ໃນວັນທີ 12 ສິງຫາ 2025 ກົມປະເມີນຜົນ ແລະ ການຈັດຊື້ຈັດຈ້າງ ໄດ້ຈັດກອງປະຊຸມຮັບຮອງຜົນການປະເມີນໂຄງການລົງທຶນຂອງລັດ ຄັ້ງທີ VIII ປະຈໍາປີ 2025, ໂດຍການເປັນປະທານຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງການເງິນ, ປະທານ ຄະນະກຳມະການຮັບຮອງຜົນການປະເມີນໂຄງການລົງທຶນຂອງລັດ ພ້ອມດ້ວຍ ຄະນະກຳມະການຮັບຮອງຜົນການປະເມີນໂຄງການລົງທຶນຂອງລັດ ແລະ ພະນັກງານກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຮັບຮອງເອົາບັນດາໂຄງການລົງທຶນຂອງລັດ ຂອງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ໂຄງການປ້ອງກັນຕາຝັ່ງເຈື່ອນຂອງແຂວງ ໄຊຍະບູລີ, ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ ສະເໜີ ເຂົ້າມາຫາກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ຜ່ານການຄົ້ນຄວ້າຂອງກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ແມ່ນປະເມີນສໍາເລັດແລ້ວ ແລະ ສະເໜີຕໍ່ກອງປະຊຸມຮັບຮອງທັງໝົດ ຈໍານວນ 40 ໂຄງການ, ໃນນັ້ນມີໂຄງການກໍ່ສ້າງ ຈໍານວນ 13 ໂຄງການ, ໂຄງການ ສົ່ງເສີມວິຊາການທີ່ຕິດພັນກັບການກໍ່ສ້າງ 26 ໂຄງການ ແລະ ໂຄງການສົ່ງເສີມວິຊາການທີ່ບໍ່ຕິດພັນກັບການກໍ່ສ້າງ 1 ໂຄງການ. ໂຄງການທີ່ປະເມີນຜ່ານກອງປະຊຸມຄັ້ງນີ້ເປັນໂຄງການຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ 1 ໂຄງການ ແລະ ໂຄງການຂະແໜງໂຍທາທາງນໍ້າ 39 ໂຄງການຜົນການປະເມີນ ເປັນປະເພດ B ທັງໝົດ. ການປະເມີນໂຄງການລົງທຶນຂອງລັດ ແມ່ນໄດ້ອີງໃສ່ກົນໄກທາງດ້ານ ປະສິດທິພາບ, ປະສິດທິຜົນ, ຜົນກະທົບ ແລະ ຄວາມຍືນຍົງຂອງໂຄງການ ໂດຍການຮ່ວມມືຈາກພາກສ່ວນເຕັກນິກທີ່ກ່ຽວຂ້ອງ ເປັນເຈົ້າການໃນການຢັ້ງຢືນຫົວໜ່ວຍລາຄາ ແລະ ແບບແຕ້ມເຕັກນິກຕ່າງໆ ເພື່ອໃຫ້ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ ແລະ ສາມາດກວດສອບໄດ້.
