ໃນວັນທີ 5 ກັນຍາ 2025, ສະຖາບັນເສດຖະກິດ-ການເງິນ ກະຊວງການເງິນ ໄດ້ມີພິທີປິດຊຸດຝຶກອົບຮົມວຽກງານການຄຸ້ມຄອງການປະມູນຈັດຊື້-ຈັດຈ້າງ ແລະ ວຽກງານສ່ວຍສາອາກອນ ໃຫ້ແກ່ພະນັກງານ-ລັດຖະກອນ ຄູອາຈານ 3 ສະຖາບັນ ທີ່ຂຶ້ນກັບກະຊວງການເງິນ ໂດຍການເປັນປະທານຂອງ ທ່ານ ຟອງສີສຸພັນ ພົມມະວົງ ຫົວໜ້າສະຖາບັນເສດຖະກິດ-ການເງິນ ກະຊວງການເງິນ, ມີຄະນະກົມ ຈາກກົມຈັດຕັ້ງ, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ກົມສ່ວຍສາອາກອນ ພ້ວຍດ້ວຍວິທະຍາກອນຈາກກົມດັ່ງກ່າວ ແລະ ນັກສໍາມະນາກອນຈາກ 03 ສະຖາບັນ ເຂົ້າຮ່ວມ. ຊຸດຝຶກອົບຮົມໄດ້ດຳເນີນມາເປັນເວລາ 10 ລັດຖະການ ເລີ່ມແຕ່ວັນທີ 25 ສິງຫາ ຫາ 05 ກັນຍາ 2025, ເນື້ອໃນທີ່ນໍາມາຝຶກອົບຮົມສ້າງຄວາມເຂັ້ມແຂງຄູຝຶກວຽກງານສ່ວຍສາອາກອນ ແລະ ການຄຸ້ມຄອງການປະມູນຈັດຊື້-ຈັດຈ້າງຄັ້ງນີ້ປະກອບມີ: 1. ວຽກງານສ່ວຍສາອາກອນທາງອ້ອມ; 2. ວຽກງານສ່ວຍສາອາກອນທາງກົງ; 3. ວຽກງານກວດກາໄລ່ລຽງ; 4. ລະບົບວຽກງານຫັນເປັນທັນສະໄໝຈັດເກັບລາຍຮັບ; 5. ທວນຄືນ ແລະ ສອບເສັງ; 6. ຄຸ້ມຄອງການປະມູນວົງແຄບສໍາລັບການກໍ່ສ້າງ ຫຼືການສ້ອມແປງຂະໜາດນ້ອຍ; 7. ຄຸ້ມຄອງການປະມູນເປີດກວ້າງພາຍໃນສໍາລັບປະມູນຈັດຊື້ສິນຄ້າ; 8. ຄຸ້ມຄອງການປະມູນເປີດກວ້າງພາຍໃນສໍາລັບວຽກງານກໍ່ສ້າງ; ການດໍາເນີນການຝຶກອົບຮົມ.ນັກສຳມະນາກອນໄດ້ຮັບຟັງການບັນຍາຍຈາກວິທະຍາກອນ; ມີການ ແລກປ່ຽນຄວາມຄິດເຫັນໃນຫ້ອງຮຽນ, ແກ້ຂໍ້ຂ້ອງໃຈໃນຫ້ອງຮຽນ; ຝຶກປະຕິບັດຕົວຈິງໃນຫ້ອງຮຽນ; ສອບເສັງປະເມີນການຝຶກອົບຮົມ. ໂອກາດນີ້, ທ່ານ ຟອງສີສຸພັນ ພົມມະວົງ ໄດ້ສະແດງຄວາມຊົມເຊີຍຕໍ່ນັກສໍາມະນາກອນ ທີ່ໄດ້ເອົາໃຈໃສ່ໃນການແລກປ່ຽນ ຍາດແຍ່ງເອົາບົດຮຽນ ແລະ ປະສົບການຕົວຈິງ ລວມທັງນັກວິທະຍາກອນ ທີ່ສະຫຼະເວລາ ທຸ້ມເທເຫື່ອແຮງ, ສະຕິປັນຍາ ໃຫ້ກຽດມາເປັນວິທະຍາກອນ ໃຫ້ແກ່ຊຸດຝຶກອົບຮົມໃນຄັ້ງນີ້, ເຊິ່ງ ບົດຮຽນ ແລະ ປະສົບການຕົວຈິງຂອງບັນດາທ່ານ ເປັນບົດຮຽນອັນສໍາຄັນຫຼາຍ ທີ່ຜູ້ເຂົ້າຮ່ວມຝຶກອົບຮົມ ຈະໄດ້ຮຽນຮູ້, ແລກປ່ຽນບົດຮຽນ, ສ້າງຄວາມເຂົ້າໃຈເປັນເອກະພາບສູງ ກ່ຽວກັບ“ວຽກງານການຄຸ້ມຄອງການປະມູນຈັດຊື້-ຈັດຈ້າງ ແລະ ວຽກງານສ່ວຍສາອາກອນ”, ທີ່ໄດ້ເຜີຍແຜ່ບົດຮຽນ ໃຫ້ແກ່ພະນັກງານຄູ-ອາຈານ ທັງ 03 ສະຖາບັນ ດ້ວຍຄວາມເອົາໃຈໃສ່ ຂຶ້ນຫ້ອງສິດສອນຢ່າງຕັ້ງໜ້າ ເພື່ອຖ່າຍທອດ ແລະ ແລກປ່ຽນປະສົບການໃນພຶດຕິກໍາຕົວຈິງກັບນັກສຳມະນາກອນ ສາມາດບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້.
