• ກະຊວງການເງິນ
  • |
  • 2025-08-07
  • |
  • ວຽກວິຊາສະເພາະ

          ກອງປະຊຸມ “ເຜີຍແຜ່ ວຽກງານ ແລະ  ການບໍລິການ ຂອງທະນາຄານຄຳ ລາວ” ໄດ້ໄຂຂື້ນໃນ ວັນທີ 07 ສິງຫາ 2025 ໂດຍການເປັນປະທານຂອງ ທ່ານ ສົມຈິດ ຄໍາມຸງຄຸນ ຫົວໜ້າຫ້ອງການກະຊວງການເງິນ, ມີ ທ່ານ ວັນໄຊ ທອງສີທາວົງ ຮອງຜູ້ອຳນວຍການ ທະນາຄານຄຳ ລາວ ຈຳກັດ ພ້ອມດ້ວຍແຂກທີຖືກເຊີນເຂົ້າຮ່ວມ.

        ຈຸດປະສົງຂອງການເຜີຍແຜ່ຄັ້ງນີ້ກໍ່ເພື່ອເປັນການສ້າງຄວາມເຂົ້າໃຈວັດຖຸປະສົງໃນການສ້າງຕັ້ງ ແລະ ໜ້າທີ່ຮັບຜິດຊອບຂອງທະນາຄານຄຳ ລາວ ວ່າດ້ວຍການສຳຮອງຄວາມໝັ້ນຄົງ ແລະ ສ້າງສະຖຽນລະພາບດ້ານເສດຖະກິດ ຂອງປະເທດ ທີ່ ຈະສາມາດປົດລ໋ອກທ່າແຮງທາງດ້ານການເງີນ, ການຄັງ ສ້າງຄວາມເຂັ້ມແຂງໃຫ້ແກ່ສະກຸນເງີນກີບການລະດົມທືນ ແລະ ເສີມສ້າງສະພາບຄອງເພື່ອເຂົ້າມາໜຸນໃຊ້ສ້າງພັດທະນາປະເທດຊາດໃຫ້ໄດ້ຢ່າງມີປະສິດທິພາບ ແລະ ເກີດຜົນປະໂຫຍດສູງສຸດຕໍ່ເສດຖະກິດຂອງປະເທດ ແລະ ຈະຊ່ວຍໃນການເຮັດວຽກຜັນຂະຫຍາຍຂອບການຮ່ວມມື ເພື່ອຕອບສະໜອງການບໍລິການທີ່ມີຄວາມໝາຍຄວາມສຳຄັນແກ່ບັນດາລູກຄ້າໃນສັງຄົມລາວ ທັງເປັນການຊ່ວຍເສີມສະພາບຄ່ອງທາງດ້ານການເງິນ ກໍ່ຄື ທຸລະກິດໃຫ້ມີຂີດຄວາມສາມາດຫຼາຍຂື້ນ.

        ໃນກອງປະຊຸມແມ່ນໄດ້ເຜີຍແຜ່ວຽກງານຂອງທະນາຄານຄໍາພ້ອມທັງນໍາສະເໜີກ່ຽວກັບ: ພາບລວມ ແລະ ທ່າ ແຮງຂອງອຸດສາຫະກຳ ຄໍາ ຂອງ ສປປ ລາວ, ຄວາມເປັນມາ ແລະ ໂຄງສ້າງຂອງທະນາຄານຄໍາ ລາວ, ພາບ ລວມທຸລະກິດ ຂອງ ທະນາຄານຄໍາ ລາວ, ການຍົກລະດັບ ມາດຕະຖານ ອຸດສາຫະກຳຄໍາ-ການສໍາຮອງຄໍາ ແລະ ການສ້າງຕັ້ງໂຮງກັນຫຼອມຄໍາ ແລະ ຍຸດທະສາດ, ຄາດຄະເນຜົນປະໂຫຍດຕໍ່ເສດຖະກິດ ແລະ ປະເທດຊາດ. ເຊິ່ງມີຫຼາຍອັນທີ່ຕິດພັນກັບ ລະບຽບກົດໝາຍຂອງຂະແໜງການເງິນ, ທະນາຄານ, ອຸດສະຫະກຳ ແລະ ການຄ້າ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ ທັງໝົດການເຄື່ອນໄຫວຂອງທະນາຄານຄໍາມີທັງສິ່ງເອື້ອອໍານວຍຄວາມສະດວກ ແລະ ສິ່ງທ້າທາຍຫຼາຍດ້ານ.

        ໂອກາດນີ້ ທ່ານ ສົມຈິດ ຄຳມຸງຄຸນ ໃຫ້ກຽດໂອ້ລົມໂດຍທ່ານໄດ້ເຫັນວ່າວຽກງານດັ່ງກ່າວແມ່ນເປັນອັນໃໝ່ ທີ່ບັນດາທ່ານຫຼາຍຄົນຍັງບໍ່ຮູ້, ບໍ່ທັນເຂົ້າໃຈ ວ່າທະນາຄານຄໍາ ນີ້ ມີການເຄື່ອນໄຫວແນວທາງໃດ ດັ່ງນັ້ນ: ທ່ານຈຶ່ງຮຽກຮ້ອງມາຍັງ ຜູ້ເຂົ້າຮ່ວມ ທຸກທ່ານ ໃຫ້ເອົາໃຈໃສ່ ຕິດຕາມການເຜີຍແຜ່, ໃນຄັ້ງນີ້ ແລະ ຈົ່ງຖືວຽກງານນີ້ ເປັນສໍາຄັນ, ສືບຕໍ່ໂຄສະນາ, ເຜີຍແຜ່ ວຽກງານຂອງ ທະນາຄານຄໍາ ໃຫ້ກວ້າງຂວາງ. ເນື່ອງຈາກ ເຜີຍແຜ່, ແນະນໍາຄັ້ງນີ້ ໃຊ້ເວລາສັ້ນ ດັ່ງນັ້ນ ຜູ້ບັນຍາຍ ຈົ່ງເອົາໃຈໃສ່ ນໍາ ສະເໜີ, ຖ່າຍທອດ ດ້ວຍການຂັດຈ້ອນ ເອົາພຽງແຕ່ບັນຫາທີ່ສຳຄັນ ແລະ ພົ້ນເດັ່ນ, ແຕ່ໃຫ້ມີເນື້ອໃນຄົບຖ້ວນ, ເປັນລະບົບ ເພື່ອໃຫ້ຜູ້ເຂົ້າຮ່ວມເຂົ້າໃຈໄດ້ຢ່າງງ່າຍດາຍ, ສາມາດສັງລວມເອົາບັນຫາທີ່ສໍາຄັນ ແລະ ເຂົ້າໃຈຢ່າງເລິກເຊິ່ງຖືກຕ້ອງ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