ໃນວັນທີ 08 ສິງຫາ 2025, ກົມຮ່ວມມື ແລະ ການເງິນສາກົນ, ກະຊວງການເງິນ ໄດ້ຈັດກອງປະຊຸມທົບທວນຄືນຜົນການສໍາຫຼວດຮອບວຽນທີ 4 ຂອງການເປັນຄູ່ຮ່ວມມືເພື່ອການພັດທະນາທີ່ມີປະສິດທິຜົນ ຢູ່ ສປປ ລາວ ແລະ ປຶກສາຫາລືເພື່ອສ້າງແຜນການດຳເນີນງານຖະແຫຼງການວຽງຈັນສະບັບໃໝ່ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປອ. ວົງຄໍາແຫງ ວົງທະຈັກ ຫົວໜ້າກົມຮ່ວມມື ແລະ ການເງິນສາກົນ ກະຊວງການເງິນ ແລະ ທ່ານ ດາວ ຊວນ ຫຼາຍ ຮັກສາການຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ ມີຕາງໜ້າຈາກບັນດາ ກະຊວງຂະແໜງການທີ່ກ່ຽວຂ້ອງ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອ ທົບທວນຄືນຜົນການສໍາຫຼວດຮອບວຽນທີ 4 ຂອງການເປັນຄູ່ຮ່ວມມືເພື່ອການພັດທະນາທີ່ມີປະສິດທິຜົນ ຢູ່ ສປປ ລາວ ( The 4th monitoring round of the Global Partnership for Effective Development Cooperation (GPEDC) ແລະ ປຶກສາຫາລືທິດທາງການຮ່ວມມືເພື່ອການພັດທະນາທີ່ມີປະສິດທິຜົນ ເພື່ອສ້າງຖະແຫຼງການວຽງຈັນໄລຍະ 10 ປີ (Vientiane Declaration (2026 – 2035) ແລະ ແຜນດໍາເນີນງານໄລຍະ 5 ປີ ສະບັບໃໝ່. ກອງປະຊຸມໄດ້ລົງເລີກການປຶກສາຫາລືກ່ຽວກັບຜົນການສໍາຫຼວດຮອບວຽນທີ 4 ຂອງການເປັນຄູ່ຮ່ວມມືເພື່ອການພັດທະນາທີ່ມີປະສິດທິຜົນ ຢູ່ ສປປ ລາວ ໂດຍສະເພາະແມ່ນ ບັນດາສິ່ງທ້າທາຍທີ່ສາມາດເກັບກໍາ ເພື່ອຫາທິດທາງແກ້ໄຂຮ່ວມກັນ, ປຶກສາຫາລືແຜນຮັບມືກັບການປ່ຽນແປງຂອງທຶນຊ່ວຍເຫຼືອທາງການເພື່ອການພັດທະນາ ທີ່ໂຍກຍ້າຍຈາກທຶນຊ່ວຍເຫຼືອລ້າ ມາເປັນທຶນກູ້ຍືມ ເພື່ອສຸມໃສ່ການພັດທະນາຕາມບູລິມະສິດແຕ່ລະໄລຍະ, ທົບທວນຄືນຜົນການປະເມີນຄວາມຄືບໜ້າ ແລະ ຜົນສໍາເລັດຂອງການຈັດຕັ້ງປະຕິບັດແຜນດໍາເນີນງານຖະແຫຼງການວຽງຈັນ (2016– 2025) ເພື່ອເປັນຂໍ້ມູນ ແລະ ບ່ອນອີງໃນການກະກຽມຖະແຫຼງການ ແລະແຜນດໍາເນີນງານໄລຍະໃໝ່. ກອງປະຊຸມດັ່ງກ່າວ ສາມາດສັງລວມເອົາບັນດາຄໍາຄິດເຫັນ ແລະ ທິດທາງການຮ່ວມມືໃນໄລຍະຕໍ່ໜ້າຈາກບັນດາຄູ່ຮ່ວມພັດທະນາ, ບູລິມະສິດໃນການພັດທະນາຈາກບັນດາກະຊວງຂະແໜງການທີ່ກ່ຽວຂ້ອງ ແລະ ການມີສ່ວນຮ່ວມຈາກບັນດາອົງການຈັດຕັ້ງທາງສັງຄົມ ລວມທັງພາກເອກະຊົນ ໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ. ບັນດາຄໍາຄິດເຫັນດັງກ່າວ ເປັນຂໍ້ມູນສໍາຄັນສໍາລັບການກະກຽມແຜນດໍາເນີນງານຖະແຫຼງການວຽງຈັນໄລຍະໃໝ່ ເຊິ່ງຖະແຫຼງການວຽງຈັນສະບັບໃໝ່ດັ່ງກ່າວ ຈະເປັນເອກະສານສໍາຄັນສໍາລັບກອງປະຊຸມໂຕະມົນລະດັບສູງ ທີ່ມີກໍານົດການຈະຈັດຂື້ນໃນທ້າຍປີ 2025 ນີ້.