• ກະຊວງການເງິນ
  • |
  • 2025-08-01
  • |
  • ວຽກວິຊາສະເພາະ

        ໃນວັນທີ 01 ສິງຫາ 2025 ຫ້ອງການກະຊວງການເງິນ ໄດ້ປັບປຸງການຈັດຕັ້ງ ແລະ ຊັບຊ້ອນຈັດວາງຕໍາແໜ່ງງານໃໝ່ ໂດຍການເປັນປະທານຂອງທ່ານ ສົມຈິດ ຄຳມຸງຄຸນ ຫົວໜ້າຫ້ອງການກະຊວງການເງິນ, ມີຄະນະຫ້ອງການ, ຄະນະພະແນກ ແລະ ວິຊາການເຂົ້າຮ່ວມ. 

        ໃນກອງປະຊຸມ ຄະນະຫ້ອງການໄດ້ຜ່ານມະຕິຕົກລົງວ່າດ້ວຍການສ້າງຕັ້ງໜ່ວຍພັກຮາກຖານ ແລະ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກຮາກຖານທີ່ຂຶ້ນກັບກະຊວງການເງິນສະບັບເລກທີ 210/ຄປຈ.ກງ, ລົງວັນທີ 29 ກໍລະກົດ 2025. ແຈ້ງການພະນັກງານ-ລັດຖະກອນກະຊວງການເງິນພັກການຮັບອຸດໜູນບໍານານ ແລະ ອຸດໜູນເທື່ອດຽວສະບັບເລກທີ 2300/ກງ, ລົງວັນທີ 28 ກໍລະກົດ 2025, ຂໍ້ຕົກລົງວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກທີ່ຂຶ້ນກັບຫ້ອງການກະຊວງການເງິນສະບັບເລກທີ 2281/ກງ, ລົງວັນທີ 28 ກໍລະກົດ 2025; ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຜູ້ຊ່ວຍວຽກຄະນະຫ້ອງການກະຊວງ, ບັນດາກົມ ແລະ ທຽບເທົ່າ ສະບັບເລກທີ 2305/ກງ, ລົງວັນ ທີ 28 ກໍລະກົດ 2025; ຂໍ້ຕົກລົງວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ຄະນະພະແນກ ແລະ ວິຊາການໄປຮັບໜ້າທີ່ໃໝ່ຢູ່ບັນດາກົມອ້ອມຂ້າງສະບັບເລກທີ 2031/ກງ, ລົງວັນທີ 28 ກໍລະກົດ 2025 ແລະ ຂໍ້ຕົກລົງ ວ່າດ້ວຍການຍົກຍ້າຍຊັບຊ້ອນພະນັກງານວິຊາການແຕ່ລະພະແນກໃນຫ້ອງການ ກະຊວງການເງິນ, ຊຶ່ງຫ້ອງການກະຊວງເປັນໂຄງປະກອບໜຶ່ງໃນກົງຈັກຂອງກະຊວງການເງິນມີພາລະບົດບາດເປັນເສນາທິການໃຫ້ຄະນໍາກະຊວງໃນການເປັນໃຈກາງໃນການປະສານງານທັງພາຍໃນ-ພາຍນອກຊຶ່ງປະກອບມີທັງໝົດ 05 ພະແນກຄື: ພະແນກບໍລິຫານ, ພະແນກຄົ້ນຄວ້າສັງລວມ, ພະແນກເລຂານຸການ ແລະ ພິທີການ, ພະແນກແຜນການ ແລະ ການເງິນ, ພະແນກໂຄສະນາຂ່າວສານເສດຖະກິດ ແລະ ການເງິນ, ພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ແລະ ພະແນກຄຸ້ມຄອງໂຄງການຊ່ວຍເຫຼືອລ້າ ແລະ ກູ້ຢືມ.

        ໃນຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ສົມຈິດ ຄຳມຸງຄຸນ ໂດຍທ່ານໄດ້ຮຽກຮ້ອງໃຫ້ບັນດາທ່ານທີ່ຖືກແຕ່ງຕັ້ງສືບຕໍ່ ນຳພາ-ຊີ້ນຳ ດ້ານການເມືອງແນວຄິດໃຫ້ບັນດາພະນັກງານມີຄວາມອຸ່ນອ່ຽນ, ທຸ່ນທ່ຽງ ສືບຕໍ່ຈັດຕັ້ງປະຕິບັດວຽກງານ ຂອງຕົນ ຕາມພາລະບົດບາດ ຮັກສາໄດ້ ຄວາມສາມັກຄີຮັກແພງເປັນປຶກແຜ່ນມີຄວາມເອກະພາບ ທາງດ້ານຫຼັກການປະຊາທິປະໄຕ; ທັງນີ້ກໍ່ເພື່ອແບ່ງຄວາມຮັບຜິດຊອບໃຫ້ຄະນະຫ້ອງການ ແກ້ໄຂວຽກງານ ທີ່ຕິດພັນກັບຄວາມຮັບຜິດຊອບ ຊີ້ນໍາໂດຍກົງຂອງຕົນ ແລະ ດໍາເນີນການການຈັດຕັ້ງປະຕິບັດການແກ້ໄຂວຽກງານຂອງຫ້ອງການ ໃຫ້ມີຄວາມຕໍ່ເນື່ອງ, ວ່ອງໄວ, ມີປະສິດທິພາບ, ປະສິດທິຜົນ ໃນແຕ່ລະໄລຍະ ແລະ ເສີມສ້າງຄວາມໜັກແໜ້ນເຂັ້ມແຂງຂອງຫ້ອງການກະຊວງການເງິນໃຫ້ດີຂຶ້ນເປັນກ້າວໆ.

© 2025 Copyright: ກະຊວງການເງິນ, ສປປ ລາວ