• ກົມກວດກາ
  • |
  • 2025-09-09
  • |
  • ວຽກງານພັກ-ພະນັກງານ

         ໃນວັນທີ 09 ກັນຍາ 2025, ໜ່ວຍພັກຮາກຖານກົມກວດກາລັດ ກະຊວງການເງິນ ໄດ້ຈັດກອງປະຊຸມເລືອກຕັ້ງຜູ້ແທນສົມບູນ, ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ສະໄໝທີ IV ໂດຍການເປັນປະທານຂອງ ສະຫາຍ ນາງ ພອນວັນ ອຸທະວົງ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງການເງິນ, ມີສະຫາຍ ອຸບັນ ສຸພິດາ ກຳມະການພັກກະຊວງ, ຫົວໜ້າກົມຈັດຕັ້ງ, ມີເລຂາໜ່ວຍພັກ, ຮອງເລຂາ ໜ່ວຍພັກ, ພ້ອມດ້ວຍສະມາຊິກພັກສົມບູນ, ສຳຮອງຂອງກົມກວດກາລັດເຂົ້າຮ່ວມ.

        ໃນກອງປະຊຸມ ສະຫາຍ ຂັນຄໍາ ໄຊຍະວົງ ເລຂາໜ່ວຍພັກ, ຮັກສາການຫົວໜ້າກົມກວດກາລັດ ໄດ້ກ່າວເປີດກອງປະຊຸມ ໂດຍເນັ້ນໜັກວ່າ: ກອງປະຊຸມຄັ້ງນີ້ ເປັນຂິີດໝາຍທີ່ສຳຄັນທາງດ້ານການເມືອງ ຂອງໜ່ວຍພັກ ຈື່ງຮຽກຮ້ອງໃຫ້ບັນດາຜູ້ແທນສະມາຊິກພັກຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ, ເສີມຂະຫຍາຍສິດປະຊາທິປະໄຕຢ່າງເຕັມທີ່, ສຸມສະຕິປັນຍາ, ເພື່ອຄົ້ນຄວ້າລົງເລີກບັນຫາຕ່າງໆ ຂອງກອງປະຊຸມ ດ້ວຍທັດສະນະທີ່ຖືກຕ້ອງ ແລະ ເລິກເຊິ່ງ ເຮັດໃຫ້ກອປະຊຸມຄັ້ງນີ້ບັນລຸຜົນສຳເລັດຕາມຄາດໝາຍຢ່າງຈົບງາມ.

        ພ້ອມກັນນັ້ນ, ກອງປະຊຸມ ໄດ້ມີການປ່ອນບັດເລືອກຕັ້ງຜູ້ແທນສົມບູນ, ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງການເງິນ ສະໄໝທີ IV ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ຖືກຕ້ອງສອດຄ່ອງກັບມາດຕະຖານ ແລະ ເງື່ອນໄຂ ທີ່ກຳນົດໄວ້ຕາມກົດລະບຽບຂອງພັກ, ມີຜູ້ແທນສົມບູນທັງໝົດ 47 ສະຫາຍ ໃນນັ້ນ ລົງສະໝັກເລືອກຕັ້ງ 21 ສະຫາຍ, ເລືອກເອົາຜູ້ແທນສົມບູນ 17 ສະຫາຍ, ສຳຮອງ 02 ສະຫາຍ. 

        ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ນາງ ພອນວັນ ອຸທະວົງ ຮອງເລຂາຄະນະບໍລິຫານງານພັກ ປະທານກອງປະຊຸມ ໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃນຄັ້ງນີ, ພ້ອມທັງເນັ້ນໃຫ້ບັນດາສະຫາຍສະມາຊິກພັກຜູ້ແທນສົມບູນ ແລະ ສຳຮອງທີ່ເປັນຕົວແທນສະມາຊິກຂອງໜ່ວຍພັກ ຈົ່ງຍົກສູງຄວາມຮັບຜິດຊອບໃນການເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການເງິນ ແລະ ສ້າງກົງຈັກໃຫ້ເປັນລະບົບສາມາດຂັບເຄື່ອນການຜັນຂະຫຍາຍແນວທາງ, ແຜນນະໂຍບາຍ, ກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ ທີ່ວາງອອກໄດ້ເປັນຢ່າງດີ ໃນນັ້ນ ໃຫ້ເປັນເຈົ້າການຕາມທິດ ສ ອ ຈ  ໃນການອັດຊ່ອງຫວ່າງ ທີ່ເປັນອຸປະສັກຂອງ          ຂະແໜງກວດກາລັດ ເປັນຕົ້ນການກວດກາການເງິນ, ກວດກາການລົງທຶນ, ຕ້ານສະກັດກັ້ນການສໍ້ບັງຫຼວງ ແລະ ຕິດຕາມ, ກວດກາປະຕິບັດຜົນການກວດສອບ-ກວດກາ ທັງສູນກາງ-ທ້ອງຖິ່ນ ຕາມມະຕິຂອງສະພາແຫ່ງຊາດ ແລະ ເປັນເຈົ້າການປະຕິບັດໜ້າທີ່ຕາມພາລະບົດບາດຂອງກົມ ກໍຄືກະຊວງການເງິນ ແລະ ສ້າງພະນັກງານສືບທອດ ທີ່ມີຄວາມຮູ້ຄວາມສາມາດ ຕາມທິດ “ ຫັນເປັນມືອາຊີບ” ສາມາດສືບທອດປ່ຽນແທນໃນພາລະກິດແຕ່ລະໄລຍະ.

© 2025 Copyright: ກະຊວງການເງິນ, ສປປ ລາວ