• ກະຊວງການເງິນ
  • |
  • 2025-09-09
  • |
  • ວຽກວິຊາສະເພາະ

        ໃນວັນທີ 8 ກັນຍາ 2025 ກະຂວງການເງິນ ຮ່ວມກັບ ອົງການສະຫະປະຊາຊາດເພື່ອການ ພັດທະນາ ຫຼື(UNDP) ຈັດກອງປະຊຸມລະດັບສູງຂຶ້ນພາຍໄຕ້ຫົວຂໍ້ ການສະໜອງທຶນເພື່ອການພັດທະນາ ໃນອະນາຄົດສໍາລັບ ສປປ ລາວ ໂດຍການເປັນປະທານຮ່ວມຂອງ ທ່ານ ນ. ພອນວັນ ອຸທະວົງ, ຮອງລັດະມົນຕີກະຊວງການເງິນ ແລະ ທ່ານ ນາງ ຄານນີ ວິຍາຣາຈາ (Kanni Wignaraja), ຜູ້ຊ່ວຍເລຂາທິການໃຫຍ່, ຜູ້ຊ່ວຍບໍລິຫານອົງການ ສະຫະປະຊາຊາດ ແລະ ຜູ້ອຳນວຍການສໍານັກງານພາກພື້ນອາຊີ ແລະ ປາຊີຟິກ ຂອງອົງການສະຫະປະຊາຊາດ ເພື່ອການ ພັດທະນາ (UNDP) ເນື່ອງໃນໂອກາດທີ່ທ່ານມາຢ້ຽມຢາມ ສປປ ລາວ ໂດຍມີການນໍາລະດັບສູງຈາກພາກລັດ, ຄູ່ຮ່ວມ ພັດທະນາ ແລະ ພາກເອກະຊົນ ເຂົ້າຮ່ວມ.

        ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອແລກປ່ຽນກ່ຽວກັບສິ່ງທ້າທາຍ ແລະ ໂອກາດດ້ານການເງິນສໍາລັບ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ຄຽງຄູ່ກັບການກະກຽມຄວາມພ້ອມ ເພື່ອຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນ ປີ 2026. ອີງຕາມການປະເມີນເບື້ອງຕົ້ນຂອງ UNDP ເຫັນວ່າຄວາມຕ້ອງການທຶນຮອນ ເພື່ອບັນລຸຄາດໝາຍການພັດທະນາ ປີ 2026-2030 ແມ່ນມີມູນຄ່າຫຼາຍສິບ ແຕ່ຄວາມສາມາດໃນການສະໜອງທຶນແມ່ນມີຄວາມຈຳກັດ ໂດຍສະເພາະການລົງທຶນໃນຂົງເຂດການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາຊັບພະຍາກອນມະນຸດ. ເພື່ອອັດຊ່ອງຫວ່າງດ້ານການເງິນ, ກອງປະຊຸມຍັງໄດ້ຈັດພິທີເປີດຕົວ ສູນການເຊື່ອມສານການເງິນເພື່ອການປ່ຽນແປງດິນຟ້າອາກາດ ແລະ ຍືນຍົງ (Climate and Sustainable Finance Hub) ເພື່ອເປັນຈຸດໃຈກາງຄົ້ນຄວ້າການເຊື່ອມສານລະຫວ່າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ການຄຸ້ມຄອງການເງິນແຫ່ງລັດ.

