ໃນວັນທີ 27 ທັນວາ 2024 ກົມຄຸ້ມຄອງການບັນຊີ ຮ່ວມກັບ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ໄດ້ມີພິທີປິດຊຸດຝຶກອົບຮົມ ກ່ຽວກັບ ການບັນຊີວິສາຫະກິດ ວຽກງານບັນຊີທ້າຍສະໄໝ ທີ່ຕິດພັນກັບ ທຸລະກິດການຮັບເໝົາກໍ່ສ້າງ ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງ ທ່ານ ວັນໄຊ ທອງສີທາວົງ ຮອງຫົວໜ້າກົມຄຸ້ມຄອງການບັນຊີ, ມີຮອງຫົວໜ້າສະຖາບັນການເງິນ ແລະ ການບັນຊີ, ພະນັກງານກົມຄຸ້ມຄອງການບັນຊີ, ນັກຝຶກອົບຮົມຈາກຫົວໜ່ວຍທຸລະກິດ, ວິສາຫະກິດບໍລິການບັນຊີ-ກວດສອບ ແລະ ພາກສ່ວນຕ່າງໆເຂົ້າຮ່ວມທັງໝົດ ຈຳນວນ 49 ທ່ານ ເປັນ ຍິງ 29 ທ່ານ.
![]()
|
ນັກສຳມະນາກອນ ທີ່ໄດ້ຮັບໃບຢັ້ງຢືນໃນຄັ້ງນີ້ ແມ່ນໄດ້ຜ່ານການຝຶກອົບຮົມ ແລະ ຮັບຟັງການນຳສະເໜີ ກ່ຽວກັບ ການກຳນົດຜັງບັນຊີ ສະເພາະການບໍລິການທີ່ຕິດພັນກັບທຸລະກິດການຮັບເໝົາກໍ່ສ້າງ, ການໄດ້ຮຽນຮູ້ກ່ຽວກັບບັນດາລາຍການເຄື່ອນໄຫວປະຈຳວັນ, ລາຍການປັບປຸງທ້າຍສະໄໝ, ການສ້າງໃບລາຍງານສົມທຽບຜົນໄດ້ຮັບດ້ານບັນຊີ ແລະ ດ້ານອາກອນ, ການຄິດໄລ່ຕົວເລກເຂົ້າໃນໃບລາຍງານກະແສເງິນສົດ, ການສ້າງບົດອະທິບາຍຊ້ອນທ້າຍເອກະສານລາຍງານການເງິນ ແລະ ການນຳໃຊ້ໂປຣ ແກຣມບັນຊີ ເປັນຕົ້ນ.
![]() | ![]() | ![]() |
ຈຸດປະສົງຂອງການຝຶກອົບຮົມ ແມ່ນແນ່ໃສ່ ເພື່ອຍົກລະດັບຄວາມຮູ້ ດ້ານວຽກງານການບັນຊີວິສາຫະກິດ ທີ່ໄດ້ຮັບຮອງຈາກ ລັດຖະມົນຕີ ກະຊວງການເງິນ ໃຫ້ແກ່ຜູ້ທີ່ເຂົ້າຮ່ວມຝຶກອົບຮົມ ເພື່ອນຳໄປຈັດຕັ້ງປະຕິບັດຕົວຈິງ ໃຫ້ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ.
ໂອກາດນີ້, ທ່ານ ວັນໄຊ ທອງສີທາວົງ ໄດ້ມີຄຳເຫັນບາງບັນຫາສຳຄັນວ່າ: ການຈັດຝຶກອົບຮົມຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ ດ້ານວຽກງານການບັນຊີວິສາຫະກິດ ທີ່ໄດ້ຮັບຮອງຈາກ ລັດຖະມົນຕີ ກະຊວງການເງິນ ໃຫ້ແກ່ພະນັກງານບັນຊີ ຂອງຫົວໜ່ວຍທຸລະກິດ, ວິສາຫະກິດບັນຊີ-ກວດສອບ, ສະມາຊິກ ສະພາວິຊາຊີບນັກບັນຊີນັກກວດສອບ ແລະ ຄູ-ອາຈານ ຈາກສະຖາບັນການສຶກສາ ເພື່ອນຳໄປຈັດຕັ້ງປະຕິບັດຕົວຈິງ ໃຫ້ມີຄວາມເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ. ສິ່ງສຳຄັນທີ່ສຸດກໍແມ່ນຮຽກຮ້ອງໃຫ້ ນັກສຳມະນາກອນ ໃຫ້ນຳເອົາຄວາມຮູ້ ຄວາມສາມາດໄປນຳໃຊ້ເຂົ້າໃນການເຮັດວຽກຕົວຈິງຢ່າງມີປະສິດທິພາບ ແລະ ປະສິດທິຜົນ ມີຄວາມວ່ອງໄວ ໂປ່ງໃສ ສາມາດກວດສອບໄດ້.
![]() |