• ກະຊວງການເງິນ
  • |
  • 2025-09-09
  • |
  • ວຽກຮ່ວມມື

         ໃນວັນທີ 9 ກັນຍາ 2025 ກະຊວງການເງິນ ກໍ່ຄືລັດຖະບານແຫ່ງ ສປປ ລາວ ໄດ້ຈັດ ພິທີ ສະເຫຼີມສະຫຼອງວັນປະຊາກອນໂລກປະຈຳປີ 2025 ໃນຫົວຂໍ້: “ສົ່ງເສີມສິດທິການຕັດສິນໃຈຂອງໄວໜຸ່ມໃນການສ້າງຄອບຄົວທີ່ຖືກຕ້ອງ” ເຂົ້າຮ່ວມເປັນປະທານໂດຍ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີ ກະຊວງການເງິນ, ມີທ່ານ ດຣ ແບກທີຢໍ ຄາດີຣອບ ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນປະຈຳ ສປປ ລາວ, ບັນດາທ່ານຮອງລັດຖະມົນຕີ, ຮອງປະທານຂະແໜງການສູນກາງ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ, ພ້ອມດ້ວຍ ບັນດາຜູ້ຕາງໜ້າຈາກກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

        ໂອກາດນີ້ ທ່ານ ສຸລິວັດ ສຸວັນນະຈຸມຄໍາ ໄດ້ກ່າວວ່າ:  ເນື່ອງໃນໂອກາດວັນປະຊາກອນໂລກໄດ້ໝູນວຽນມາຮອດນີ້ ບັນດາປະເທດໄດ້ສະເຫຼີມສະຫຼອງ ແລະ ລະນຶກເຖິງວັນດັ່ງກ່າວຢ່າງເປັນຂະບວນຟົດຟື້ນ, ສປປ ລາວ ພວກເຮົາໃນນາມປະເທດພາຄີແມ່ນໄດ້ຖືຄວາມສໍາຄັນໃນໜ້າທີ່ ແລະ ພັນທະການສະເຫຼີມສະຫຼອງວັນດັ່ງກ່າວຮ່ວມກັບບັນດາປະຊາຄົມໂລກ, ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ ປະຈຳ ສປປ ລາວ ພ້ອມດ້ວຍບັນດາກະຊວງຂະແໜງການທີ່ກ່ຽວຂ້ອງ ແລະ ອົງການຈັດຕັ້ງມະຫາຊົນ ເປັນເຈົ້າການໃນການຈັດພິທີສະເຫຼີມສະຫຼອງ ແລະ ລະນຶກວັນປະຊາກອນໂລກໃນທຸກໆ ປີ.

        ວັນປະຊາກອນໂລກ ໃນປີ 2025 ນີ້, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ກຳນົດຫົວຂໍ້ຄື: "ສົ່ງເສີມສິດທິການ ຕັດສິນໃຈຂອງໄວໜຸ່ມໃນການສ້າງຄອບຄົວທີ່ຖືກຕ້ອງ” ເພື່ອຮັບປະກັນສິດທິ, ທາງເລືອກຂອງທຸກຄົນຕໍ່ສິດທິທາງດ້ານສຸຂະພາບຈະເລີນພັນ, ສຸຂະພາບທາງເພດແມ່ນມີຄວາມສໍາຄັນໃນການຮັບປະກັນ ແລະ ບັນລຸເປົ້າໝາຍທີ່ໄດ້ກຳນົດໄວ້ໃນກອງປະຊຸມປະຊາກອນ ແລະ ການພັດທະນາ.

         ທ່ານໄດ້ກ່າວຕື່ມອີກວ່າ: ໃນເດືອນ ສິງຫາ ປີ 2025 ຜ່ານມານີ້, ປະຊາກອນໂລກໄດ້ບັນລຸເຖິງ 8.2 ຕື້ຄົນນັບເປັນເຫດການທີ່ພົ້ນເດັ່ນທີ່ປະຊາກອນໂລກມີອາຍຸຍືນຂຶ້ນ, ມີສຸຂະພາບແຂງແຮງ, ສິດທິ ແລະ ທາງເລືອກຂອງເຂົາເຈົ້າໄດ້ຮັບການຍົກສູງຂຶ້ນຕື່ມອີກ. ເຖິງຢ່າງໃດກໍ່ຕາມ, ບັນຫາ ແລະ ເປົ້າໝາຍກ່ຽວກັບປະຊາກອນຂອງໂລກເວົ້າລວມ; ເວົ້າສະເພາະປະຊາກອນຂອງ ສປປ ລາວ ທີ່ຕ້ອງເອົາໃຈໃສ່ຫຼາຍຂື້ນເພື່ອຍົກສູງຄວາມສະເໝີພາບ ແລະ ໄດ້ຮັບໂອກາດຢ່າງເທົ່າທຽມໂດຍສະເພາະແມ່ຍິງ ແລະ ເດັກຍິງຕ້ອງໄດ້ຮັບການສົ່ງເສີມເປັນບູລິມະສິດ.

