• ກົມການເງິນຕ່າງປະເທດ
  • |
  • 2025-08-13
  • |
  • ວຽກຮ່ວມມື

        ໃນທ້າຍອາທິດຜ່ານມາ, ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ ສປປ ລາວ, ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມປະຈໍາປີສະພາຜູ້ວ່າການທະນາຄານການລົງທຶນເພື່ອພັດທະນາໂຄງລ່າງພື້ນຖານອາຊີ (AIIB) ຄັ້ງທີ 10 (the Tenth AIIB Annual Meeting of the Board of Governors), ພາຍໃຕ້ຫົວຂໍ້ “ການເຊື່ອມຕໍ່ເພື່ອການພັດທະນາ ແລະ ການຮ່ວມມືເພື່ອຄວາມຈະເລີນຮຸ່ງເຮືອງ” Connecting for Development, Collaborating for Prosperity” ຢູ່ທີນະຄອນຫຼວງປັກກິ່ງ ສປ ຈີນ, ເຊິ່ງເປັນປີສະເຫຼີມສະຫຼອງຄົບຮອບ 10 ປີແຫ່ງການສ້າງຕັ້ງ AIIB

      ກອງປະຊຸມຄັ້ງນີ້ບັນດາຜູ້ວ່າການປະເທດສະມາຊິກໄດ້ຮັບຮອງບັນດາມະຕິສຳຄັນທີ່ຕິດພັນກັບຜົນການດຳເນີນງານ ແລະ ແຜນວຽກໃນຕໍ່ໜ້າຂອງ AIIB, ການລົງຄະນະສຽງຮັບຮອງຜົນການເລືອກຕັ້ງປະທານ AIIB ຄົນໃໝ່ເພື່ອປ່ຽນແທນທ່ານ ຈິນ ລິນຊຸນ ທີ່ຈະໝົດວາລະການດຳລົງຕຳແໜ່ງໃນປີ 2025 ແລະ ກອງປະຊຸມປິ່ນອ້ອມຕ່າງໆເຊັ່ນ: ກອງປະຊຸມໂຕະມົນບັນດາຜູ້ວ່າການເພື່ອເເລກປ່ຽນຄຳເຫັນ ແລະ ຮັບຟັງທິດຊີ້ນຳຈາກບັນດາຜູ້ວ່າການປະເທດສະມາຊິກຕໍ່ແນວທາງການພັດທະນາ, ແຜນບູລິມາສິດ ແລະ ແນວທາງຍຸດທະສາດການດຳເນີນງານຂອງ AIIB ໃນວຽກງານການຊຸກຍູ້ການພັດທະນາເສດຖະກິດແບບຍືນຍົງ ແລະ ການເຊື່ອມຕໍ່ດ້ານໂຄງລ່າງພື້ນຖານ.

       ກອງປະຊຸມຄະນະກຳມະການຜູ້ບໍລິຫານ ແລະ ກອງປະຊຸມລະດັບລັດຖະມົນຕີຄັ້ງທີ 1 ຂອງປະເທດສະມາຊິກ ສູນຮ່ວມມືຫຼາຍຝ່າຍສຳລັບການສະໜອງທຶນເພື່ອການພັດທະນາ (MCDF) ໄດ້ປຶກສາຫາລືແລກປ່ຽນ ຈາກບັນດາທ່ານລັດຖະມົນຕີຕໍ່ຜົນງານ ແລະ ການເຄື່ອນໄຫວວຽກງານຕະຫຼອດໄລຍະເວລາ 5 ປີ (2021 – 2025) ທີ່ຜ່ານການກວດກາຈາກໜ່ວຍງານປະເມີນເອກະລາດ ເພື່ອເປັນທິດທາງຜັນຂະຫຍາຍການຮ່ວມມືກັບພາກສ່ວນຕ່າງໆໃຫ້ກວ້າງຂວາງ ແລະ ສ້າງຜົນປະໂຫຍດໃຫ້ບັນດາປະເທດກຳລັງພັດທະນາທີ່ຕ້ອງການທຶນຊ່ວຍເຫຼືອລ້າ, ສຳລັບການພັດທະນາໂຄງລ່າງພື້ນຖານ ແລະ ກອງປະຊຸມສໍາມະນາພາຍໃຕ້ຫົວຂໍ້ “ການສົ່ງເສີມໂຄງລ່າງພື້ນຖານທີ່ມີຄຸນະພາບສູງເຊື່ອມໂຍງລະຫວ່າງປະເທດ: ການແລກປ່ຽນ ປະສົບການ ແລະ ບົດຮຽນຈາກການຈັດຕັ້ງປະຕິບັດຕົວຈິງ ຂອງສະຖາບັນການເງິນສາກົນ”.

