ໃນວັນທີ 29 ກໍລະກົດ-01 ສິງຫາ 2025 ກົມພາສີ ໄດ້ເປີດຊຸດຝຶກອົບຮົມ ຫຼັກສູດ “ຜູ້ແຈ້ງພາສີທົ່ວໄປ” ຊຸດທີ III ຂອງສົກປີ 2025 ໃຫ້ແກ່ວິສາຫະກິດໃນທົ່ວປະເທດ ທີ່ດໍາເນີນທຸລະກິດ ແຈ້ງພາສີສິນຄ້າ, ເຄື່ອງຂອງ ຂອງຕົນເອງ ທີ່ມີຈຸດປະສົງສົ່ງອອກ-ນໍາເຂົ້າສິນຄ້າ, ເຄື່ອງຂອງ ເຊິ່ງເປັນປະທານ ແລະ ວິທະຍາກອນໂດຍ ຂອງທ່ານ ສີລິວັນ ພັນຄຳຜິວ ຫົວຫນ້າພະແນກຝຶກອົບຮົມ ແລະ ພັດທະນາ ບຸກຄະລາກອນ ຂອງກົມພາສີ. ມີຄະນະພະແນກກ່ຽວຂ້ອງຈາກກົມພາສີ, ຕາງໜ້າຈາກບໍລິສັດກ່ຽວຂ້ອງທົ່ວປະເທດຈຳນວນ 60 ກວ່າ ບໍລິສັດ ເຂົ້າຮ່ວມ. ໂອກາດນີ້ທ່ານ ສີລິວັນ ພັນຄຳຜິວ ໄດ້ມີຄຳເຫັນວ່າ: ວຽກງານການແຈ້ງພາສີ ແມ່ນມີຄວາມສໍາຄັນຫຼາຍ ເພາະບັນດາຜູ້ເຂົ້າຮ່ວມ ຈະມີບົດບາດເປັນຜູ້ແຈ້ງພາສີ ສິນຄ້າ, ເຄື່ອງຂອງ ຊຶ່ງຕ້ອງມີຄວາມຮັບຜິດຊອບຕໍ່ໜ້າກົດໝາຍ ແລະ ລະບຽບກຳນົດ. ສະນັ້ນ, ຈຶ່ງມີຄວາມຈໍາເປັນທີ່ຕ້ອງໄດ້ມີການຝຶກອົບຮົມຢ່າງຖືກຕ້ອງ ແລະ ຄົບຖ້ວນຕາມມາດຕະຖານ ແລະ ເງື່ອນໄຂ ທີ່ກຳນົດໄວ້ໃນ ຄໍາແນະນໍາ ຂອງກະຊວງການເງິນ ສະບັບເລກທີ 5916/ກງ, ລົງວັນທີ 25 ພະຈິກ 2021. ໃນການຝຶກອົບຮົມ ໄດ້ຮຽນຮູ້ ກ່ຽວກັບ: ຄວາມຮູ້ພື້ນຖານກົດໝາຍວ່າດ້ວຍພາສີ;ຄວາມຮູ້ພື້ນຖານກົດໝາຍວ່າດ້ວຍສ່ວຍສາອາກອນ; ຄໍາແນະນໍາຂອງກະຊວງການເງິນ ສະບັບເລກທີ 5916/ກງ; ການຈັດລະຫັດສິນຄ້າ ແລະ ສາລະບານອັດຕາພາສີ; ການຢັ້ງຢືນແຫຼ່ງກໍາເນີດສິນຄ້າ ແລະ ການປະຕິບັດສັນຍາການຄ້າເສລີ; ການກໍານົດມູນຄ່າແຈ້ງ; ການປະກອບຂໍ້ມູນລົງໃນໃບແຈ້ງພາສີ;ການນໍາໃຊ້ລະບົບເອຊີກຸດາ ແລະ ການແຈ້ງພາສີຜ່ານລະບົບ NSWA+ ແລະ ບົດຮຽນສໍາຄັນອື່ນໆ ທີ່ຕິດພັນກັບວຽກງານດັ່ງກ່າວ. ທ່ານ ຍັງກ່າວເນັ້ນຕື່ມອີກວ່າ: ໃຫ້ບັນດາຜູ້ເຂົ້າຮ່ວມເອົາໃຈໃສ່ໃນການຄົ້ນຄວ້າ ບົດ ຮຽນຮ່ວມກັນຢ່າງແທດເໝາະ ເພາະບັນດາຫົວຂໍ້ບົດຮຽນດັ່ງກ່າວ ແມ່ນມີຄວາມຈຳເປັນ ແລະ ສຳຄັນຢ່າງຍິ່ງໃນການນຳໄປໝູນໃຊ້ ເຂົ້າໃນວຽກງານຕົວຈິງ ໃຫ້ມີປະສິດທິພາບສູງຂຶ້ນ ພາຍໃຕ້ຄວາມຖືກ ຕ້ອງ ສອດຄ່ອງ ກັບລະບຽບກົດໝາຍ ພາສີ ຂອງລາວ ແລະ ສາກົນ.
