ໃນວັນທີ 6 ສິງຫາ 2025 ທີ່ຫ້ອງປະຊຸມພະແນກພະລັງງານ ແລະ ບໍແຮ່, ແຂວງອັດຕະປືໄດ້ຈັດພິທີປະກາດຮັບຮອງໂຄງປະກອບກົງຈັກ ແລະ ບຸກຄະລາກອນຂັ້ນຫົວໜ້າ ແລະ ຮອງຫົວໜ້າພະແນກການເງິນແຂວງພາຍຫຼັງໂຮມພະແນກແຜນການ ແລະ ການລົງທຶນແຂວງເຂົ້າກັບພະແນກ ການເງິນແຂວງອັດຕະປື. ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື ແລະ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ, ມີພະແນກການອ້ອມຂ້າງແຂວງ ແລະ ເມືອງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍ ການຍຸບເລີກພະແນກແຜນການ ແລະ ການລົງທຶນແຂວງ ແລະ ສັບຊ້ອນວຽກຕ່າງໆໄປຂຶ້ນກັບພະແນກການເງິນແຂວງ, ເຈົ້າແຂວງໄດ້ຕົກລົງໂຮມເອົາວຽກງານ ບໍລິຫານ ແລະ ຈັດຕັ້ງ, ວຽກງານກວດກາລັດ, ວຽກງານແຜນການ, ວຽກງານປະເມີນຜົນ, ວຽກງານ ສົ່ງເສີມການລົງທຶນ, ວຽກງານຮ່ວມມືສາກົນ ແລະ ວຽກງານສະຖິຕິ, ພ້ອມດ້ວຍບຸກຄະລາກອນຂອງພະແນກແຜນການ ແລະ ການລົງທຶນແຂວງເຂົ້າກັບພະແນກການເງິນແຂວງ. ໃນພິທີໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍເຫັນດີຍຸບເລີກໂຄງປະກອບກົງຈັກການ ຈັດຕັ້ງຂອງພະ ແນກການເງິນແຂວງ ປະກອບມີ: 4 ຂະແໜງ ແລະ ຜ່ານຂໍ້ຕົກລົງຂອງເຈົ້າແຂວງເຫັນດີຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງລັດຂອງພະແນກການເງິນແຂວງປະກອບມີ 7 ຂະແໜງຄື: ຂະແໜງບໍລິຫານ ແລະ ຈັດຕັ້ງ, ຂະ ແໜງກວດກາລັດ, ຂະແໜງງົບປະມານແຫ່ງລັດ, ຂະແໜງແຜນການ ແລະ ສະຖິຕິ, ຂະແໜງການຈັດຊື້-ຈັດຈ້າງ, ຂະແໜງ ຄຸ້ມຄອງຊັບສິນແຫ່ງລັດ, ຂະແໜງຄຸ້ມຄອງການບັນຊີ, ຜ່ານຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານ. ເຈົ້າແຂວງໄດ້ຕົກລົງເຫັນດີ: ຍົກຍ້າຍທ່ານ ສຸລິວົງ ອະໄພວົງ ກໍາມະການພັກແຂວງ, ເລຂາພັກເມືອງເຈົ້າເມືອງໆສະໜາມໄຊ ມາຮັບໜ້າທີ່ໃໝ່ເປັນເລຂາຄະນະພັກຮາກຖານ ເປັນວ່າການຫົວໜ້າພະແນກການເງິນແຂວງ; ເຫັນດີແຕ່ງຕັ້ງຮອງຫົວໜ້າພະແນກການເງິນແຂວງອັດຕະປືຄື: ທ່ານ ນາງ ໄຍຄໍາ ສີຊານົນ, ທ່ານ ສົມສະຫວັນ ອ້ວນວິໄລ, ທ່ານ ຄຳແສນ ເພັງທະວົງ, ທ່ານ ນິດສາ ມຽງລາວັນ ແລະ ທາ່ນ ວົງມາດ ແສນດາລາ ເປັນຮອງຫົວໜ້າພະແນກການເງິນແຂວງອັດຕະປື. ຜ່ານຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານ, ເຈົ້າແຂວງຕົກລົງເຫັນດີ ຍົກຍ້າຍ ທ່ານ ມີໄຊ ສີສະແຫວງສຸກ ວ່າການຫົວໜ້າພະແນກແຜນການ ແລະ ການ ລົງທຶນແຂວງມາຮັບໜ້າທີ່ໃໝ່ ເປັນຮອງຫົວໜ້າຫ້ອງວ່າການແຂວງ. ໂອກາດດັ່ງກ່າວທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື ແລະ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ ໄດ້ຜັດປ່ຽນມີຄຳເຫັນວ່າ: ການປະກາດການຈັດຕັ້ງຄັ້ງນີ້, ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ການເມືອງ ໃນໄລຍະໃໝ່, ພາຍຫຼັງທີ່ມີການປັບປຸງນີ້ແລ້ວ ສະເໜີໃຫ້ຄະນະພັກ-ຄະນະນຳ ສືບຕໍ່ເປັນເຈົ້າການນຳພາແນວຄິດ ໃຫ້ແກ່ສະມາຊິກພັກພະນັກງານ ໃຫ້ມີຄວາມຮັບຮູ້ຢ່າງເລິກເຊິ່ງມີອຸດົມການທີ່ໜຽວແໜ້ນທີ່ສຸດ, ຕ້ອງໄດ້ສ້າງຄວາມເປັນເອກະພາບ ຢູ່ໃນອຸດົມການ; ສ້າງຄວາມເອກະພາບຢູ່ໃນຄະນະພັກ, ເອກະພາບກັບການຈັດຕັ້ງ ເຕົ້າໂຮມຄວາມສາມັກຄີໃນລະບຽບຫລັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ. ພ້ອມນີ້, ຄະນະພັກຄະນະນຳ ພະແນກການເງິນ ໃຫ້ເອົາໃຈໃສ່ປຶກ ສາຫາລື, ມີການແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ, ເພື່ອພັດທະນາວຽກງານ ທີ່ໄດ້ຖືກມອບຫມາຍ ໃນຂົງເຂດທີ່ຮັບຜິດຊອບ, ໃຫ້ມີທ່າກ້າວຂະຫຍາຍຕົວດີຂຶ້ນກວ່າເກົ່າ.
