ໃນວັນທີ 23 ກໍລະກົດ 2025, ໄດ້ຈັດກອງປະຊຸມປັບປຸງກົງຈັດການຈັດຕັ້ງຂະແໜງການເງິນ ແຂວງຊຽງຂວາງ ໂດຍການເປັນປະທານ ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍພະນັກງານຫຼັກແຫຼ່ງພະແນກການກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມທ່ານ ອຸບັນ ສຸພິດາ ຂື້ນເຜີຍແຜ່ບາງເນື້ອໃນນິຕິກໍາສໍາຄັນ ທີ່ຕິດພັນກັບການປັບປຸງກົງຈັກການຈັດຕັ້ງ ແລະ ຜ່ານແຈ້ງການຮັບຮອງຜູ້ທີ່ມີເງືອນໄຂພັກການຮັບອຸດໜູນບໍານານ ຂອງພະນັກງານແນກການເງິນ ແລະ ພະແນກແຜນການ ແລະ ການລົງທຶນ ຂອງແຂວງຈຳນວນ 4 ທ່ານ ພ້ອມນັ້ນທ່ານ ສູນທອນ ພັນມີໄຊ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ປະກາດຮັບຮອງໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນຂອງພະແນກການເງິນແຂວງ. ອີງຕາມມະຕິວ່າດ້ວຍການບົ່ງໂຕ ແຕ່ງຕັ້ງ ຄະນະພັກຮາກຖານພະແນກການເງິນແຂວງ ສະບັບເລກທີ 219/ຄປພຂ, ລົງວັນທີ 22 ກໍລະກົດ 2025 ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າພະແນກການເງິນແຂວງສະບັບເລກທີ 748/ຊຄ, ລົງວັນທີ 22 ກໍລະກົດ 2025 ດັ່ງລຸ່ມນີ້: ເຫັນດີຕົກລົງແຕ່ງຕັ້ງ ອີງຕາມຂໍ້ຕົກລົງ ຂອງເຈົ້າແຂວງໆຊຽງຂວາງ ເລກທີ 749/ຊຂ, ລົງວັນທີ 22 ກໍລະກົດ 2025 ວ່າດ້ວຍການແຕ່ງຕັ້ງ ຫົວໜ້າ ແລະ ຮອງຫົວໜ້າພະແນກການເງິນແຂວງຊຽງຂວາງ; ຕົກລົງແຕ່ງຕັ້ງ 1. ຂະແໜງຈັດຕັ້ງ ແລະ ບໍລິຫານ 1) ທ່ານ ຄໍາພວງ ໃຈລາວົງ ເປັນຫົວໜ້າ ເປັນຮອງ 2) ທ່ານ ນາງ ບົວພັນ ພັນທະວົງ ເປັນຮອງ 3) ທ່ານ ນາງ ບົວຈັນ ເພັດສີຄໍາ ເປັນຮອງ 4) ທ່ານ ສຸລິວົງ ສີລັດມິນາ ເປັນຮອງ 2. ຂະແໜງກວດກາລັດ 1) ທ່ານ ນາງ ບຸດສະດີ ດວງສີດາ ເປັນຫົວໜ້າ 2) ທ່ານ ທອງວັນ ໄມລໍຄໍາ ເປັນຮອງ 3) ທ່ານ ນາງ ຫັດສະດີ ດາລາແສນ ເປັນຮອງ 3. ຂະແໜງງົບປະມານແຫ່ງລັດ 1) ທ່ານ ພອນສະຫວັນ ອຸປະລາວັນ ເປັນຫົວໜ້າ 2) ທ່ານ ພັນທະວົງ ມະນີວົງ ເປັນຮອງ 3) ທ່ານ ນາງ ພອນມາລີ ອຸດທະຈັກ ເປັນຮອງ 4. ຂະແໜງແຜນການ ແລະ ສະຖິຕິ 1) ທ່ານ ຫົງສະຫວັດ ຈິດດາວົງ ເປັນຫົວໜ້າ 2) ທ່ານ ສີພັນດອນ ອຸດທະລັງສີ ເປັນຮອງ 3) ທ່ານ ອຸລາພອນ ພຣະຈັນສິດທິ ເປັນຮອງ 4) ທ່ານ ສີວົງ ລໍເບຼຍຢາວ ເປັນຮອງ 5. ຂະແໜງການຈັດຊື້-ຈັດຈ້າງ ເປັນຫົວໜ້າ 1) ທ່ານ ສີພົມ ແສງວິໄລ ເປັນຫົວໜ້າ 2) ທ່ານ ຄອນສະຫວັນ ທໍາມະວົງ ເປັນຮອງ 3) ທ່ານ ບຸນທະວີ ຢ່າງມົວປາວ ເປັນຮອງ 4) ທ່ານ ເສົາຍະສິດ ໄຊຍະສິດ ເປັນຮອງ 6. ຂະແໜງຄຸ້ມຄອງຊັບສິນແຫ່ງລັດ 1) ທ່ານ ອຸດທະພອນ ອິນທະວົງເປັນຫົວໜ້າ 2) ທ່ານ ນາງ ຄໍາໄຫຼ ຈັນທະວົງ ເປັນຮອງ 3) ທ່ານ ແສງອາລຸນ ທອງມະນີ ເປັນຮອງ 7. ຂະແໜງຄຸ້ມຄອງການບັນຊີ 1) ທ່ານ ນາງ ດວງດີ ດາລາວົງເປັນຫົວໜ້າ 2) ທ່ານ ສຸລິວັນ ວົງທອງຈິດເປັນຮອງ 3) ທ່ານ ນາງ ຄໍາໃສ ຈັນສີດາ ເປັນຮອງ ໃນຕອນທ້າຍ ກອງປະຊຸມ ປະທານກອງປະຊຸມ ຍັງໄດ້ ມີຄຳເຫັນໂອ້ລົມ ໂດຍທ່ານ ໄດ້ເນັ້ນໃຫ້ ບັນດາສະ ຫາຍທີ່ໄດ້ຮັບການແຕ່ງຕັ້ງ ສືບຕໍ່ ປະຕິດວຽກງານ ສືບຕໍ່ພາລະກິດອັນສຳຄັນຂອງຕົນ ຢ່າງມີຄວາມຮັບ ຜິດຊອບສູງ ຕາມພາລະບົດບາດທີ່ຕົນ.
