ໃນວັນທີ 25 ສິງຫາ 2025, ສະຖາບັນເສດຖະກິດ-ການເງິນ ກະຊວງການເງິນ ໄດ້ເປີດຊຸດຝຶກອົບຮົມວຽກງານການຄຸ້ມຄອງການປະມູນຈັດຊື້-ຈັດຈ້າງ ແລະ ວຽກງານສ່ວຍສາອາກອນ ໃຫ້ແກ່ພະນັກງານ-ລັດຖະກອນ ຄູອາຈານ 3 ສະຖາບັນ ທີ່ຂຶ້ນກັບກະຊວງການເງິນ ໂດຍການເປັນປະທານຂອງ ທ່ານ ຟອງສີສຸພັນ ພົມມະວົງ ຫົວໜ້າສະຖາບັນເສດຖະກິດ-ການເງິນ ກະຊວງການເງິນ, ມີຄະນະກົມ ຈາກກົມຈັດຕັ້ງ ແລະ ພະນັກງານ, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ກົມສ່ວຍສາອາກອນ ພ້ວຍດ້ວຍວິທະຍາກອນຈາກກົມດັ່ງກ່າວ ແລະ ນັກສໍາມະນາກອນຈາກ 03 ສະຖາບັນ ເຂົ້າຮ່ວມ.
ທ່ານ ສີສຸພັນ ພົມມະວົງ ໃຫ້ຮູ້ວ່າ: ການຝຶກອົບຮົມຄັ້ງນີ້ ເປັນການບໍາລຸງ-ກໍ່ສ້າງພະນັກງານ ຂະແໜງການເງິນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ດ້ານຄຸນທາດການເມືອງ-ແນວຄິດ, ແບບແຜນນໍາພາ-ຄຸ້ມຄອງ, ມີລະດັບວິຊາສະເພາະທີ່ແນ່ນອນ, ມີຈັນຍາບັນຕໍ່ວິຊາຊີບ ແມ່ນນອນຢູ່ໃນແຜນພັດທະນາຂະແໜງການເງິນ ທັງເປັນການພັດທະນາ ຕິດພັນກັບຊັບພະຍາກອນມະນຸດ ໃຫ້ໄດ້ເຂົ້າເຖິງການສຶກສາທີ່ມີຄຸນນະພາບ; ເຊິ່ງການບໍາລຸງ-ກໍ່ສ້າງ ຍົກລະດັບພະນັກງານ-ລັັດຖະກອນ ຕໍ່ກັບວຽກງານການຄຸ້ມຄອງການປະມູນຈັດຊຶື້-ຈ້ດຈ້າງ ແລະ ວຽກງານສ່ວຍສາອາກອນນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຄູອາຈານຈາກ 3 ສະຖາບັນເສດຖະກິດ-ການເງິນ ໃນຂອບເຂດທົ່ວປະເທດ ທີ່ຂື້ນກັບ ກະຊວງ ການເງິນ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ, ກ້ວາງຂວາງ ແລະ ສາມາດນໍາເອົາເນື້ອໃນບົດຮຽນທີ່ໄດ້ຈາກການຝຶກອົບຮົມໃນຊຸດນີ້ ໄປຈັດຕັ້ງຜັນຂະຫຍາຍ ແລະ ແນະນໍາ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຢ່າງມີປະສິດທິພາບ. ເຊິ່ງນັກສໍາມະນາກອນ ຈະໄດ້ຮຽນຮູ້ກ່ຽວກັບບັນດາຂະແໜງການດັ່ງນີ້:
I. ວຽກງານຄຸ້ມຄອງການປະມູນຈັດຊື້-ຈັດຈ້າງ:
1. ຄຸ້ມຄອງການປະມູນວົງແຄບສໍາລັບການກໍ່ສ້າງ ຫຼື ການສ້ອມແປງຂະໜາດນ້ອຍ;
2. ຄຸ້ມຄອງການປະມູນເປີດກວ້າງພາຍໃນສໍາລັບປະມູນຈັດຊື້ສິນຄ້າ;
3. ຄຸ້ມຄອງການປະມູນເປີດກວ້າງພາຍໃນສໍາລັບວຽກງານກໍ່ສ້າງ.
II. ວຽກງານສ່ວຍສາອາກອນ:
- ສ່ວຍສາອາກອນທາງອ້ອມ;
- ສ່ວຍສາອາກອນທາງກົງ;
- ວຽກງານກວດກາໄລ່ລຽງ;
- ລະບົບວຽກງານຫັນເປັນທັນສະໄໝໃນການຈັດເກັບລາຍຮັບ.
ໂອກາດນີ້, ທ່ານຫົວໜ້າສະຖາບັນ ຍັງໄດ້ເນັ້ນໃຫ້ນັກສໍາມະນາກອນ ເອົາໃຈໃສ່ໃນການແລກປ່ຽນ ຍາດແຍ່ງເອົາບົດຮຽນ ແລະ ປະສົບການຕົວຈິງ ນໍາວິທະຍາກອນ ແລະ ຜູ້ເຂົ້າຮ່ວມຝຶກອົບຮົມດ້ວຍກັນ ພ້ອມທັງປະຕິບັດລະບຽບ ແລະ ສອບເສັງທົດສອບ ໃຫ້ຜ່ານເກນຕາມມາດຕະຖານທີ່ກໍານົດໄວ້ໃນຫຼັກສູດຝຶກອົບຮົມ.
ຊຸດຝຶກອົບຮົມຄັ້ງນີ້ ຈະໄດ້ແຍກເປັນສອງຂະແໜງ, ແຕ່ລະຂະແໜງຈະໄດ້ຝຶກເປັນ ເວລາ 10 ວັນ ແຕ່ວັນທີ 25 ສິງຫາ ຫາ 05 ກັນຍາ 2025.