ໃນວັນທີ 26 ສິງຫາ 2025 ທີ່ ກະຊວງການເງິນ ຄະນະຮັບຜິດຊອບການຈັດຕັ້ງປະຕິບັດລະບົບລວມສູນການຄຸ້ມຄອງຂໍ້ມູນຂ່າວສານການເງິນ (IFMIS) ຮ່ວມກັບ ໜ່ວຍງານຈັດຕັ້ງປະຕິບັດໂຄງການ (PIU) ພະແນກຄຸ້ມຄອງໂຄງການຊ່ວຍເຫຼືອລ້າ ແລະ ກູ້ຢືມ, ຫ້ອງການ ກະຊວງການເງິນ ໄດ້ຈັດກອງປະຊຸມ ລາຍງານຄວາມຄືບໜ້າ ແລະ ທົບທວນຄືນ ການຈັດຕັ້ງປະຕິບັດ ພັດທະນາລະບົບລວມສູນການຄຸ້ມຄອງຂໍ້ມູນຂ່າວສານການເງິນ (IFMIS) ໂດຍການເປັນປະທານຂອງ ທ່ານ ໜູເຊີຍ ພົມສີຈັນ ຫົວໜ້າກົມງົບປະມານແຫ່ງລັດ, ຫົວໜ້າຄະນະຊີ້ນຳລວມການຈັດຕັ້ງປະຕິບັດລະບົບ IFMIS ກະຊວງການເງິນ ມີຄະນະຮັບຜິດຊອບຕາມຂໍ້ຕົກລົງ ສະບັບເລກທີ 0839/ກງ, ໜ່ວຍງານຈັດຕັ້ງປະຕິບັດໂຄງການ (PIU), ຄະນະຊ່ຽວຊານຈາກທະນາຄານໂລກ, ບໍລິສັດທີ່ປຶກສາ ສາກົນ ເດລອຍ, ບໍລິສັດ ເຕັກໂນ ເບຣນ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງຂອງກະຊວງການເງິນ ເຂົ້າຮ່ວມ. ແບບເຊິ່ງໜ້າ ແລະ ລະບົບທາງໄກ. ໃນການຈັດຕັ້ງປະຕິບັດ ລະບົບ IFMIS, ອີງຕາມແຜນສະເໜີຈາກ ບໍລິສັດທີ່ປຶກສາ ເດລອຍ ໄດ້ວາງແຜນວຽກ ຮ່ວມກັບ ບໍລິສັດ ເຕັກໂນ ເບຣນ (ຜູ້ພັດທະນາ) ເພື່ອຮ່ວມເຮັດ ວຽກກັບຄະນະຮັບຜິດຊອບຂອງກະຊວງການເງິນ ແລະ ກົມວິຊາການທີ່ກ່ຽວຂ້ອງ ແລະ ບາງກະຊວງທີ່ຕິດພັນກັບການພັດທະນາລະບົບ, ຊຶ່ງໃນປະຈຸບັນວຽກງານການຈັດຕັ້ງປະຕິບັດການພັດທະນາ ລະບົບ IFMIS ຢູ່ໃນການດໍາເນີນການສຶກສາຂໍ້ມູນເພື່ອນໍາໄປສຶກສາ ຈາກພາກສ່ວນທີ່ກ່ຽວຂ້ອງ ລວມທັງລະບົບຕ່າງໆທີ່ຈະເຊື່ອມຕໍ່ກັບລະບົບ IFMIS ດັ່ງນັ້ນຈຶ່ງໃຫ້ ບໍລິສັດ ອອກແບບລະບົບ ເພື່ອກະກຽມທົດລອງນໍາໃຊ້. ກອງປະຊຸມຄັ້ງນີ້ ບໍລິສັດ ເຕັກໂນ ເບຣນ ໄດ້ລາຍງານຄວາມຄືບໜ້າ ແລະ ທົບທວນແຜນວຽກ, ບັນດາໜ້າວຽກ ທີ່ໄດ້ມີການສົ່ງມອບສໍາເລັດ, ບັນດາໜ້າວຽກທີ່ກຳລັງດໍາເນີນຢູ່, ແຜນທີ່ກໍາລັງຈະດໍາເນີນພັດທະນາ ແລະ ອອກແບບ, ການຈັດຕັ້ງປະຕິບັດໂຄງການ ແຜນການປະກອບບຸກຄະລາກອນເຂົ້າໃນແຕ່ລະຕຳແໜ່ງງານຂອງໂຄງການ, ຜົນກອງປະຊຸມປຶກສາຫາລືດ້ານວິຊາການ ຮ່ວມກັບ ກົມວິຊາການທີ່ກ່ຽວຂ້ອງ, ກະກຽມແຜນກິດຈະກຳທີ່ຈະດຳເນີນໃນ 3 ເດືອນຕໍ່ໜ້າ, ຄວາມຄືບໜ້າວຽກງານ ສຶກສາຂໍ້ມູນເພື່ອ ນຳໄປພັດທະນາລະບົບ, ຄວາມຄືບໜ້າ ການກະກຽມອອກແບບພັດທະນາ ລະບົບ ແລະ ອື່ນໆ... ພ້ອມນັ້ນ ຕາງໜ້າຄະນະຊ່ຽວຊານທະນາຄານໂລກ ແລະ ບໍລິສັດທີ່ປຶກສາ ສາກົນ ເດລອຍ ລວມທັງຄະນະຮັບຜິດຊອບຈັດຕັ້ງປະຕິບັດລະບົບ IFMIS ແລະ ບັນດາກົມວິຊາການທີ່ກ່ຽວຂ້ອງຂອງກະຊວງການເງິນ ຈຶ່ງມີຄຳເຫັນແລກປ່ຽນຕໍ່ບັນຫາທີ່ສົນໃຈນຳອີກດ້ວຍ.
