ໃນວັນທີ 20 ສິງຫາ 2025, ສູນສະຖິຕິແຫ່ງຊາດ (ສສຊ) ກະຊວງການເງິນ, ໄດ້ຈັດກອງປະຊຸມສຳມະນາ ຜູ້ບໍ ລິຫານກ່ຽວກັບຄວາມຮູ້ດ້ານຂໍ້ມູນ ແລະ ຄວາມເຂົ້າໃຈການນຳໃຊ້ຂໍ້ມູນ ໂດຍການເປັນປະທານ ຂອງທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ, ໂດຍມີຊ່ຽວຊານເປັນວິທະຍາກອນໂດຍທ່ານ ບຸນທະວີ ສີສຸພັນທອງ ອະດີດຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ອາດີດຫົວໜ້າສູນສະຖິຕິແຫ່ງຊາດ, ທ່ານ ໂຈເຊ ຣາມອນ ອາເບີດ (Jose Ramon Albert) ອະດີດຫົວໜ້າ ສູນສະຖິຕິ ຈາກປະເທດຟີລິບປິນ, ມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການສາກົນ, ບັນດາ ກົມກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ນາງ ເພັດ ສະໝອນ ສອນ ໄດ້ມີຄຳເຫັນວ່າ: ກອງປະຊູມສຳມະນາໃນຄັ້ງນີ້ ແມ່ນເປັນກາລະໂອກາດ ອັນດີໃນການແລກປ່ຽນບົດຮຽນ ລັກສະນະວິຊາການ ຕໍ່ກັບວຽກງານສະຖິຕິ, ເພື່ອຊຸກຍູ້ສົ່ງເສີມການພັດທະນາວຽກ ງານສະຖິຕິໃຫ້ດີຂຶ້ນເລື້ອຍໆ, ໂດຍສະເພາະແມ່ນການຕອບສະໜອງຂໍ້ມູນທີ່ຈຳເປັນ ໃຫ້ແກ່ການວາງນະໂຍບາຍ, ການ ສ້າງແຜນການ, ການຄົ້ນຄວ້າວິໄຈ, ການສຶກສາລົງເລິກ ສະເພາະດ້ານ ແລະ ການນໍາໃຊ້ເຜີຍແຜ່ໃຫ້ຜູ້ນໍາໃຊ້ຂໍ້ມູນສະ ຖິຕິທົ່ວໄປ. ໄດ້ຮັບຮູ້ ຄວາມຕ້ອງການ ນໍາໃຊ້ຂໍ້ມູນສະຖິຕິໃນເງື່ອນໄຂສະພາບການຜັນແປທາງດ້ານ ການເມືອງ, ເສດຖະກິດ, ການຄ້າ, ການລົງທຶນໃນພາກພື້ນ ແລະ ສາກົນ. ການຮັບມືກັບການປ່ຽນແປງດິນ, ຟ້າ, ອາ ກາດ. ແຕ່ຄວາມຕ້ອງການຂອງຜູ້ນໍາໃຊ້ຂໍ້ມູນສະຖິຕິທີ່ມີ ທັງປະລິມານ, ຄຸນນະພາບ ແລະ ທັນເວລາ ແມ່ນນັບມື້ນັບ ເພີ່ມຫຼາຍຂື້ນ ລວມທັງການຕິດຕາມປະເມີນການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ (SDG) ກໍ່ຄື ການກະກຽມປະເມີນກາງສະໄໝ ການຈັດຕັ້ງຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X, ເຫັນ ວ່າວຽກງານສະຖິຕິຍັງມີໜ້າທີ່ອັນໜັກໜ່ວງ ແລະ ສິ່ງທ້າທາຍຫຼາຍດ້ານ ທີ່ຈະຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ ສຳເລັດ. ທັງນີ້, ກໍ່ເພື່ອເປັນການເພີ່ມຄວາມຮັບຮູ້ ຄວາມເຂົ້າໃຈ ແລະ ທັງເປັນການແລກປ່ຽນບົດຮຽນນໍາ ອະດີດ ການນຳຂອງກະຊວງແຜນ ການ ແລະ ການລົງທຶນ ທີ່ໄດ້ຊີ້ນຳວຽກງານສະຖິຕິ ແລະ ຊ່ຽວຊານ ຜູ້ທີ່ມີປະສົບການກ່ຽວ ກັບການສົ່ງ ເສີມ ແລະ ການມີສ່ວນຮ່ວມໃນ ຫຼາຍໆປະເທດ. ໃນກອງປະຊຸມ ທ່ານ ບຸນທະວີ ສີສຸພັນທອງແລະ ທ່ານ ໂຈເຊ ຣາມອນ ອາເບີດ ໄດ້ສະເໜີໃຫ້ເຫັນຄວາມ ໝາຍຄວາມສຳຄັນຂອງການຜະລິດ ຂໍ້ມູນ ແລະ ການນຳໃຊ້ຂໍ້ມູນ ການບໍລິໂຜກຂໍ້ມູນຢ່າງຖືກຕ້ອງ ສອດຄ່ອງ ກັບການ ນຳໃຊ້ຂໍ້ມູນຕົວຈິງ. ກອງປະຊຸມຍັງໄດ້ມີການ ແລະ ປ່ຽນຄຳເຫັນປະສົບການຮ່ວມກັນຈາກຜູ້ເຂົ້າຮ່ວມ ແລະ ຊ່ຽວຊານຢ່າງກົງໄປ ກົງມາເພື່ອແນໃສ່ເຮັດໃຫ້ວຽກງານສະຖິຕິມີຄວາມໜັກແໜ້ນ ເຂັ້ມແຂງ ເປັນກ້າວໆ.
