ໃນວັນທີ 22 ສິງຫາ 2025, ກະຊວງການເງິນ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ທະນາຄານ ພັດທະນາ KfWໄດ້ຈັດພິທີມອບ-ຮັບ ຂໍ້ຕົກລົງທີ່ລົງນາມຢ່າງເປັນທາງການ ເພື່ອເປີດໂຄງການຄຸ້ມຄອງປ່າໄມ້ບ້ານ ໄລຍະທີ 2 (VFMP). ໂດຍການມອບ-ຮັບ ຂໍ້ຕົກລົງ ຂອງ ທ່ານ ຮສ.ປອ ສົມຫວັງ ພິມມະວົງ, ຫົວໜ້າກົມປ່າໄມ້, ກະຊວງກະສິກຳ ແລະສິ່ງແວດລ້ອມ ແລະ ທ່ານ Daniel Plankermann, ຜູ້ອໍານວຍການຫ້ອງການ KfW ປະຈໍາພາກພື້ນ ຫວຽດນາມ, ກຳປູເຈ້ຍ ແລະ ສປປ ລາວ; ໃຫ້ກຽດຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ປອ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ຜູ້ຕາງໜ້າຈາກກະຊວງການເງິນ, ກະຊວງກະສິກໍາ ແລະ ສິ່ງເເວດລ້ອມ, ກະຊວງການຕ່າງປະເທດ, ສະຖານທູດເຢຍລະມັນ ແລະ ຫ້ອງການ KfW ປະຈໍາ ນະຄອນຫຼວງວຽງຈັນ. ໂຄງການຄຸ້ມຄອງປ່າໄມ້ບ້ານ (VFMP) ໄລຍະທີ 2 ມີຈຸດປະສົງ ເພື່ອສະໜັບສະໜູນ ການວາງແຜນຈັດສັນປ່າໄມ້ຂັ້ນບ້ານ; ການປັບຕົວ ແລະ ຫຼຸດຜ່ອນຜົນກະທົບ ຈາກການປ່ຽນແປງດິນຟ້າອາກາດ ໂດຍສະເພາະ ການປັບປຸງລະບົບນິເວດປ່າໄມ້ ແລະ ສະພາບເສດຖະກິດ-ສັງຄົມ, ການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃນເຂດຊົນນະບົດ ທີ່ດໍາລົງຊີວິດຕິດພັນກັບການເພິ່ງພາອາໃສປ່າໄມ້ ດ້ວຍການບໍລິຫານຈັດການ, ການຄຸ້ມຄອງ, ການປົກຮັກສາ, ການພັດທະນາ ແລະ ການນໍາໃຊ້ປ່າໄມ້ແບບຍືນຍົງ ໂດຍການນໍາໃຊ້ຮູບແບບຊາວບ້ານ ເປັນເຈົ້າການຈັດຕັ້ງປະຕິບັດ. ໂຄງການດັ່ງກ່າວ ຈະເລີ່ມຈັດຕັ້ງປະຕິບັດພາຍຫຼັງການສະຫຼຸບໂຄງການໄລຍະທີ 1 ໃນເດືອນພຶດສະພາ 2026 ແລະ ຈະສືບຕໍ່ດໍາເນີນການຈັດຕັ້ງປະຕິບັດຈົນເຖິງ ປີ 2033 ແລະ ຈະຂະຫຍາຍຂອບເຂດໄປສູ່ບັນດາແຂວງເປົ້າໝາຍໃໝ່ ກໍຄື: ແຂວງຜົ້ງສາລີ ແລະ ແຂວງວຽງຈັນ, ພາຍໃຕ້ການຈັດຕັ້ງປະຕິບັດໂດຍກົມປ່າໄມ້, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ. ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກລັດຖະບານ ສ. ເຢຍລະມັນ ໂດຍຜ່ານທະນາຄານພັດທະນາ KfW ໃນມູນຄ່າ 20 ລ້ານເອີໂຣ ໃຫ້ແກ່ ສປປ ລາວ. ງົບປະມານດັ່ງກ່າວ ໄດ້ເສີມສ້າງການຄວາມເປັນຄູ່ຮ່ວມມືອັນຍາວນານ ຂອງລັດຖະບານເຢຍລະມັນ ແລະ ລັດຖະບານລາວ ເພື່ອກ້າວໄປສູ່ການຄຸ້ມຄອງປ່າໄມ້ແບບຍືນຍົງ, ປົກປ້ອງລະບົບນິເວດທຳມະຊາດ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດ ໄດ້ຮັບການປັບປຸງ ເພື່ອປົກປັກຮັກສາ ແລະ ອຸດົມສົມບູນໄປດ້ວຍປ່າໄມ້ ແລະ ຊີວະນາໆພັນ. ໃນພິທີ ທ່ານ ປອ ກິແກ້ວ ສິງນາວົງ ໃຫ້ຮູ້ວ່າ: ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ. ເຢຍລະມັນ ໄດ້ສະທ້ອນໃຫ້ເຫັນເຖິງ ວິໄສທັດຮ່ວມກັນ, ສໍາລັບການພັດທະນາແບບຍືນຍົງ ດ້ວຍການສະໜັບສະໜູນ ຂອງລັດຖະບານເຢຍລະມັນ ຢ່າງຕໍ່ເນື່ອງ ແລະ ໝັ້ນໃຈວ່າໂຄງການຄຸ້ມຄອງປ່າໄມ້ບ້ານ ໄລຍະທີ 2 ຈະປະກອບສ່ວນເຂົ້າໃນເປົ້າໝາຍແຫ່ງຊາດໃນການຄຸ້ມຄອງປ່າໄມ້ ແລະ ການພັດທະນາການດຳລົງຊີວິດ ຂອງປະຊາຊົນໃນເຂດຊົນນະບົດ ຂອງ ສປປ ລາວ. ພ້ອມນັ້ນ, ທ່ານ Werner Grohé ອຸປະທູດ ເຢຍລະມັນ ປະຈໍາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໂດຍສອດຄ່ອງກັບຄໍາໝັ້ນສັນຍາ ຂອງລັດຖະບານເຢຍລະມັນ ທີ່ຈະສະໜັບສະໜູນຂະແໜງປ່າໄມ້ໃນ ສປປ ລາວ, ໂຄງການການຄຸ້ມຄອງປ່າໄມ້ບ້ານ ໄລຍະທີ 2 ແມ່ນແນໃສ່ການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ ໃນຊຸມຊົນ ທ້ອງຖິ່ນ ໂດຍສະເພາະຊາວບ້ານ”. ນັບແຕ່ປີ 1996 ເປັນຕົ້ນມາ, ເຢຍລະມັນເປັນຄູ່ຮ່ວມມືພັດທະນາທີ່ສຳຄັນໃນຂົງເຂດສີຂຽວຂອງ ສປປ ລາວ. ໂດຍຜ່ານທະນາຄານ KfW, ທີ່ໄດ້ສະໜອງທຶນຊ່ວຍເຫຼືອລ້າຫຼາຍກວ່າ 145 ລ້ານເອີໂຣ ເພື່ອສະໜັບສະໜູນປ່າໄມ້, ຊີວະນາໆພັນ ແລະ ກະສິກໍາ ໂດຍສອດຄ່ອງກັບຍຸດທະສາດປ່າໄມ້ຂອງລາວ 2035, ທີ່ມີເປົ້າໝາຍ ເພີ່ມທະວີການປົກຫຸ້ມ ຂອງປ່າໄມ້ໃຫ້ໄດ້ 70% ແລະ ບຸລິມະສິດການຄຸ້ມຄອງປ່າຂອງຊຸມຊົນ, ປັບປຸງຊີວິດ ການເປັນຢູ່ຂອງຊຸມຊົນທີ່ ເພິ່ງພາອາໄສປ່າໄມ້.
