ໂດຍອີງຕາມດໍາລັດວ່າດ້ວຍການສ້າງແຜນງົບປະມານແຫ່ງລັດ ສະບັບເລກທີ 254/ລບ, ລົງວັນທີ 18 ສິງຫາ 2023 ໃນໝວດທີ 2 ມາດຕາ 6 ແຜນງົບປະມານແຫ່ງລັດ ແລະ ເປັນການສືບຕໍ່ການສ້າງແຜນງົບປະມານໄລຍະກາງແຕ່ປີ 2026-2028, ດໍາເນີນຕາມຂັ້ນຕອນທີ່ໄດ້ກໍານົດໃນມາດຕາ 56 ຂອງກົດໝາຍວ່າດ້ວຍງົບປະມານ ສະບັບປັບປຸງ ເລກທີ 13/ສພຊ, ລົງວັນທີ 17 ພະຈິກ 2021 ແລະ ທັງເປັນການຍົກລະດັບການສ້າງແຜນງົບປະມານໃຫ້ມີປະສິດທິຜົນຂຶ້ນ.

![]() | ![]() |
ດັ່ງນັ້ນ, ໃນວັນທີ 23 ກໍລະກົດ 2025 ນີ້, ທີ່ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມຝຶກອົບຮົມແນະນໍາການໃຊ້ແບບຟອມສ້າງແຜນງົບປະມານໄລຍະກາງປີ 2026-2028 ໃຫ້ບັນດາກະຊວງ, ອົງການຂັ້ນສູນກາງ, ພາຍໃຕ້ການສະໜັບສະໜູນໂຄງການປັບປຸງການຄູ້ມຄອງການເງິນແຫ່ງລັດໄລຍະ 3 ຈາກກະຊວງການຕ່າງປະເທດ ແລະ ການຄ້າອົດສະຕຣາລີ ແລະ ສະຫະພາບເອີລົບຜ່ານທະນາຄານໂລກ; ໂດຍການເປັນປະທານຂອງທ່ານ ສຸພາວັນ ພັນທະວິໄລ ຮອງຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນ, ມີຄະນະກົມ, ຄະນະພະແນກ,ຜູ້ຮັບຜິດຊອບວຽກສ້າງແຜນງົບປະມານຈາກບັນດາກະຊວງ, ອົງການຂັ້ນສູນກາງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

![]() | ![]() |
ກອງປະຊຸມຄັ້ງນີ້, ເປັນການຝຶກອົບຮົມ, ແນະນໍາ, ຮັບຟັງການສະເໜີກ່ຽວກັບການສ້າງແຜນງົບປະມານຕາມກົດໝາຍ ແລະ ດຳລັດການສ້າງແຜນ,ການນໍາໃຊ້ແບບຟອມຕາຕະລາງສ້າງແຜນງົບປະມານໄລຍະກາງ, ເພື່ອໃຫ້ມີຄວາມສອດຄ່ອງກັບລະບຽບການ ແລະ ນິຕິກໍາຕ່າງໆເຮັດໃຫ້ການສ້າງແຜນງົບປະມານ ສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມ, ແຜນວຽກ, ແຜນງານ ແລະ ວຽກງານຈຸດສຸມຂອງຂະແໜງການ ແລະ ທ້ອງຖິ່ນ; ຍົກສູງຄວາມຮັບ ຜິດຊອບຂອງຂະແໜງການ (ຫົວໜ່ວຍງົບປະມານແຕ່ລະຂັ້ນ) ໃນການສ້າງ, ຈັດສັນແຜນງົບປະມານທີ່ຕົນໄດ້ຮັບເຂົ້າໃນວຽກງານບຸລິມະສິດຂອງຂະແໜງການຕົນໃຫ້ຖືກຕ້ອງ, ຊັດເຈນ ແລະ ສອດຄ່ອງກັບຫຼັກການປະຢັດ ແລະ ຕ້ານການຟູມເຟືອຍ; ຫຼຸດຜ່ອນບັນຫາຂອງການສ້າງແຜນງົບປະມານໃນໄລຍະຊຸມປີຜ່ານມາ.ກອງປະຊຸມຄັ້ງນີ້, ນອກຈາກກົມງົບປະມານແຫ່ງລັດນໍາສະເໜີ, ຍັງມີຕາງໜ້າຈາກບາງກະຊວງ, ອົງການທີ່ຈັດຕັ້ງປະຕິບັດໄດ້ດີມາແລກປ່ຽນ ແລະ ແນະນໍາເປັນຕົ້ນ: ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ອົງການໄອຍະການ ປະຊາຊົນສູງສຸດ, ກະຊວງການເງິນ, ກະຊວງສຶກສາທິການ ແລະ ກິລາ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ເຊິ່ງພາກສ່ວນດັ່ງກ່າວໄດ້ມາຕອບ ແລະ ແລກປ່ຽນບາງບັນຫາທີ່ຕິດພັນໃນຂັ້ນຫົວໜ່ວຍງົບປະມານຂັ້ນໜຶ່ງເພື່ອຫາທາງແກ້ໄຂຮ່ວມກັນ.

![]() | ![]() |
ພ້ອມດຽວກັນນັ້ນ, ທ່ານ ສຸພາວັນ ພັນທະວິໄລ ຮອງຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນ ໃນນາມປະທານກອງປະຊຸມໄດ້ຮຽກຮ້ອງມາຍັງຜູ້ຕາງໜ້າບັນດາກະຊວງ, ອົງການ, ເອົາໃຈໃສ່ໃນການຄົ້ນຄ້ວາ ແລະ ຖອດຖອນບົດຮຽນໃນການສ້າງແຜນງົບປະມານໄລຍະກາງຮ່ວມກັນ, ແນ່ໃສ່ຮັບປະກັນໃຫ້ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ, ເຊື່ອມຕໍ່ປະສານກັນກັບແຜນງົບປະມານແຫ່ງລັດໃນແຕ່ລະໄລຍະ.
