• ກົມຄຸ້ມຄອງການບັນຊີ
  • |
  • 2025-08-05
  • |
  • ວຽກວິຊາສະເພາະ

       ໃນວັນທີ 05 ສິງຫາ 2025 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ, ກົມຄຸ້ມຄອງການບັນຊີ ກະຊວງການເງິນ, ໄດ້ຈັດກອງປະຊຸມຄົ້ນຄວ້າ “ຮ່າງ” ບົດອະທິບາຍກ່ຽວກັບການນໍາໃຊ້ສາລະບານບັນຊີ-ງົບປະມານ (ສະບັບປັບປຸງ),ໂດຍ ການສະໜັບສະໜູນຂອງໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດໄລຍະ 3 ຈາກກະຊວງການຕ່າງປະເທດ ແລະ ການຄ້າອົດສະຕຣາລີ ແລະ ສະຫະພາບເອີລົບຜ່ານທະນາຄານໂລກ; ໂດຍການເປັນປະທານຂອງທ່ານ ປອ ນາງ ພິລານີ ພິດສະໄໝ ຮອງຫົວໜ້າກົມຄຸ້ມຄອງການບັນຊີ, ມີຮອງຫົວໜ້າກົມງົບປະມານແຫ່ງລັດ, ຄະນະກົມອ້ອມຂ້າງກະຊວງ, ຄະນະພະແນກ, ຄະນະຮັບຜິດຊອບຄຸ້ມຄອງປັບປຸງ ເລກລະຫັດ ແລະ ເນື້ອໃນສາລະບານບັນຊີ-ງົບປະມານ (COA), ຕາມຂໍ້ຕົກລົງ ສະບັບເລກທີ 2198/ກງ, ລົງວັນທີ 18 ກໍລະກົດ 2025 ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

       ກອງປະຊຸມຄົ້ນຄ້ວາ “ຮ່າງ” ບົດອະທິບາຍສາລະບານບັນຊີ-ງົບປະມານດັ່ງກ່າວເປັນກອງປະຊຸມວິຊາການໃນການຄົ້ນຄ້ວາບົດອະທິບາຍເນື້ອໃນເພື່ອມີເນື້ອໃນຄົບຖ້ວນ, ອະທິບາຍເລກລະຫັດ ແລະ ເນື້ອໃນສາລະບານບັນຊີ-ງົບ ທັງ 7 ອົງປະກອບເຊັ່ນ: ອົງປະກອບການຈັດຕັ້ງ, ອົງປະກອບທີ່ຕັ້ງພູມສາດ, ອົງປະກອບແຜນງານ, ອົງປະກອບໂຄງການ, ອົງປະກອບແຫຼ່ງທຶນ, ອົງປະກອບເສດຖະກິດ, ອົງປະກອບພາກສ່ວນທີ່ມີສ່ວນຮ່ວມ. ທັງນີ້, ເພື່ອໃຫ້ສອດຄ່ອງກັບລະບຽບດ້ານນິຕິກໍາທີ່ກ່ຽວຂ້ອງໃຫ້ມີເນື້ອໃນຄົບຖ້ວນ, ເພື່ອໃຫ້ສາມາດບັນລຸຕາມຈຸດປະສົງ, ລະດັບຄາດໝາຍ ແລະ ນໍາສະເໜີຂັ້ນເທິງພິຈາລະນາຮັບຮອງກ່ອນການລົງເຜີຍແຜ່.

       ເຊິ່ງ “ຮ່າງ”ສາລະບານບັນຊີ-ງົບປະມານດັ່ງກ່າວ ຈະເປັນເຄື່ອງມືໃນການຕິດຕາມການເຄື່ອນໄຫວດ້ານບັນຊີ-ງົບປະມານເພື່ອໃຫ້ໄດ້ຂໍ້ມູນທີ່ຊັດເຈນ, ເພື່ອໃຫ້ເຫັນໄດ້ສະຖານະດ້ານການເງິນ, ຈຸດແຂງ,ຈຸດຄົງຄ້າງໃນການບໍລິຫານວຽກງານງົບປະມານ-ການເງິນ, ແນໃສ່ໃຫ້ການຄຸ້ມຄອງການເງິນແຫ່ງລັດມີປະສິດທິຜົນສູງ, ສາມາດຮອງຮັບການປະຕິບັດຕາມມາດຕະຖານສາກົນດ້ານການບັນຊີແຫ່ງລັດ, ຕາມມາດຕະຖານສາກົນດ້ານສະຖິຕິການເງິນຂອງລັດຖະ ບານ, ຕອບສະໜອງໄດ້ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ຍືນຍົງ ແລະ ສອດຄ່ອງຕາມທິດເສດຖະກິດເອກະລາດເປັນເຈົ້າຕົນເອງ.

      ກອງປະຊຸມຄັ້ງນີ້ໄດ້ດໍາເນີນເປັນເວລາສອງວັນໃນລະຫວ່າງວັນທີ 5-6 ສິງຫາ 2025 ທີ່ຫ້ອງປະຊຸມລີສອດນາປ່າກວາງ ເມືອງແກ້ວອຸດົມ ແຂວງວຽງຈັນ, ເຊິ່ງຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການນໍາສະເໜີກ່ຽວກັບ "ຮ່າງ" ບົດອະທິບາຍການນໍາໃຊ້ສາລະບານບັນຊີ-ງົບປະມານ, ເຫດຜົນຄວາມຈຳເປັນໃນການອະທິບາຍເນື້ອໃນສາລະບານ ແລະ ການປະກອບຄໍາຄິດຄໍາເຫັນໃສ່ “ຮ່າງ” ບົດອະທິບາຍດັ່ງກ່າວ, ເພື່ອໃຫ້ສອດຄ່ອງກັບສະພາບການຕົວຈິງ ແລະ ທິດ ທາງໃນການພັດທະນາຕໍ່ໜ້າ. ທັງນີ້, ເພື່ອຮັບໃຊ້ການຄຸ້ມຄອງການເງິນ-ງົບປະມານໃຫ້ມີປະສິດທິຜົນຍິ່ງຂຶ້ນ.

© 2025 Copyright: ກະຊວງການເງິນ, ສປປ ລາວ