• ກົມສ່ວຍສາອາກອນ
  • |
  • 2025-08-08
  • |
  • ວຽກງານພັກ-ພະນັກງານ

        ໃນວັນທີ 8 ສິງຫາ 2025​ ໜ່ວຍພັກຮາກຖານກົມສ່ວຍສາອາກອນ ໄດ້ຈັດກອງປະຊຸມ ປະກອບຄຳເຫັນໃສ່ຮ່າງບົດລາຍງານການເມືອງ ແລະ ຮ່າງບົດສຳຫຼວດການນຳພາຂອງໜ່ວຍພັກຕົນ ເພື່ອກະກຽມກອງປະຊຸມໃຫຍ່ ຄັ້ງທີ V ໂດຍການເປັນປະທານ ຂອງສະຫາຍ ບຸນປະເສີດ ສີກຸນລະບຸດ ເລຂາໜ່ວຍພັກຮາກຖານກົມສ່ວຍສາອາກອນ, ຫົວໜ້າກົມສ່ວຍສາອາກອນ, ມີແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ.

         ໃນວາລະກອງປະຊຸມສະຫາຍ ຄຳພັນ ພັນທຸລັກ ກຳມະການໜ່ວຍພັກຮາກຖານກົມສ່ວຍສາອາກອນ, ຮອງຫົວໜ້າກົມສ່ວຍສາອາກອນ ໄດ້ຂຶ້ນຜ່ານ ຮ່າງບົດລາຍງານການເມືອງ ກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກຮາກຖານກົມສ່ວຍສາອາກອນ ປີ 2020-2025 ແລະ ທິດທາງແຜນການ ປີ 2025-2030. 

        ພ້ອມນັ້ນ, ສະຫາຍ ສາຍມະໂນລິນ ສິນບັນດິດ ຮອງເລຂາໜ່ວຍພັກ, ຮອງປະທານກວດກາໜ່ວຍພັກ, ຮອງຫົວໜ້າກົມສ່ວຍສາອາກອນ ໄດ້ຂຶ້ນຜ່ານຮ່າງບົດສຳຫຼວດການນຳພາລວມ ກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກຮາກຖານ ກົມສ່ວຍສາອາກອນປີ 2020-2025 ແລະ ທິດທາງແຜນການປີ 2025-2030. ພ້ອມດຽວກັນນີ້ ຍັງໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາ ຂະແໜງສ່ວຍສາອາກອນໄລຍະ 2021-2025 ແລະ ໄລຍະ 2026-2030.

        ໃນໂອກາດດຽວກັນນີ້,​ ສະຫາຍ ກິແແກ້ວ ດາລາວັນ ຫົວໜ້າພະແນກຈັດຕັ້ງ, ບໍລິຫານ, ການເງິນ ແລະ ຝຶກອົບຮົມ ໄດ້ຂຶ້ນຜ່ານແຈ້ງການ ສະບັບເລກທີ 2300/ກງ,​ ລົງວັນທີ 28 ກໍລະກົດ 2025 ແຈ້ງໃຫ້ພະນັກງານ-ລັດຖະ ກອນກະຊວງການເງິນ ພັກການຮັບອຸດໜູນບຳນານ ແລະ ອຸດໜູນເທື່ອດຽວ, ສະເພາະ ກົມສ່ວຍສາອາກອນມີຈຳນວນ 10 ທ່ານ, ຍິງ 2 ທ່ານ; ປະກາດການຈັດຕັ້ງຂັ້ນພະແນກຂອງກົມສ່ວຍສາອາກອນ ແລະ ມອບ-ຮັບໜ້າທີ່ ຜູ້ເກົ່າ ແລະ ຜູ້ໃໝ່ ຂອງພະແນກຄຸ້ມຄອງອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້.

        ໂອກາດດັ່ງກ່າວ ສະຫາຍ ບຸນປະເສີດ ສີກຸນລະບຸດ ໄດ້ມີຄໍາເຫັນວ່າ: ການທາບທາມຄໍາເຫັນໃສ່ຮ່າງບົດດັ່ງກ່າວແມ່ນມີຄວາມສຳຄັນຢ່າງຍິ່ງ ເພື່ອກຽມຄວາມພ້ອມໃສ່ກອງປະຊຸມໃຫຍ່ ຄັ້ງທີ V ໜ່ວຍພັກຮາກຖານກົມສ່ວຍສາອາກອນ ໃຫ້ມີເນື້ອໃນຄົບຖ້ວນ. ພ້ອມນັ້ນ, ທ່ານ ກໍໄດ້ກ່າວຊົມເຊີຍ ຕໍ່ຜົນງານການປະກອບສ່ວນເຫື່ອແຮງ ຕໍ່ໜ້າທີ່ວຽກງານ ຂອງພະນັກງານທີ່ໄດ້ຮັບອຸດໜູນບຳນານ ທີ່ໄດ້ປະກອບສ່ວນຕໍ່ພາລະກິດວຽກງານສ່ວຍສາອາກອນຕະຫຼອດໄລຍະຜ່ານມາ.

© 2025 Copyright: ກະຊວງການເງິນ, ສປປ ລາວ