ກອງປະຊຸມຄະນະຊີ້ນໍາລະດັບຊາດ ຄັ້ງທີ IV ຂອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025, ເພື່ອລາຍງານຄວາມຄືບໜ້າການກະກຽມຈັດຕັ້ງປະຕິບັດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025, ໄດ້ຈັດຂຶ້ນໃນວັນທີ 6 ສິງຫາ 2025 ໂດຍການເປັນປະທານຂອງທ່ານ ສຈ. ປອ. ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນໍາລະດັບຊາດສຳລັບການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025; ມີທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ມີຮອງຫົວໜ້າຄະນະຊີ້ນໍາລະດັບຊາດການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025; ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ,ຫົວໜ້າຄະນະຊີ້ນໍາການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຂັ້ນແຂວງ, ນະຄອນຫຼວງ; ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຄະນະສູນສະຖິຕິແຫ່ງຊາດ, ຫົວໜ້າກົມ, ຮອງຫົວໜ້າກົມເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ສຈ. ປອ. ກິແກ້ວ ໄຂຄໍາພິທູນ ໄດ້ມີຄຳເຫັນກ່າວເປີດກອງປະຊຸມຄັ້ງນີ້ເປັນ ຄັ້ງທີ IV ໃນນາມຄະນະຊີ້ນໍາລະດັບຊາດ ແລະ ຄະນະຊີ້ນໍາຂັ້ນແຂວງ, ເພື່ອຮັບຟັງການລາຍງານກ່ຽວກັບຜົນສໍາເລັດ ແລະ ຄວາມຄືບໜ້າທາງດ້ານວິຊາການໃນການກະກຽມໃຫ້ແກ່ການຈັດຕັ້ງປະຕິບັດການສຳຫຼວດໂດຍສະເພາະແມ່ນແຜນດຳເນີນງານການເກັບກຳຂໍ້ມູນ, ແຜນບຸກຄະລາກອນ, ງົບປະມານ, ວຽກງານເຜີຍແຜ່ໂຄສະນາ ແລະ ແຜນວຽກງານການຄຸ້ມຄອງຄຸນນະພາບການສຳຫຼວດໃນຂັ້ນຕໍ່ໄປ.ນອກນີ້, ໃນກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບວິທີການຈັດຕັ້ງປະຕິບັດການສຳຫຼວດຢູ່ 4 ພາກສ່ວນຄື: ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການຕ່າງປະເທດ ແລະ ເຂດເສດຖະກິດພິເສດ ແລະ ປຶກສາຫາລືບັນຫາຕ່າງໆທີ່ຕ້ອງໄດ້ສຸມໃສ່ແກ້ໄຂເລັ່ງດ່ວນ, ເພື່ອຮັບປະກັນໃຫ້ສາມາດດຳເນີນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສທົ່ວປະເທດ ຄັ້ງທີ V ປີ 2025 ໃຫ້ສໍາເລັດຕາມແຜນການທີ່ກໍານົດໄວ້.

![]() | ![]() |
ໃນກອງກອງປະຊຸມ,ທ່ານ ສັນຕິພາບ ພົມວິຫານ ໄດ້ລາຍງານກ່ຽວກັບຄວາມຄືບໜ້າການກະກຽມຈັດຕັ້ງປະຕິບັດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ເຊິ່ງໃນໄລຍະຜ່ານມາໄດ້ດໍາເນີນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດມາແລ້ວ 4 ຄັ້ງ,ເຊິ່ງໄດ້ດໍາເນີນໃນທຸກໆ 10 ປີໃນປີທີ່ລົງທ້າຍດ້ວຍເລກ 5, ເລີ່ມແຕ່ປີ 1985 ແລະ ຄັ້ງຫຼ້າສຸດໃນປີ 2015 ໂດຍແມ່ນສູນສະຖິຕິແຫ່ງຊາດ, ກະຊວງການເງິນພາຍໃຕ້ການປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງແຕ່ຂັ້ນສູນກາງຮອດທ້ອງຖິ່ນ ລວມທັງອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາເປັນຜູ້ຈັດຕັ້ງປະຕິບັດ ແລະ ຄັ້ງທີ 5 ແມ່ນຈະໄດ້ຈັດຕັ້ງປະຕິບັດໃນປີ 2025.