        ໂອກາດນີີ້ ທ່ານ ນາງ ພອນວັນ ອຸທະວົງ ໄດ້ມີຄຳເຫັນຕໍ່ກອງປະຊຸມໂດຍທ່ານ ໄດ້ຍົກໃຫ້ເຫັນ ເຖິງຄວາມມຸ່ງຫມັ້ນຂອງລັດຖະບານ ວ່າ: "ສປປ ລາວ ມີຜົນສຳເລັດ ແລະ ມີຄວາມຄືບໜ້າຫຼາຍດ້ານວຽກງານການເງິນຍືນຍົງ ສະແດງອອກ ສປປ ລາວ ເປັນປະເທດທໍາອິດໃນພາກພື້ນ ທີ່ມີການຮັບຮອງເອົາຍຸດທະສາດການເງິນສໍາລັບ ແຜນການ 5 ປີ ຄັ້ງທີ IX ໂດຍນໍາໃຊ້ ຫຼັກການສາກົນ ຂອບການເງິນແບບເຊື່ອມສານແຫ່ງຊາດ (Integrated National Financing Framework) ເຊິ່ງເຫັນດີຮັບຮອງໂດຍ ນາຍົກລັດຖະມົນຕີແຫ່ງ ສປປ ລາວ. ປີ 2025 ແມ່ນປີສຸດທ້າຍຂອງ ແຜນການ 5 ປີ ຄັ້ງທີ IX ແລະ ຍັງເປັນໄລຍະທີ່ ກະຊວງການເງິນ ເລັ່ງປັບປຸງແຜນການ 5 ປີ ຄັ້ງທີ X ເພື່ອສະເໜີຮັບຮອງໃນຕົ້ນ ປີ 2026. ພ້ອມດຽວກັນນີ້, ກໍ່ກໍາລັງສ້າງຍຸດທະສາດການເງິນ ສໍາລັບແຜນການ 5 ປີ ຄັ້ງທີ X ແລະ ສູນການເຊື່ອມສານການເງິນເພື່ອການປ່ຽນແປງດິນຟ້າອາກາດ ແລະ ຍືນຍົງ ຖືວ່າເປັນອີກຄວາມພະຍາຍາມໜຶ່ງໃນການເລັ່ງລະດົມການເງິນແບບຍືນຍົງທີ່ມີຄວາມເໝາະສົມກັບສະພາບຕົວຈິງຂອງ ສປປ ລາວ ແນໃສ່ຍົກລະດັບຄວາມເຂັ້ມແຂງ ຂອງລະບົບຄຸ້ມຄອງການເງິນແຫ່ງຊາດ ແລະ ດຶງດູດການລົງທຶນເຂົ້າໃນຂົງເຂດການສົ່ງເສີມການແກ້ໄຂບັນຫາປ່ຽນແປງດິນຟ້າອາກາດ ແລະ ການພັດທະນາຊັບພະຍາກອນມະນຸດ."

        ພ້ອມນີ້, ທ່ານ ນ. ຄານນີ ວີຍາຣາຈາ ໄດ້ຍົກໃຫ້ເຫັນ ເຖິງໂອກາດ ຂອງ ສປປ ລາວ ໃນການປະຕິຮູບການເງິນ, ສິ່ງທ້າທາຍທີ່ທົ່ວໂລກພວມປະເຊີນໜ້າ ແລະ ຄວາມສໍາຄັນໃນການຈັດລຽງບູລິມະສິດແຫ່ງຊາດ ລະບົບການເງິນເພື່ອການພັດທະນາໃນທົ່ວໂລກ ກຳລັງປະເຊີນໜ້າກັບສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ. ການຊ່ວຍເຫຼືອທາງການເພື່ອການ ພັດທະນາ ຄາດວ່າຈະຫຼຸດລົງຢ່າງຫຼວງຫຼາຍ ໃນລະດັບ 9%-17% ໃນປີ 2025. ແຕ່ກົງກັນຂ້າມ, ຊັບສິນທົ່ວໂລກພັດ ມີການຂະຫຍາຍຕົວສູງກວ່າ 450 ພັນລ້ານໂດລາສະຫະລັດ, ເຊິ່ງໃນນີ້ ຊ່ອງຫວ່າງໃນການສະ  ໜອງງົບປະມານ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງແມ່ນຢູ່ໃນລະດັບ 4.3 ພັນລ້ານໂດລາສະຫະລັດຕໍ່

© 2025 Copyright: ກະຊວງການເງິນ, ສປປ ລາວ