 ວັນທີ 29 ກໍລະກົດ 2025, ທີ່ພະແນກການເງິນແຂວງບໍ່ແກ້ວ ໄດ້ປະກາດການຈັດຕັ້ງໂຮມພະແນກແຜນການ ແລະ ການລົງທຶນ ເຂົ້າກັບ ພະແນກການເງິນແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພູວົງ ກິດຕະວົງ ຄະນະພັກກະຊວງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ປອ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ, ມີທ່ານ ສົມພອນ ແກ້ວມະນີ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງບໍ່ແກ້ວ, ພາກສ່ວນທີກ່ຽວຂ້ອງ ແລະ ພະນັກງານ-ວິຊາການເຂົ້າຮ່ວມ. |
ໃນກອງປະຊຸມ ທ່ານ ສິນໄຊ ສີລິປັນຍາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງ ເລກທີ 873/ບກ ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍພະນັກງານພະແນກການເງິນແຂວງ ເຊິ່ງມີລາຍລະອຽດດັ່ງລຸ່ມນີ້: I. ຄະນະພັກຮາກຖານ ແລະ ຄະນະພະແນກການເງິນແຂວງ ປະກອບມີດັ່ງນີ້: - ທ່ານ ຂັນທອງ ທໍາມະວົງ ເປັນເລຂາຄະນະພັກຮາກຖານ, ຫົວໜ້າພະແນກການເງິນແຂວງ
- ທ່ານ ສີສຸກ ຄູນວີທອງ ເປັນຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກການເງິນແຂວງ
- ທ່ານ ນາງ ອ່ອນສີ ສໍຍະວົງ ເປັນກຳມະການຄະນະພັກຮາກຖານ, ຮອງຫົວໜ້າພະແນກການເງິນແຂວງ
- ທ່ານ ສິງຄໍາ ສີລິປັນຍາ ເປັນກຳມະການຄະນະພັກຮາກຖານ, ຮອງຫົວໜ້າພະແນກການເງິນແຂວງ
- ສະຫາຍ ບຸນແອງ ພັນທະວົງ ເປັນກຳມະການຄະນະພັກຮາກຖານ
- ສະຫາຍ ສິງຄໍາ ສີລິປັນຍາ ເປັນກຳມະການຄະນະພັກຮາກຖານ
- ສະຫາຍ ໄວຄູນ ຂັນທະຜົນ ເປັນກຳມະການຄະນະພັກຮາກຖານ
|
II. ໂຄງປະກອບກົງຈັກ ຂອງພະແນກການເງິນ ແຂວງບໍ່ແກ້ວ ປະກອບມີ 07 ຂະແໜງການຄື: - ຂະແໜງ ຈັດຕັ້ງ ແລະ ບໍລິຫານ: ທ່ານ ນ ມະນີເພັດ ເມກກໍລະກົດ ເປັນຫົວໜ້າຂະແໜງ ຈັດຕັ້ງ ແລະ ບໍລິຫານ, ທ່ານ ສາຄອນ ເພັດສະຫວັນ ຮອງຫົວໜ້າຂະແໜງຈັດຕັ້ງ ແລະ ບໍລິຫານ, ທ່ານ ນາງ ນາລີ ສຸກມີໄຊ ຮອງຫົວໜ້າຂະແໜງຈັດຕັ້ງ ແລະ ບໍລິຫານ ແລະ ທ່ານ ນາງ ສອນແກ້ວ ວັນນະສີ ເປັນ ຮອງຫົວໜ້າຂະແໜງຈັດຕັ້ງ ແລະ ບໍລິຫານ.