ເຊິ່ງມາຮອດປັດຈຸບັນພາຍຫຼັງບັນດານິຕິກຳໄດ້ຮັບຮອງແລ້ວຄະນະຮັບຜິດຊອບຊີ້ນຳລະດັບຊາດ, ໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍເຊິ່ງມີຜົນສຳເລັດໂດຍພື້ນຖານເປັນຕົ້ນ: ສໍາເລັດການດໍາເນີນການສໍາຫຼວດໄລຍະທີ 1; ສໍາເລັດ ໃນການກະກຽມເນື້ອໃນແບບສອບຖາມ, ຄູ່ມື ແລະ ໂປແກຣມສໍາລັບການເກັບກໍາຂໍ້ມູນຄົວເຮືອນສ່ວນບຸກຄົນ, ຄົວເຮືອນລວມໝູ່ ແລະ ເຂດເສດຖະກິດພິເສດລວມທັງແບບສອບຖາມ; ສຳລັບການເກັບກຳຂໍ້ມູນຂອງ 3 ກະຊວງ (ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ); ສໍາເລັດການກະກຽມພື້ນຖານໂຄງລ່າງ ICT (ລະບົບ server) ສຳລັບການຮັບສົ່ງ-ຂໍ້ມູນຈາກພາກສະໜາມ, ການເກັບຮັກສາຖານຂໍ້ມູນການສຳຫຼວດ, ລະບົບສຳຮອງຂໍ້ມູນຂອງການສຳຫຼວດ ແລະ ລະບົບຮັກສາຄວາມປອດໄພ ແລະ ເອກກະພາບກັບ 3 ກະຊວງ ກ່ຽວກັບການດໍາເນີນການຝຶກອົບຮົມນັກເດີນສຳຫຼວດ ແລະ ນັກກວດກາ ແລະ ການເກັບກຳຂໍ້ມູນພາກສະໜາມໃຫ້ສຳເລັດໃນເດືອນກັນຍາ 2025; ສຳເລັດການຝືກອົບຮົມນັກກວດກາ ແລະ ນັກເດີນສຳຫຼວດຂອງການສຳຫລວດທົດລອງຄັ້ງສຸດທ້າຍ ແລະ ພວມດຳເນີນການລົງທົດລອງເກັບກຳຂໍ້ມູນພາກສະໜາມຢູ່ນະ ຄອນຫຼວງວຽງຈັນ ແລະ ບໍ່ແກ້ວເພື່ອຮັບກັນທາງດ້ານເນື້ອໃນ, ປະສານງານ, ທົດລອງລະບົບການເກັບກຳ ແລະ ສົ່ງຂໍ້ມູນ; ສໍາເລັດການກໍານົດຄວາມຕ້ອງການຈໍານວນບຸກຄະລາກອນທີ່ຈະເປັນຄູຝຶກຂັ້ນສູນກາງ, ຄູຝຶກຂັ້ນແຂວງ, ຄູຝຶກຂັ້ນເມືອງ, ຈຳ ນວນນັກກວດກາ ແລະ ນັກເດີນສຳຫຼວດຂັ້ນແຂວງ ແລະ ໄດ້ອອກແຈ້ງການເຖິງຫ້ອງການສຳຫຼວດຂັ້ນແຂວງ ແລະ ຂັ້ນເມືອງໃນການຄັດເລືອກບຸກຄະລາກອນດັ່ງກ່າວຕາມເງື່ອນໄຂ ແລະ ມາດຖານທີ່ກຳນົດ.
![]() | ![]() |
ໃນວາລະກອງປະຊຸມໄດ້ຮັບຟັງການນໍາສະເໜີຜົນການເກັບກໍາທີ່ຕັ້ງພູມມີສາດ (GIS) ຂຶ້ນບັນຊີໂຄງສ້າງ ແລະ ແຜນທີ່ເຂດສໍາຫຼວດຂອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025; ນໍາສະເໜີແຜນສໍາເລັດເຂດສໍາຫຼວດສຸດທ້າຍ, ເຄື່ອງມືການເກັບກໍາຂໍ້ມູນຂອງການສໍາຫຼວດ; ນໍາສະເໜີກ່ຽວກັບການຈັດຕັ້ງຜັນຂະຫຍາຍແຜນເກັບກຳຂໍ້ມູນຂອງ 3 ກະຊວງ, ແຜນການຈັດແບ່ງເຂດສໍາຫຼວດ; ບຸກຄະລາກອນແບ່ງຕາມແຂວງ; ການຈັດແບ່ງອຸປະກອນ; ບົດແນະນໍາໃນການຈັດຕັ້ງປະຕິບັດໃນຂັ້ນນະຄອນຫຼວງ, ແຂວງ ແລະ ວຽກງານອື່ນໆທີ່ຕິດພັນກັບການການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສທົ່ວປະເທດ ຄັ້ງທີ V ປີ 2025 ນໍາອີກດ້ວຍ.