        ພ້ອມດຽວກັນນີ້,ທ່ານ ຮອງລັດຖະມົນຕີກະຊວງການເງິນຍັງເຂົ້າຮ່ວມກອງປະຊຸມໂຕະມົນຂອງບັນດາຜູ້ວ່າການ ທີ່ຈະເປັນເວທີແລກປ່ຽນຄຳຄິດເຫັນ ແລະ ຮັບຟັງທິດຊີ້ນຳຈາກບັນດາຜູ້ວ່າການປະເທດສະມາຊິກຕໍ່ແນວທາງການພັດທະນາ, ແຜນບູລິມະສິດ ແລະ ແນວທາງແຜນຍຸດທະສາດຂອງ AIIB ໃນຕໍ່ໜ້າ.ເຊິ່ງທ່ານຮອງລັດຖະມົນຕີໄດ້ມີຄຳເຫັນໃນກອງປະຊຸມດັ່ງກ່າວວ່າ: “ເພື່ອສະໜັບສະໜູນ ສປປ ລາວ ແລະ ບັນດາປະເທດທີ່ບໍ່ມີຊາຍແດນຕິດກັບທະເລ (LLDCs) ໃນການລົງທຶນພັດທະນາໂຄງລ່າງພື້ນຖານໃນການເຊື່ອມໂຍງ-ເຊື່ອມຈອດຂ້າມແດນ, AIIB ຄວນເພີ່ມບົດບາດສຳຄັນໃນການຮ່ວມມືກັບບັນດາທະນາຄານພັດທະນາຫຼາຍຝ່າຍ (MDBs) ເປັນຕົ້ນ: ເພີ່ມແຫຼ່ງທຶນທີ່ມີຢູ່ ແລະ ຊອກຫາແຫຼ່ງທຶນເພີ່ມທີ່ມີເງື່ອນໄຂດີກວ່າທີ່ມີຢູ່ໃນຕະຫຼາດທຶນປັດຈຸບັນ ເພື່ອສະໜອງທຶນໃຫ້ຫຼາຍຂຶ້ນໃນການພັດທະນາໂຄງສ້າງພື້ນຖານ; ສະໜອງເພີ່ມການຊ່ວຍເຫຼືອທາງດ້ານວິຊາການ ແລະ ການບໍລິການໃຫ້ຄຳປຶກສາທີ່ຈຳເປັນເພື່ອສ້າງຄວາມອາດສາມາດໃຫ້ LLDCs ໃນການພັດທະນາຂອບດ້ານນະໂຍບາຍ ແລະ ລະບຽບການທີ່ເຂັ້ມແຂງຂຶ້ນເພື່ອເພີ່ມປະສິດທິພາບໃນການຄຸ້ມຄອງໃຫ້ສູງຂຶ້ນ ແລະ ສາມາດຂັບເຄື່ອນການປະຕິຮູບ ແລະ ແຜນງານທີ່ຈຳເປັນທີ່ສົ່ງເສີມການລົງທຶນແບບຍືນຍົງໃນໂຄງລ່າງພື້ນຖານ; ເພື່ອສົ່ງເສີມສະພາບແວດລ້ອມທີ່ເອື້ອອຳນວຍສຳລັບການລົງທຶນຂອງພາກເອກະຊົນໃນໂຄງລ່າງພື້ນຖານ;ເພື່ອຄົ້ນຄວ້າແບບແຜນການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ (PPP) ແລະ ການສ້າງຄວາມສາມາດໃຫ້ສະຖາບັນ ເພື່ອສ້າງໂຄງການທີ່ດີເປັນແຮງຍູ້ດັນໃຫ້ແກ່ການພັດທະນາ, ສາມາດຄຸ້ມຄອງບໍລິຫານຄວາມສ່ຽງ ແລະ ປັບປຸງການເຂົ້າເຖິງ ແລະ ຄຸນນະພາບຂອງການບໍລິການຂອງລັດຖະບານ”. 

