• ຂ່າວທ້ອງຖິ່ນ
  • |
  • 2025-07-25
  • |
  • ວຽກວິຊາສະເພາະ

        ພິທີປະກາດການຈັດຕັ້ງພາຍຫຼັງໂຮມພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ເຂົ້າກັບ ພະແນກການເງິນ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 25 ກໍລະກົດ 2025 ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ ແລະ ສະຫາຍ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຄະນະປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ, ຂັ້ນແຂວງ, ຄະນະພະແນກ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

        ໃນກອງປະຊຸມ ໄດ້ຜ່ານຄໍາສັ່ງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 931/ຄປພຂ, ລົງວັນທີ 25 ກໍລະກົດ 2025 ວ່າດ້ວຍການຍຸບເລີກ ໜ່ວຍພັກຮາກຖານພະແນກແຜນການ ແລະ ການລົງທຶນແຂວງ ແລະ ຄຳສັ່ງຂອງຄະນະປະຈຳພັກແຂວງ ສະບັບເລກທີ 932/ຄປພຂ ວ່າດ້ວຍການຍຸບເລີກ ຄະນະພັກຮາກຖານ ແລະ ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກການເງິິນແຂວງອຸດົມໄຊ, ຜ່ານມະຕິຕົກລົງ ສະບັບເລກທີ 933/ຄປພຂ ວ່າດ້ວຍການສ້າງຕັ້ງຄະນະພັກຮາກຖານພະແນການເງິນແຂວງ ໂດຍເຫັນດີສ້າງຕັ້ງ ຄະນະພັກຮາກຖານ ພະແນກການເງິນແຂວງ ຂຶ້ນກັບອົງຄະນະພັກແຂວງອຸດົມໄຊ; ມະຕິຕົກລົງ ສະບັບເລກທີ 935/ຄປພຂ  ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານພະແນການເງິນແຂວງອຸດົມໄຊ.

ພ້ອມທັງຮັບຮອງກົງຈັກ ແລະ ບຸກຄະລາກອນ  ແລະ ແຈ້ງການຂອງຄະນະປະຈໍາພັກແຂວງ ເລກທີ 934/ຄປພຂ, ລົງວັນທີ 25 ກໍລະກົດ 2025 ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:

 

I. ຄະນະພະແນກການເງິນແຂວງ ປະກອບມີດັ່ງນີ້: 

  1. ທ່ານ ປອ ສຸລິຍາ ສຸພິທັກ ເປັນເລຂາຄະນະພັກຮາກຖານ, ຮັກສາການຫົວໜ້າພະແນກການເງິນແຂວງອຸດົມໄຊ
  2. ທ່ານ ບຸນໃສ ພົມມະວົງ ເປັນຮອງເລຂາຄະນະພັກຮາກຖານ, ປະທານກວດກາ, ຮອງຫົວໜ້າພະແນກການເງິນແຂວງອຸດົມໄຊ
  3. ທ່ານ ນາງ ທອງດໍາ ອາໄພຍະລາດ ເປັນຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກການເງິນແຂວງອຸດົມໄຊ
  4. ທ່ານ ສົມລິດ ລັດສະເກດ ຮອງຫົວໜ້າພະແນກການເງິນແຂວງອຸດົມໄຊ
  5. ທ່ານ ນາງ ມາລີ ປັນຍາສັກ ຮອງຫົວໜ້າພະແນກການເງິນແຂວງອຸດົມໄຊ
 

