• ກະຊວງການເງິນ
  • |
  • 2025-08-22
  • |
  • ຂ່າວເສດຖະກິດ-ການເງິນ

        ໃນວັນທີ 22 ສິງຫາ 2025, ໄດ້ມີພິທີມອບ-ຮັບລາງວັນໃຫ້ແກ່ຜູ່ໂຊກດີ ຖືກລາງວັນທີ 1 ກັບບໍລິສັດລາວໂລໂຕຈຳກັດ (ຫວຍແຮັບປີ້ໂລໂຕ 5/45), ຊຶ່ງໄດ້ຈຳໜ່າຍແຕ່ວັນທີ 12 ກຸມພາ 2022 ແລະ ອອກລາງວັນຮອດປະຈຸບັນແມ່ນ ງວດທີ 95 ອອກຄັ້ງວັນທີ 18 ສິງຫາ 2025ຜ່ານມານີ້, ຊຶ່ງໄດ້ມີຜູ້ໂຊກດີຖືລາງວັນທີ 1 ບວກກັບລາງວັນສະສົມລວມມູນຄ່າ 2.011.542.239 ກີບ    (ສອງຕື້ສິບເອັດລ້ານຫ້າແສນສີ່ສິບສອງພັນສອງຮ້ອຍສາມສິບເກົ້າກີບ).

         ເຊິ່ງທ່ານ ຜູ້ໂຊກດີຖືກລາງວັນດັ່ງກ່າວ ແມ່ນ ທ່ານ ສາດສະດາຈານ ໄຊຍະເພັດ, ອາຍຸ 59 ປີ ຢູ່ບ້ານດອນກອຍ, ​ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ. ກ່າວມອບໂດຍ ທ່ານ ສຸບັນ ເພຍສັກຂາ ຮັກສາການຜູ້ອຳນວຍການ ບໍລິສັດລັດວິສາຫະກິດຫວຍພັດທະນາ, ພ້ອມດ້ວຍສັກຂີພິຍານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

        ໂອກາດນີ້, ທ່ານ ສາດສະດາຈານ ໄຊຍະເພັດ ໄດ້ມີຄຳເຫັນວ່າ: ຕົນເອງຮູ້ສຶກດີໃຈຫຼາຍທີ່ຖືກລາງວັນດັ່ງກ່າວ ຊຶ່ງຕົນເອງໄດ້ຊື້ເລກ ຜ່ານທາງຜູ້ນັ່ງຂາຍເລກ ຊຶ່ງງວດທີ່ໂຊກດີແມ່ນຊື້ເລກ ໝົດເງິນ 50,000 ກີບ ແລະ ກາຍເປັນຜູ້ໂຊກດີ ຖືກລາງວັນທີ 1; ຊຶ່ງລາງວັນທີ່ໄດ້ຮັບໃນຄັ້ງນີ້ແມ່ນໄດ້ມີການມອບພັນທະອາກອນໃຫ້ພາກລັດ ເພື່ອປະກອບສ່ວນເຂົ້າໃນການພັດທະນາ ແລະ ສ້າງສາປະເທດຊາດ.

© 2025 Copyright: ກະຊວງການເງິນ, ສປປ ລາວ