ໃນວັນທີ 3 ກັນຍາ 2025, ໜ່ວຍພັກຮາກຖານຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດນາມ ໄດ້ຈັດກອງປະ ຊຸມສະມາຊິກພັກ ເລືອກຕັ້ງຜູ້ແທນສົມບູນ, ສຳຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນສະໄໝທີ IV ໂດຍການເປັນປະທານຂອງ ສະຫາຍ ນາງ ພອນວັນ ອຸທະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນ ຕີກະຊວງການເງິນ ຮອງປະທານຄະນະກຳມະການຮ່ວມມືລາວ-ຫວຽດ ນາມ, ມີສະຫາຍ ອຸບັນ ສຸພິດາ ກຳມະການພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ, ມີເລຂາໜ່ວຍພັກຮາກຖານຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດນາມ ພ້ອມດ້ວຍຄະນະໜ່ວຍພັກ, ສະມາຊິກພັກ ພາຍໃນໜ່ວຍ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ອຸບັນ ສຸພິດາ ໄດ້ຜ່ານເອກະສານທີ່ຕິດພັນກັບວຽກງານການເມືອງ-ແນວຄິດ ຂອງພະນັກງານ-ສະມາຊິກພັກ ໂດຍອີງໃສ່ທິດຊີ້ນໍາຂອງຄະນະພັກຂັ້ນເທິງ ເພື່ອໃຫ້ບັນດາໜ່ວຍພັກຮາກຖານ ເຜີຍແຜ່ 04 ເອກະສານສໍາຄັນ ທີ່ຕິດພັນ ໂດຍສະເພາະແມ່ນການສ້າງຄວາມເຂົ້າໃຈກ່ຽວກັບກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ, ການຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ ໃນຖັນແຖວສະມາຊິກພັກ-ພະນັກງານ. ພ້ອມນັ້ນ, ສະຫາຍ ນາລັດ ບົວດອກທອງ ກຳມະການໜ່ວຍພັກຮາກຖານ ຮອງຫົວໜ້າກົມກວດກາລັດ ໄດ້ ຜ່ານມາດຖານ ແລະ ເງື່ອນໄຂ ຂອງຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງການເງິນ ພ້ອມທັງດໍາເນີນຂະບວນການປ່ອນບັດເລືອກຕັ້ງຕາມຂັ້ນຕອນ ທີ່ໄດ້ມີການກໍານົດໄວ້ຕາມລະບຽບການ ແລະ ສະມາຊິກພັກທັງໝົດ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນສະໄໝທີ IV. ໂອກາດດັ່ງກ່າວ, ສະຫາຍ ພອນວັນ ອຸທະວົງ ໄດ້ໃຫ້ກຽດໂອ້ລົມ ເຊິ່ງມີເນື້ອໃນບາງຕອນວ່າ: ຫຼັງຈາກສຳ ເລັດກອງປະຊຸມດັ່ງກ່າວ ຄະນະໜ່ວຍພັກຍັງຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດຫຼາຍໜ້າວຽກ ເພື່ອເປັນການກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຂອງຮາກຖານພັກ ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້, ບັນດາຜູ້ແທນສົມບູນ ຕ້ອງຍົກສູງຄວາມຮັບຜິດຊອບໃນການເຂົ້າຮ່ວມກອງປະຊຸມ ແລະ ໃຊ້ສິດຂອງຕົນຢ່າງເຕັມສ່ວນບົນພື້ນ ຖານຖືກ ຕ້ອງຕາມລະບຽບຫຼັກການກໍານົດ; ສະເໜີໃຫ້ບັນດາສະຫາຍສືບຕໍ່ປະຕິບັດວຽກງານຕາມພາລະໜ້າທີ່ຂອງຕົນ ອຸ່ນອ່ຽນທຸ່ນທ່ຽງຕໍ່ການນຳພາຂອງ ຄະນະພັກ ຄະນະນຳ.