       ກອງປະຊຸມລະດັບລັດຖະມົນຕີ ຄັ້ງທີ 1 ຂອງປະເທດສະມາຊິກ MCDF ໄດ້ປຶກສາຫາລືແລກປ່ຽນ ຈາກບັນດາທ່ານລັດຖະມົນຕີຕໍ່ຜົນງານ ແລະ ການເຄື່ອນໄຫວວຽກງານຕະຫຼອດໄລຍະເວລາ 5 ປີ (2021-2025) ທ່ານຮອງລັດຖະມົນຍັງໄດ້ມີຄຳເຫັນຕໍ່ທິດທາງການເຄື່ອນໄຫວວຽກງານຂອງ MCDF ໃນອີກ 5 ປີຕໍ່ໜ້າວ່າ: “ສ້າງຄວາມທົນທານທາງດ້ານການເງິນພຽງພໍທີ່ຍັງມີຄວາມຕ້ອງການສະໜອງການຊ່ວຍເຫຼືອລ້າສູງເພື່ອສຸມໃສ່ການກະກຽມໂຄງການທີ່ມີຄຸນນະພາບສູງ ແລະ ການພັດທະນາໂຄງລ່າງພື້ນຖານເຊື່ອມໂຍງ-ເຊື່ອຈອດຂອງພາກພື້ນ ແລະ ຍືນຍົງ; ການກຳນົດເງື່ອນໄຂໃນການເຂົ້າຫາແຫຼ່ງທຶນເພື່ອຊ່ວຍໃຫ້ບັນດາປະເທດສະມາຊິກສາມາດເຂົ້າຫາແຫຼ່ງທຶນຊ່ວຍເຫຼືອລ້າໄດ້ຢ່າງມີປະສິດທິພາບ; ສະເໜີຄະນະບໍລິຫານ MCDF ພິຈາລະນາອະນຸມັດທຶນຊ່ວຍເຫຼືອຂະໜາດນ້ອຍ ເພື່ອຈຳກັດຫຼາຍຂັ້ນຕອນ ແລະ ເພີ່ມປະລິມານທຶນໃນການຊ່ວຍເຫຼືອໃຫ້ສູງຂຶ້ນ ແລະ ສ້າງລະບົບຕິດຕາມການເບີກຈ່າຍ ເພື່ອຫຼີກເວັ້ນການຊັກຊ້າໃນການເບີກຈ່າຍເງິນ ແລະ ມີກົນໄກລາຍງານທີ່ມິປະສິດທິຜົນ”.

      ນອກຈາກນີ້, ຮອງລັດຖະມົນຕີກະຊວງການເງິນ ສປປ ລາວ ເຂົ້າຮ່ວມຂຶ້ນບັນຍາຍໃນເວທີສົນທະນາໃນກອງປະຊຸມສໍາມະນາພາຍໃຕ້ຫົວຂໍ້: “ການສົ່ງເສີມໂຄງລ່າງພື້ນຖານທີ່ມີຄຸນະພາບສູງເຊື່ອມໂຍງລະຫວ່າງປະເທດ: ການແລກປ່ຽນປະສົບການ ແລະ ບົດຮຽນຈາກການຈັດຕັ້ງປະຕິບັດຕົວຈິງຂອງສະຖາບັນການເງິນສາກົນຕ່າງໆ” ແມ່ນເພື່ອ ສະໜັບສະໜູນການລົງທຶນໃສ່ໂຄງລ່າງພື້ນຖານການເຊື່ອມຕໍ່ຄຸນະພາບສູງແກ່ບັນດາປະເທດກໍາລັງພັດທະນາໂດຍຜ່ານການຮ່ວມມືກັບພາກພື້້ນ-ສາກົນ ແລະ ການສົ່ງເສີມບັນດາມາສະຖາບັນການເງິນສາກົນທີ່ເປັນເປັນມາດຕະຖານ ເຂົ້າໃນການສະໜອງທຶນໃນວຽກງານພັດທະນາໂຄງລ່າງພື້ນຖານ.

