ໃນວັນທີ 05 ກັນຍາ 2025, ໜ່ວຍພັກຮາກຖານກົມຄຸ້ມຄອງການບັນຊີ ກະຊວງການເງິນ ໄດ້ຈັດກອງປະຊຸມເລືອກຕັ້ງຜູ້ແທນສົມບູນ, ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ສະໄໝທີ IV ໂດຍການເປັນປະທານຂອງ ສະຫາຍ ພູເຂົາຄຳ ວັນນະວົງໄຊ ກຳມະການຄະນະບໍລິຫານງານພັກກະຊວງການເງິນ, ຫົວໜ້າກົມພາສີ, ເລຂາໜ່ວຍພັກ, ມີຮອງເລຂາໜ່ວຍພັກ, ສະຫາຍຜູ້ຕາງໜ້າກົມຈັດຕັ້ງ, ກົມກວດກາລັດ, ພ້ອມດ້ວຍສະມາຊິກພັກສົມບູນ, ສຳຮອງຂອງກົມຄຸ້ມຄອງການບັນຊີເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ອຸດອນ ທໍາມະວົງສາ ເລຂາໜ່ວຍພັກ, ຮັກສາການຫົວໜ້າກົມຄຸ້ມຄອງການບັນຊີ ໄດ້ກ່າວເປີດກອງປະຊຸມ ໂດຍເນັ້ນໜັກວ່າ: ກອງປະຊຸມຄັ້ງນີ້ ເປັນຂິີດໝາຍທີ່ສຳຄັນທາງດ້ານການເມືອງ ຂອງໜ່ວຍພັກ ຈື່ງຮຽກຮ້ອງໃຫ້ບັນດາຜູ້ແທນສະມາຊິກພັກຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ, ເສີມຂະຫຍາຍສິດປະຊາທິປະໄຕຢ່າງເຕັມທີ່, ສຸມສະຕິປັນຍາ, ເພື່ອຄົ້ນຄວ້າລົງເລີກບັນຫາຕ່າງໆ ຂອງກອງປະຊຸມ ດ້ວຍທັດສະນະທີ່ຖືກຕ້ອງ ແລະ ເລິກເຊິ່ງ ເຮັດໃຫ້ກອປະຊຸມຄັ້ງນີ້ບັນລຸຜົນສຳເລັດຕາມຄາດໝາຍຢ່າງຈົບງາມ.

ພ້ອມກັນນັ້ນ, ກອງປະຊຸມ ໄດ້ມີການປ່ອນບັດເລືອກຕັ້ງຜູ້ແທນສົມບູນ, ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງການເງິນ ສະໄໝທີ IV ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ຖືກຕ້ອງສອດຄ່ອງກັບມາດຕະຖານ ແລະ ເງື່ອນໄຂ ທີ່ກຳນົດໄວ້ຕາມກົດລະບຽບຂອງພັກ, ມີຜູ້ແທນສົມບູນທັງໝົດ 19 ສະຫາຍ, ໃນນັ້ນ ລົງສະໝັກເລືອກຕັ້ງ 14 ສະຫາຍ, ເລືອກເອົາຜູ້ແທນສົມບູນ 10 ສະຫາຍ, ສຳຮອງ 02 ສະຫາຍ.
ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ພູເຂົາຄຳ ວັນນະວົງໄຊ ກຳມະການຄະນະບໍລິຫານງານພັກກະຊວງ ປະທານກອງປະຊຸມ ໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃນຄັ້ງນີ, ພ້ອມທັງເນັ້ນໃຫ້ບັນດາສະຫາຍສະມາຊິກພັກຜູ້ແທນສົມບູນ ແລະ ສຳຮອງທີ່ເປັນຕົວແທນສະມາຊິກຂອງໜ່ວຍພັກ ຈົ່ງຍົກສູງຄວາມຮັບຜິດຊອບໃນການເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການເງິນ ແລະ ໃຊ້ສິດຂອງຕົນຢ່າງເຕັມສ່ວນ ບົນພື້ນຖານຖືກຕ້ອງຕາມລະບຽບຫຼັກການ, ເຊື່ອມຊືມ, ກຳແໜ້ນບັນດາເນື້ອໃນ ແລະ ຂໍ້ຫ້າມທີ່ຄະນະຮັບຜິດຊອບໄດ້ສະເໜີ ຜ່ານກອງປະຊຸມ ເພື່ອຮັບປະກັນດ້ານເນື້ອໃນໃຫ້ແກ່ຂະບວນການເຄື່ອນໄຫວກະກຽມຄວາມພ້ອມເຂົ້າຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງການເງິນ ຄັ້ງທີ IV ໃກ້ຈະມາເຖິງນີ້.