II. ໂຄງປະກອບກົງຈັກ ຂອງພະແນກການເງິນ ແຂວງອຸດົມໄຊ ປະກອບມີ 07 ຂະແໜງການຄື:

  1. ຂະແໜງຈັດຕັ້ງ ແລະ ບໍລິຫານ: ທ່ານ ຄໍາໃສ ອຸໄລແສງ ເປັນຫົວໜ້າຂະແໜງ, ທ່ານ ທອງເພັດ ສີສົມແພງ ເປັນຮອງຫົວໜ້າຂະແໜງ ແລະ ທ່ານ ນາງ ສີສຸກ ປານຜາສິດ ເປັນຮອງຫົວໜ້າຂະແໜງ
  2. ຂະແໜງກວດກາລັດ: ທ່ານ ຄໍາຈັນ ບູລົມມະວົງ ເປັນຫົວໜ້າຂະແໜງ ແລະ ທ່ານ ນາງ ບຸນມີ ໄຊມະນີວັນ ເປັນຮອງຫົວໜ້າຂະແໜງ
  3. ຂະແໜງງົບປະມານແຫ່ງລັດ: ທ່ານ ດວງໄຊ ກິ່ງສະຫງ່າ ເປັນຫົວໜ້າຂະແໜງ, ທ່ານ ນາງ ຄໍາສະຫວ່າງ ໄຊສໍາພັນ ເປັນຮອງຫົວໜ້າຂະແໜງ ແລະ ທ່ານ ຜາບັນດິດ ສີລາທອດ ເປັນຮອງຫົວໜ້າຂະແໜງ
  4. ຂະແໜງແຜນການ ແລະ ສະຖິຕິ: ທ່ານ ສຸລິຍະເດດ ຈັນທະວົງ ເປັນຫົວໜ້າຂະແໜງ, ທ່ານ ຈັນມະນີ ຈັນຕະເງິນ ເປັນຮອງຫົວໜ້າຂະແໜງ ແລະ ທ່ານ ກົງທິບ ສຸລະຄາມ ເປັນຮອງຫົວໜ້າຂະແໜງ
  5. ຂະແໜງຄຸ້ມຄອງຊັບສິນແຫ່ງລັດ: ທ່ານ ພອນສະຫວັນ ອຸ່ນແກ້ວ ເປັນຫົວໜ້າຂະແໜງ, ທ່ານ ສົມເພັດ ພົມມະຈັກ ເປັນຮອງຫົວໜ້າຂະແໜງ ແລະ ທ່ານ ນາງ ພວງມະໄລ ບຸນສະຫວັດ ເປັນຮອງຫົວໜ້າຂະແໜງ
  6. ຂະແໜງຄຸ້ມຄອງການບັນຊີ: ທ່ານ ລິນທອງ ເລື່ອນດວງຈັນ ເປັນຫົວໜ້າຂະແໜງ, ທ່ານ ຄໍາໃສ ໄຊສົງຄາມຢ້າງ ເປັນຮອງຫົວໜ້າຂະແໜງ ແລະ ທ່ານ ນິດດາພອນ ສົມສາມາດ ເປັນຮອງຫົວໜ້າຂະແໜງ
  7. ຂະແໜງການຈັດຊື້-ຈັດຈ້າງ: ທ່ານບຸນປັນ ຄູນປະເສີດ ເປັນຫົວໜ້າຂະແໜງ, ທ່ານ ວົງໄຊ ເຊຍໄຕເລົາ ເປັນຮອງຫົວໜ້າຂະແໜງ ແລະ ທ່ານ ບຸນຊູ ຄົງສະຫວັດ ເປັນຮອງຫົວໜ້າຂະແໜງ

       ໂອກາດນີ້, ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ມີຄຳເຫັນວ່າ: ການປະກາດການຈັດຕັ້ງໃນຄັ້ງນີ້, ແມ່ນອີງໃສ່ທິດຊີ້ນຳຂອງກົມການເມືອງ, ພາຍຫລັງທີ່ມີການປັບປຸງແລ້ວ ສະເໜີໃຫ້ຄະນະພັກ-ຄະນະນຳ ສືບຕໍ່ເປັນເຈົ້າການນຳພາແນວຄິດ ໃຫ້ແກ່ສະມາຊິກພັກພະນັກງານ ໃຫ້ມີຄວາມຮັບຮູ້ຢ່າງເລິກເຊິ່ງ ມີອຸດົມການທີ່ໜຽວແໜ້ນ, ຕ້ອງໄດ້ສ້າງຄວາມເປັນເອກະພາບ ເພື່ອໃຫ້ມີຄວາມເປັນເອກະພາບຢູ່ໃນອຸດົມການ; ສ້າງຄວາມເອກະພາບຢູ່ໃນຄະນະພັກ, ເອກະພາບກັບຂັ້ນເທິງ, ກັບການຈັດຕັ້ງ ເຕົ້າໂຮມຄວາມສາມັກຄີໃນລະບຽບຫລັກການລວມສູນປະຊາ ທິປະໄຕ, ເຮັດວຽກເປັນໝູ່ຄະນະ, ຄະນະພັກຄະນະນໍາ ຕ້ອງເອົາໃຈໃສ່ປຶກສາຫາລື, ມີການແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ, ໃຫ້ສືບຕໍ່ປັບປຸງການຈັດຕັ້ງ ຢູ່ຂັ້ນເມືອງ ໃຫ້ສຳເລັດໂດຍໄວ ເພື່ອເຮັດໃຫ້ຖັນແຖວສະມາຊິກພັກ, ພະນັກງານມີຄວາມເຊື່ອໝັ້ນ ອຸ່ນອ່ຽນຕໍ່ພັກ ແລະ ລັດ.

© 2025 Copyright: ກະຊວງການເງິນ, ສປປ ລາວ