ໃນວັນທີ 03 ກັນຍາ 2025, ໜ່ວຍພັກຮາກຖານບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ກະຊວງການເງິນ ໄດ້ຈັດກອງປະຊຸມເລືອກຕັ້ງຜູ້ແທນສົມບູນ, ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ສະໄໝທີ IV ໂດຍການເປັນປະທານຂອງ ສະຫາຍ ພູເຂົາຄຳ ວັນນະວົງໄຊ ຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກຮາກຖານກົມພາສີ, ຫົວໜ້າກົມພາສີ, ມີສະຫາຍເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ສະຫາຍຜູ້ຕາງໜ້າກົມຈັດຕັ້ງ, ກົມກວດກາລັດ, ພ້ອມດ້ວຍສະມາຊິກພັກສົມບູນ, ສຳຮອງຂອງບໍລິສັດ ວິສາຫະກິດ ຫວຍພັດທະນາເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ສຸບັນ ເພຍສັກຂາ ເລຂາໜ່ວຍພັກ, ຜູ້ອຳນວຍການບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ໄດ້ກ່າວເປີດກອງປະຊຸມ ໂດຍໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ໄດ້ເປັນຂິີດໝາຍທີ່ສຳຄັນທາງດ້ານການເມືອງ ຂອງໜ່ວຍພັກຈື່ງຮຽກຮ້ອງໃຫ້ບັນດາຜູ້ແທນສະມາຊິກພັກຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ, ເສີມຂະຫຍາຍສິດປະຊາທິປະໄຕ, ສຸມສະຕິປັນຍາ, ເຫື່ອແຮງ ເພື່ອຄົ້ນຄວ້າບັນຫາຕ່າງໆ ຂອງກອງປະຊຸມ ດ້ວຍທັດສະນະທີ່ຖືກຕ້ອງ ແລະ ເລິກເຊິ່ງ ເຮັດໃຫ້ກອປະຊຸມບັນລຸຜົນສຳເລັດຕາມຄາດໝາຍຢ່າງຈົບງາມ. ພ້ອມກັນນັ້ນ, ກອງປະຊຸມ ໄດ້ມີການປ່ອນບັດເລືອກຕັ້ງຜູ້ແທນສົມບູນ, ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງການເງິນ ສະໄໝທີ IV ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ຖືກຕ້ອງສອດຄ່ອງກັບມາດຕະຖານ, ເງື່ອນໄຂ ທີ່ກຳນົດໄວ້ຕາມກົດລະບຽບຂອງພັກ ເຊິ່ງມີຜູ້ແທນສົມບູນທັງໝົດ 17 ສະຫາຍ, ຍິງ 06 ສະຫາຍ, ໃນນັ້ນ ລົງສະໝັກເລືອກຕັ້ງ 09 ສະຫາຍ, ຍິງ 04 ສະຫາຍ ເລືອກເອົາຜູ້ແທນສົມບູນ 05 ສະຫາຍ, ສຳຮອງ 02 ສະຫາຍ. ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ພູເຂົາຄຳ ວັນນະວົງໄຊ ໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃນຄັ້ງນີ, ພ້ອມທັງເນັ້ນໃຫ້ບັນດາສະຫາຍສະມາຊິກພັກ ຍົກສູງຄວາມຮັບຜິດຊອບໃນການເຂົ້າຮ່ວມກອງປະຊຸມ ແລະ ໃຊ້ສິດຂອງຕົນຢ່າງເຕັມສ່ວນບົນພື້ນຖານຖືກຕ້ອງຕາມລະບຽບຫຼັກການ, ເຊື່ອມຊືມ, ກຳແໜ້ນບັນດາຂໍ້ຫ້າມທີ່ຄະນະຮັບຜິດຊອບໄດ້ສະເໜີ ຖ້າຫາກສະຫາຍໃດມີພຶດຕິກຳລະເມີດຕໍ່ຂໍ້ຫ້າມຂອງຜູ້ແທນສົມບູນຖືວ່າຈະໄດ້ຕັດຊື່ອອກຈາກການເປັນຜູ້ແທນສົມບູນ ແລະ ຈະໄດ້ເອົາຜູ້ແທນສຳຮອງປ່ຽນແທນ, ຕ້ອງຕິດຕາມວາລະການດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງການເງິນຕ້ອງຮັບປະກັນໃຫ້ສາມາດເຂົ້າຮ່ວມໄດ້.