- ຂະແໜງກວດກາ: ທ່ານ ຖາວອນ ວົງພັກດີ ເປັນຫົວໜ້າຂະແໜງ, ທ່ານ ນາງ ອາລິສາ ວິໄລສຸກ ເປັນຮອງຫົວໜ້າຂະແໜງ ແລະ ທ່ານ ປິທູ ຈິດມະນີສັກ ເປັນຮອງຫົວໜ້າຂະແໜງ
- ຂະແໜງ ງົບປະມານແຫ່ງລັດ: ທ່ານ ເກດທິບ ວົງຄໍາຈັນ ເປັນ ຮັກສາການຫົວໜ້າຂະແໜງ, ທ່ານ ນາງ ພິມ ພົມມະຈັນ ເປັນຮອງຫົວໜ້າຂະແໜງ ແລະ ທ່ານ ນາງ ສຸກສາຄອນ ໄຊວົງ ເປັນຮອງຫົວໜ້າຂະແໜງ
- ຂະແໜງ ແຜນການ ແລະ ສະຖິຕິ: ທ່ານ ອິນທະວົງ ສຸກບົວຄໍາ ເປັນ ຫົວໜ້າຂະແໜງ, ທ່ານ ສົມເດດ ສຸດທະວິໄລ ເປັນຮອງຫົວໜ້າຂະແໜງ, ທ່ານ ວິລະກິດ ຫຼ້າສຸວັນ ເປັນຮອງຫົວໜ້າຂະແໜງ ແລະ ທ່ານ ບຸນທອນ ຊາພັກດີ ເປັນຮອງຫົວໜ້າຂະແໜງ
- ຂະແໜງ ການຈັດຊື້-ຈັດຈ້າງ: ທ່ານ ຄໍາສຸກ ອິນເຈືອງ ເປັນ ຫົວໜ້າຂະແໜງ, ທ່ານ ໄພທູນ ສຸລິວົງ ເປັນຮອງຫົວໜ້າຂະແໜງ, ທ່ານ ນາງ ຈັນສາຍ ໄຊຍະວົງ ເປັນຮອງຫົວໜ້າຂະແໜງ ແລະ ທ່ານ ນາງ ວອນມະນີ ອິນທະລາ ເປັນຮອງຫົວໜ້າຂະແໜງ
- ຂະແໜງ ຄຸ້ມຄອງຊັບສິນແຫ່ງລັດ: ທ່ານ ວິໄລສັກ ທຳມະວົງ ເປັນ ຫົວໜ້າຂະແໜງ, ທ່ານ ພັນທະລົບ ໜູຮ່ວງ ເປັນຮອງຫົວໜ້າຂະແໜງ, ທ່ານ ນາງ ໄພວັນ ດີສະຫວັດ ເປັນຮອງຫົວໜ້າຂະແໜງ ແລະ ທ່ານ ຂັນແກ້ວ ອິນທະວົງ ເປັນຮອງຫົວໜ້າຂະແໜງ
- ຂະແໜງ ຄຸ້ມຄອງການບັນຊີ: ທ່ານ ແສງທະວີ ພິມມະສອນ ເປັນ ຫົວໜ້າຂະແໜງ, ທ່ານ ສົມສິດ ສິງທະລານົນ ເປັນຮອງຫົວໜ້າຂະແໜງ, ທ່ານ ພຸດທະສອນ ພົມສະຫວັນ ເປັນຮອງຫົວໜ້າຂະແໜງ ແລະ ທ່ານ ສົມລີ ລີຈ່າເຕັງ ເປັນ ຮອງຫົວໜ້າຂະແໜງ.
|
ໂອກາດນີ້, ທ່ານ ປອ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ, ໄດ້ເໜັນໜັກຄະນະພັກ, ຄະນະພະແນກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ໄດ້ຍົກຍ້າຍ ແລະ ແຕ່ງຕັ້ງ ຈາກສອງພະແນກການຮ່ວມເປັນພະແນກດຽວ ໃຫ້ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຍັງຕໍ່ເນື່ອງ, ປະຕິບັດຕາມມະຕິ, ຄໍາສັງ ລະບຽບການຂອງພັກ, ກົດໝາຍຂອງລັດວ່າງອອກຢ່າງເຂັ້ມງວດ, ປັບປຸງວິທີເຮັດວຽກໃຫ້ສອດຄອງກັບໜ້າວຽກຕົວຈິ່ງ ແລະ ຈົ່ງຍົກສູງຄວາມສາມັກຄີພາຍໃນ ພາຍນອກໃຫ້ເປັນຂະບວນ. |