• ກະຊວງການເງິນ
  • |
  • 2025-09-05
  • |
  • ວຽກງານພັກ-ພະນັກງານ

        ໃນວັນທີ 05 ກັນຍາ 2025 ໜ່ວຍພັກຮາກຖານກົມສະຖິຕິເສດຖະກິດ ແລະ ສັງຄົມ ໄຂກອງປະຊຸມສະມາຊິກພັກ ເລືອກຕັ້ງຜູ້ແທນສົມບູນ, ສຳຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ສະໄໝທີ IV ຂອງຕົນຂື້ນ ໂດຍການເປັນປະທານຂອງ ສະຫາຍ ປອ ວົງຄໍາແຫງ ວົງທະຈັກ ກໍາມະການພັກກະຊວງການເງິນ, ຫົວໜ້າກົມຮ່ວມມື ແລະ ການເງິນສາກົນ ມີ ສະຫາຍ ລຽນທອງ ສຸພານີ ເລຂາໜ່ວຍພັກ, ຮັກສາການຫົວໜ້າກົມສະຖິຕິເສດຖະກິດ ແລະ ສັງຄົມ, ສະຫາຍ ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ, ຄະນະຮັບຜິດຊອບຕິດຕາມກອງປະຊຸມ ຈາກກົມຈັດຕັ້ງ, ກົມກວດກາລັດ ແລະ ສະມາຊິກພັກທັງໝົດ ພາຍໃນໜ່ວຍພັກຮາກຖານກົມສະຖິຕິເສດຖະກິດ ແລະ ສັງຄົມ ເຂົ້າຮ່ວມ. 

        ກອງປະຊຸມນີ້ ແມ່ນປະຕິບັດຕາມລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ແລະ ແຈ້ງການຂອງເລຂາຄະນະບໍລິຫານງານພັກກະຊວງການເງິນ ສະບັບເລກທີ 236/ຄບພ.ກງ, ຈຸດປະສົງເພື່ອເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງ ຂອງໜ່ວຍພັກຮາກຖານກົມສະຖິຕິເສດຖະກິດ ແລະ ສັງຄົມ, ສູນສະຖິຕິແຫ່ງຊາດ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ສະໄໝທີ IV ທີ່ຈະໄຂຂຶ້ນໃນມໍ່ໆນີ້. ໃນກອງປະຊຸມໄດ້ຮັບຟັງການສະເໜີມາດຕະຖານ ແລະ ເງື່ອນໄຂຂອງຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງການເງິນສະໄໝທີ IV.

        ໃນວາລະດຽວກັນ ບັນດາສະຫາຍສະມາຊິກພັກສົມບູນຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຜູ້ແທນສົມບູນ, ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງການເງິນ ສະໄໝທີ IV ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ຖືກຕ້ອງສອດຄ່ອງກັບມາດຕະຖານ, ເງື່ອນໄຂ ທີ່ກຳນົດໄວ້ຕາມກົດລະບຽບຂອງພັກ ເຊິ່ງມີສະມາຊິກພັກສົມບູນ ທັງໝົດ 29 ສະຫາຍ, ໃນນັ້ນ ຜູ້ທີ່ມີເງື່ອນໄຂລົງສະໝັກເລືອກຕັ້ງ 18 ສະຫາຍ ແລະ ສາມາດເລືອກໄດ້ຜູ້ແທນສົມບູນ 14 ສະຫາຍ ແລະ ສຳຮອງ 2 ສະຫາຍ.

        ໂອກາດນີ້ ສະຫາຍ ວົງຄຳແຫງ ວົງທະຈັກ ໄດ້ມີຄຳເຫັນໂອ້ລົມ ຊຶ່ງສະຫາຍໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະໜ່ວຍພັກທີ່ໄດ້ຊີ້ນໍາ-ນໍາພາກະກຽມ ແລະ ດໍາເນີນກອງປະຊຸມໃນຄັ້ງນີ້ ໄດ້ສໍາເລັດ, ສາມາດເລືອກສະຫາຍຜູ້ແທນສົມບູນ ແລະ ສໍາຮອງ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກສະມາຊິກພັກ ໃຫ້ເປັນຕົວແທນ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ສະໄໝທີ IV, ຮຽກຮ້ອງໃຫ້ບັນດາຜູ້ແທນສົມບູນ ຈົ່ງເປັນເຈົ້າການກະກຽມ, ຕິດຕາມ ແລະ ເຂົ້າຮ່ວມ ການທາບທາມບຸກຄະລາກອນ ໃນແຕ່ລະຮອບ ໃຊ້ສິດເປັນເຈົ້າຕົນເອງ ປະຕິບັດແຜນທີ່ຂັ້ນເທິງກຳນົດໄວ້ຢ່າງຕັ້ງໜ້າ ໃນຊ່ວງທີ່ມີວາລະການດໍາເນີນກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງການເງິນ ໃຫ້ສາມາດເຂົ້າຮ່ວມໄດ້.

© 2025 Copyright: ກະຊວງການເງິນ, ສປປ ລາວ