        ຢ່າງໃດກໍ່ຕາມ, ເຖິງຈະມີຄວາມຄືບໜ້າຫຼາຍດ້ານແຕ່ພວກເຮົາຍັງມີຄວາມຫຍຸ້ງຍາກກ່ຽວກັບໄວໜຸ່ມ ແລະ ແມ່ຍິງທີ່ຍັງພົບພໍ້ຫຼາຍບັນຫາໂດຍສະເພາະການປະລະການຮຽນ, ການເຄື່ອນຍ້າຍແຮງງານທີ່ບໍ່ປອດໄພ, ການແຕ່ງງານ ແລະ ຖືພາຕັ້ງແຕ່ອາຍຸຍັງນ້ອຍໂດຍສະເພາະເຂດໃນຫ່າງໄກສອກຫລີກເຊິ່ງສິ່ງ ທີ່ໜ້າເປັນຫ່ວງຄືອັດຕາການເກີດລູກໃນໄວໜຸ່ມແມ່ນເພີ່ມຂື້ນຈາກ 83 ຄົນມາເປັນ 89 ຄົນ ຕໍ່ເດັກຍິງ 1,000 ຄົນ ໃນປີ 2023. ບັນຫາການແຕ່ງງານໃນກຸ່ມອາຍຸ 15 - 19 ປີ ແມ່ນເພີ່ມຂື້ນຈາກ 26.6% ມາ ເປັນ 30.5%, ເຊິ່ງຖືວ່າເປັນໜຶ່ງໃນປະເທດທີ່ມີອັດຕາການແຕ່ງງານກ່ອນໄວສູງທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ໂດຍສະເພາະໃນເຂດຊົນນະບົດ ແລະ ກຸ່ມຊົນເຜົ່າອັດຕາການແຕ່ງງານ ແລະ ມີລູກໃນໄວໜຸ່ມແມ່ນຍັງເປັນສິ່ງທ້າທາຍຫຼາຍ ແລະ ຕ້ອງໄດ້ຮັບການເອົາໃຈໃສ່ເປັນພິເສດ ແລະ ຮີບດ່ວນ ເພື່ອໃຫ້ ເຮັດປະຊາຊົນໃນຂອບເຂດທົ່ວປະເທດໄດ້ຮັບຮູ້ຂໍ້ມູນຂ່າວສານດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຢ່າງທົ່ວເຖິງ, ຮັບຮູ້ສິດທິໃນການຈະເລີນພັນ, ສົ່ງເສີມສິດທິຂອງແມ່ຍິງ ແລະ ໄວໜຸ່ມຫຼາຍຂື້ນໂດຍຜ່ານການໂຄສະນາ ແລະ ປູກຈິດສໍານຶກດ້ວຍການດໍາເນີນການເກັບກຳຂໍ້ມູນຜ່ານການສໍາຫຼວດ.

        ພ້ອມນີ້ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮຽກຮ້ອງມາຍັງບັນດາພາກສ່ວນຕ່າງໆທີ່ກ່ຽວຂ້ອງທັງພາກລັດ, ເອກະຊົນ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ທົ່ວສັງຄົມໃຫ້ເອົາໃຈໃສ່ເປັນພິເສດໃນການສົ່ງເສີມການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການສຸຂະພາບຈະເລີນພັນການວາງແຜນຄອບຄົວສໍາລັບແມ່ຍິງ ແລະ ເດັກຍິງ. ພ້ອມນັ້ນ, ກໍຂໍໃຫ້ເອື້ອອໍານວຍການເຂົ້າເຖິງຂໍ້ມູນ ແລະ ການບໍລິການສຸຂະພາບຈະເລີນພັນລວມທັງການວາງແຜນຄອບຄົວທີ່ມີຄຸນນະພາບ ແລະ ປອດໄພ ສໍາລັບໝົດທຸກຄົນຮອດປີ 2030. ສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດວຽກງານການເກັບກຳ ແລະ ຜະລິດຂໍ້ມູນດ້ານປະຊາກອນເພື່ອສະໜອງໃຫ້ແກ່ການວາງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດໃຫ້ມີປະສິດທິພາບ ແລະ ປະສິດທິຜົນຮັບປະກັນເຮັດໃຫ້ພວກເຮົາກ້າວໄປຂ້າງໜ້າພ້ອມກັນ.

© 2025 Copyright: ກະຊວງການເງິນ, ສປປ ລາວ