• ກົມຄຸ້ມຄອງການບັນຊີ
  • |
  • 2025-08-19
  • |
  • ວຽກວິຊາສະເພາະ

        ໃນວັນທີ 19-21 ສິງຫາ 2025 ທີ່ ນະຄອນຫຼວງພະບາງ ແຂວງ ຫຼວງພະບາງ ກົມຄຸ້ມຄອງການບັນຊີ ກະຊວງການເງິນ ໄດ້ສືບຕໍ່ຈັດກອງປະຊຸມ ຄົ້ນຄວ້າ ແລະ ຮຽບຮຽງ “ຮ່າງ” ບົດອະທິບາຍ ກ່ຽວກັບ ການນຳໃຊ້ສາລະບານບັນຊີ-ງົບປະມານ (ສະບັບປັບປຸງ) ໂດຍການເປັນປະທານຂອງທ່ານ ປອ ນາງ ພິລານີ ພິດສະໄໝ ຮອງຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ, ມີບັນດາກົມທີ່ຢູ່ໃນຄະນະຮັບຜິດຊອບຄຸ້ມຄອງການປັບປຸງ ເລກລະຫັດ ແລະ ເນື້ອໃນ ສາລະບານບັນຊີ-ງົບປະມານ (COA) ຕາມຂໍ້ຕົກລົງ ສະບັບເລກທີ 2198/ກງ, ລົງວັນທີ 18 ກໍລະກົດ 2025.

        ມີຕາງໜ້າຈາກບັນດາ ກົມທີກ່ຽວຂ້ອງຂອງກະຊວງການເງິນ, ຕາງໜ້າຈາກ ກົມແຜນການ ແລະ ການເງິນ ກະຊວງສາທາລະນະສຸກ, ກົມແຜນການ ແລະ ການເງິນ ກະຊວງສືກສາທິການ ແລະ ກິລາ, ຕາງໜ້າຂະແໜງຄຸ້ມຄອງການບັນຊີ ພະແນກການເງິນ ແຂວງຫຼວງພະບາງ ແລະ ຕາງໜ້າໜ່ວຍງານ PIU ເຂົ້າຮ່ວມ. ໂດຍກອງປະຊຸມດັ່ງກ່າວ ພາຍໃຕ້ການສະໜັບສະໜູນຂອງໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດໄລຍະ 3 ຈາກກະຊວງການຕ່າງປະເທດ ແລະ ການຄ້າອົດສະຕຣາລີ ແລະ ສະຫະພາບເອີລົບ ຜ່ານທະນາຄານໂລກ.

        ກອງປະຊຸມ ຄົ້ນຄວ້າ ແລະ ຮຽບຮຽງ “ຮ່າງ” ບົດອະທິບາຍ ສາລະບານບັນຊີ-ງົບປະມານ ຄັ້ງນີ້ ແມ່ນສືບຕໍ່ກອງປະຊຸມຄັ້ງ ວັນທີ 5-6 ສິງຫາ 2025 ທີ່ແຂວງ ວຽງຈັນ ເຊິ່ງໃນກອງປະຊຸມຄັ້ງນີ້ ແມ່ນໄດ້ມີການແລກປ່ຽນ ແລະ ເອກະພາບ ບາງເນື້ອໃນ ທີ່ຕິດພັນກັບ ຂະແໜງການສາທາລະນະສຸກ ແລະ ຂະແໜງການສຶກສາທິການ ແລະ ກິລາ ທີ່ມີ ລັກສະນະເນື້ອໃນສະເພາະ ແລະ ເນື້ອໃນອື່ນ ຂອງ “ຮ່າງ” ບົດອະທິບາຍສາລະບານບັນຊີ-ງົບປະມານ ເພື່ອເຮັດໃຫ້ບົດອະທິບາຍດັ່ງກ່າວມີເນື້ອໃນຈະແຈ້ງ, ຄົບຖ້ວນ, ສອດຄ່ອງກັບກົດໝາຍ ແລະ ນິຕິກຳອື່ນທີ່ກ່ຽວຂ້ອງທັ່ງນີ້ກໍ່ເພື່ອໃຫ້ສາມາດບັນລຸຕາມຈຸດປະສົງ, ລະດັບຄາດໝາຍ, ສາມາດນໍາສະເໜີຂັ້ນເທິງພິຈາລະນາຮັບຮອງ ກ່ອນການຈັດຝຶກອົບຮົມເຜີຍແຜ່ ໃຫ້ບັນດາຫົວໜ່ວຍງົບປະມານໃນຂອບເຂດທົ່ວປະເທດ ແລະ ນໍາໃຊ້ລະບົບ ຄຸ້ມຄອງຂໍ້ມູນຂ່າວສານການເງິນພາກລັດ (LIFMIS) ມີເນື້ອໃນຄົບຖ້ວນ.

        ໂອກາດນີ້ ທ່ານ ປອ ນາງ ພິລານີ ພິດສະໄໝ ໄດ້ມີຄໍາເຫັນໃນກອງປະຊຸມ, ເຊິ່ງທ່ານໄດ້ສະເໜີໃຫ້ຄະນະຮັບຜິດຊອບ ແລະ ຜູ້ເຂົ້າຮ່ວມ ສຸມໃສ່ປະກອບຄຳເຫັນ ຕໍ່“ຮ່າງ” ບົດອະທິບາຍ ສາລະບານບັນຊີ-ງົບປະມານ ເພື່ອເຮັດໃຫ້ບົດອະທິບາຍດັ່ງກ່າວ ມີຄວາມສອດຄ່ອງກັບ ລະບຽບກົດໝາຍ ແລະ ທິດທາງໃນການພັດທະນາຕໍ່ໜ້າ, ເພື່ອຮັບໃຊ້ເຂົ້າໃນການຄຸ້ມຄອງການເງິນແຫ່ງລັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ.

© 2025 Copyright: ກະຊວງການເງິນ, ສປປ ລາວ