໍ້ຄົງຄ້າງ ທີ່ ຕ້ອງໄດ້ສືບຕໍ່ ແກ້ໄຂໃນໃຫ້ບັນລຸຕາມລະດັບຄາດໝາຍ. ກອງປະຊຸມແລກປ່ຽນຄັ້ງນີ້ທັງສອງຝ່າຍໄດ້ແລກປ່ຽນເຊິ່ງກັນ ແລະ ກັນ ໂດຍສະເພາະວຽກງານການກະກຽມແຜນພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານການຄົ້ນຄວ້າການຈັດສັນແຜນການລົງທຶນຂອງລັດ. ພ້ອມດຽວກັນນັ້ນ ໄດ້ປະກອບຄຳຄິດເຫັນໃສ່ຫົວຂໍ້ແລກປ່ຽນ ຕາມການປະຕິບັດວຽກງານຕົວຈິງ ຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ແລະ ເປັນປະໂຫຍດ ເພື່ອນຳໄປໝຸນໃຊ້ ແລະ ເປັນແບບແຜນໃນການພັດທະນາຕໍ່ໜ້າ.
.png)