• ກະຊວງການເງິນ
  • |
  • 2025-08-22
  • |
  • ວຽກວິຊາສະເພາະ

        ໃນວັນທີ 22 ສິງຫາ 2025 ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຄະນະກຳມະການຮ່ວມມືລາວ-ຈີນ ໂດຍການເປັນປະທານຂອງ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີ ທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານຜູ້ປະຈຳການ ທັງເປັນຫົວໜ້າຫ້ອງການ ຄະນະກຳມະການຮ່ວມມືລາວ-ຈີນ ກະຊວງການເງິນ. ພ້ອມດ້ວຍ ຄະນະນຳຂັ້ນຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ຫ້ອງການ, ກົມ, ຄະນະພະແນກ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. 

       ໃນໂອກາດດັ່ງກ່າວ ທ່ານ ນາງ ແສງເດືອນ ໄຊຍະສອນ ໄດ້ລາຍງານໃຫ້ຊາບວ່າ: ໂດຍປະຕິບັດຕາມພາລະບົດບາດຂອງຄະນະກຳມະການຮ່ວມມືລາວ-ຈີນ ໃນນາມເປັນເສນາທິການໃຫ້ແກ່    ສູນກາງພັກ ແລະ ລັດຖະບານ, ກໍໍ່ຄື ເພື່ອຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາວຽກງານການຮ່ວມມື ລາວ-ຈີນ ໂດຍສະເພາະແມ່ນໂຄງການຊ່ວຍເຫຼືອ ຈາກລັດຖະບານ ສປ ຈີນ, ໂຄງການທີ່ຕິດພັນກັບກະຊວງໂຍທາທິການ ແລະ ຂົນສົ່ງ. ຈຸດປະສົງ ເພື່ອປຶກສາຫາລືວຽກງານຮ່ວມມືລາວ-ຈີນ ໃນຂົງເຂດໂຍທາທິການ ແລະ ຂົນສົ່ງ ໃນໄລຍະຜ່ານມາ ແລະ ກຳນົດທິດທາງຈຸດສຸມວຽກງານໃນຕໍ່ໜ້າ.

       ໂດຍເນັ້ນໃສ່ ໂຄງການຊ່ວຍເຫຼືອປັບປຸງຍົກລະດັບທາງຫຼວງແຫ່ງຊາດເລກທີ 13 ເໜືອ ຊ່ວງບໍ່ເຕ່ນ; ໂຄງການ ສຶກສາຄວາມເປັນໄປໄດ້ ການເຈາະອຸມົງທາງເລກທີ 22, ກາສີ-ເມືອງນານ (ພູເກົ້າຫຼັກ); ໂຄງການກໍ່ສ້າງເສັ້ນທາງ 17A ແລະ 17B ຢູ່ແຂວງຫຼວງນໍ້າທາ ແລະ ວຽກງານລົງທຶນຂະໜາດໃຫຍ່ເປັນຕົ້ນ ຊຸກຍູ້ໂຄງການທາງດ່ວນ ຊ່ວງ 4 ແຕ່ເມືອງໄຊ ຫາ ບໍ່ເຕ່ນ ຊາຍແດນລາວ-ຈີນ, ຊຸກຍູ້ການແກ້ໄຂບັນຫາຄົງຄ້າງຂອງບໍລິສັດທາງລົດໄຟ ລາວ-ຈີນ ແລະ ວຽກງານອື່ນໆ.

 

        ໂອກາດນີ້ ທ່ານ ເຫຼັກໄຫຼ ສີວິໄລ ໄດ້ມີຄຳເຫັນຊີ້ນຳຕໍ່ວຽກງານຕ່າງໆທີ່ປີ່ນອ້ອມ ຂອງຄະນະກໍາມະການຮ່ວມມືລາວ-ຈີນ ໄດ້ສະເໜີຂື້ນ ໂດຍສະເພາະແມ່ນ ບັນດາໂຄງການຊ່ວຍເຫຼືອລ້າ, ການລົງທຶນຂະໜາດໃຫຍ່ຈາກ ລັດຖະບານຈີນ ແລະ ບັນດາໂຄງການຕ່າງໆ ແມ່ນໃຫ້ເອົາໃຈໃສ່ຕິດຕາມ ແລະ ຊຸກຍູ້ໃນການແກ້ໄຂບັນຫາ ແລະ ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ. ພ້ອມນັ້ນ, ທ່ານຍັງໄດ້ແນະນໍາໃຫ້ທາງຄະນະຮ່ວມມືລາວ-ຈີນ ສືບຕໍ່ຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ປະກົດຜົນເປັນຈິງ ແລະ ເກີດຜົນສຳເລັດຢ່າງຈົບງາມ.

© 2025 Copyright: ກະຊວງການເງິນ, ສປປ ລາວ