        ພ້ອມທັງ, ສະໜອງການຊ່ວຍເຫຼືອລ້າ, ການຊ່ວຍເຫຼືອດ້ານວິຊາການ, ການພັດທະນາຂີດຄວາມສາມາດ ແລະ ແລກປ່ຽນບົດຮຽນເພື່ອກະກຽມໃຫ້ແກ່ບັນດາໂຄງການພັດທະນາໂຄງລ່າງພື້້ນຖານ. ທ່ານ ຮອງລັດຖະມົນຕີໄດ້ກ່າວວ່າ:  “  ສປປ ລາວ ແມ່ນໄດ້ຮັບການສະໜັບສະໜູນຈາກຫຼາຍສະຖາບັນການເງິນເຂົ້າໃນວຽກງານພັດທະນາໂຄງລ່າງພື້ນຖານໃນຮູບແບບສອງຝ່າຍ ແລະ ຫຼາຍຝ່າຍເປັນຕົ້ນຈາກ: AIIB, WB, ADB, NEDA, JICA ແລະ ອົງການອື່ນໆ ເພື່ອປັບປຸງການຄົມມະນາຄົມຂົນສົ່ງ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ພ້ອມທັງເປັນການເຊື່ອມໂຍງຕາມແລ່ວທາງເສດຖະກິດຕາເວັ້ນອອກ-ຕາເວັ້ນຕົກ, ເຊື່ອມຕໍ່ພາກເໜືອ-ໃຕ້ ແລະ ເຊື່ອມໂຍງກັບ ບັນດາປະເທດໃນອາຊຽນ”.

          ການເຂົ້າຮ່ວມບັນຍາຍໃນເວທີສົນທະນາດັ່ງກ່າວແມ່ນເປັນກາລະໂອກາດອັນສໍາຄັນເພື່ອແລກປ່ຽນວິໄສທັດ ກ່ຽວກັບ ກາລະໂອກາດ, ສິ່ງທ້າທາຍ ແລະ ບົດຮຽນຕໍ່ການສົ່ງເສີມການພັດທະນາໂຄງລ່າງພື້ນຖານຊາຍແດນລະຫວ່າງປະເທດ ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ເພື່ອສັງຄົມໂລກທີ່ມີການເຊື່ອມໂຍງ-ເຊື່ອມຈອດ, ມີຄວາມແຂງແຮງທົນທານ ແລະ ຈະເລີນຮຸ່ງເຮືອງ.ໃນກອງປະຊຸມປະຈຳປີ ຄັ້ງທີ 10 ໃນຄັ້ງນີ້ບັນດາຜູ້ວ່າການຂອງປະເທດສະມາຊິກ AIIB ໄດ້ຮັບຮອງເອົາ ທ່ານ ນາງ ໂຈ ເຈ້ຍຢີ ເປັນປະທານ AIIB ຜູ້ໃໝ່ ແລະ ຈະເລີ່ມປະຕິບັດໜ້າທີ່ໃນເດືອນມັງກອນ 2026 ເປັນຕົ້ນໄປ ແລະ ໄດ້ຮັບຮອງເອົາກາຕ້າເປັນປະເທດເຈົ້າພາບໃນການຈັດກອງປະຊຸມປະຈຳປີ ຄັ້ງທີ 11 ປີ 2026 ທີ່ນະຄອນຫຼວງໂດຮາ. 

© 2025 Copyright: ກະຊວງການເງິນ, ສປປ ລາວ