• ກະຊວງການເງິນ
  • |
  • 2025-09-10
  • |
  • ວຽກວິຊາສະເພາະ

                                

        ໃນວັນທີ 9 ກັນຍາ 2025, ໜ່ວຍພັກຮາກຖານຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ ໄດ້ຈັດກອງປະຊຸມສະມາຊິກພັກເລືອກຕັ້ງຜູ້ແທນສົມບູນ, ສຳຮອງເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນສະໄໝທີ IV ໂດຍການເປັນປະທານຂອງ ສະຫາຍ ສຸລິວັດ ສຸວັນນະຈູມຄຳ ກຳມະການພັກກະຊວງການເງິນ,  ຮອງລັດຖະມົນຕີກະຊວງການເງິນ, ມີສະຫາຍກຳມະການພັກກະຊວງ, ເລຂາໜ່ວຍພັກ, ມີຄະນະຮັບຜິດຊອບຕິດຕາມກອງປະຊຸມ, ແຂກຖືກເຊີນພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.

        ໃນກອງປະຊຸມ ສະຫາຍ ສຸລິວັດ ສຸວັນນະຈູມຄຳ ໄດ້ຜ່ານເອກະສານ ຕິດພັນກັບວຽກງານການເມືອງ-ແນວຄິດຂອງພະນັກງານ-ສະມາຊິກພັກ ໂດຍອີງໃສ່ທິດຊີ້ນໍາຂອງຄະນະພັກຂັ້ນເທິງ ເພື່ອໃຫ້ບັນດາໜ່ວຍພັກຮາກຖານ ເຜີຍແຜ່ 04 ເອກະສານສໍາຄັນ ທີ່ຕິດພັນ ໂດຍສະເພາະແມ່ນການສ້າງຄວາມເຂົ້າໃຈກ່ຽວກັບກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ, ພ້ອມນັ້ນ, ຄະນະຕິຕາມກອງປະຊຸມໄດ້ ຜ່ານມາດຖານ ແລະ ເງື່ອນໄຂ ຂອງຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງການເງິນ ພ້ອມທັງດໍາເນີນຂະບວນການປ່ອນບັດເລືອກຕັ້ງຕາມຂັ້ນຕອນ ທີ່ໄດ້ມີການກໍານົດໄວ້ຕາມລະບຽບການ ແລະ ສະມາຊິກພັກທັງໝົດ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນສະໄໝທີ IV. ເຊິ່ງມີຜູ້ໝັກ ຈຳນວນ 13 ສະຫາຍ ສາມາດເລືອກໄດ້ ຜູ້ແທນສົມບູນ 10 ສະຫາຍ ແລະ ຜູ້ແທນສຳຮອງ 2 ສະຫາຍ.

        ໂອກາດດັ່ງກ່າວ ສະຫາຍ ສຸລິວັດ ສຸວັນນະຈູມຄຳ ໄດ້ມີຄຳເຫັນ ບາງຕອນວ່າ: ສະເໜີໃຫ້ ຄະນະໜ່ວຍພັກ ສືບຕໍ່ກະກຽມໜ້າວຽກຕ່າງໆ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຂອງຮາກຖານພັກ ໃຫ້ສໍາເລັດຕາມຄາດ   ໝາຍທີ່ວາງໄວ້, ບັນດາຜູ້ແທນສົມບູນ ຕ້ອງຍົກສູງຄວາມຮັບຜິດຊອບໃນການເຂົ້າຮ່ວມກອງປະຊຸມ ແລະ ໃຊ້ສິດຂອງຕົນຢ່າງເຕັມສ່ວນ ຕາມລະບຽບຫຼັກການ; ສືບຕໍ່ປະຕິບັດວຽກງານຕາມພາລະ ບົດບາດ ສິດໜ້າທີ່ຂອງຕົນ ຢ່າງມີປະສິດທິພາບ. 

© 2025 Copyright: ກະຊວງການເງິນ, ສປປ ລາວ