ໃນວັນທີ 18 ກໍລະກົດ 2025 ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຕ້ອນຮັບຢ່າງອົບອຸ່ນ ໃນການມາ ຢ້ຽມຂ່ຳນັບຂອງ ທ່ານ ໂຣມັນ ບຣໍດອບ (Roman BRODOV) ຮອງປະທານສະພາບໍລິຫານ ທະນາຄານພັດທະນາ ແຫ່ງ ສາທາລະນະລັດ ເບລາຣຸດສ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາເຮັດວຽກຢູ່ ສປປ ລາວ. ໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານພາບລວມຂອງການຮ່ວມມື ລະຫວ່າງ ສປປ ລາວ ແລະ ເບລາຣຸດສ ເຊິ່ງການຮ່ວມມືດັ່ງກ່າວແມ່ນໄດ້ສ້າງຕັ້ງ ຄະນະກຳມາທິການ ຮ່ວມມືສອງຝ່າຍ (JC) ອັນເປັນກົນໄກໜຶ່ງ ທີ່ສໍາຄັນສໍາລັບການສະໜັບສະໜູນ ແລະ ຮ່ວມມືທາງດ້ານເສດຖະກິດ-ການຄ້າ, ພ້ອມທັງມີກົນໄກຈັດກອງ ປະຊຸມຄະນະກໍາມາທິການຮ່ວມມື ລາວ-ເບລາຣຸດສ (JC) ໂດຍຜັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມ. ກອງປະຊຸມດັ່ງກ່າວ ແມ່ນເພື່ອເຈລະຈາ, ສຶກສາຄວາມເປັນໄປໄດ້ຂອງໂຄງການຮ່ວມມືທີ່ສະເໜີນໍາກັນ ແລະ ທົບທວນການຮ່ວມມືທັງສອງຝ່າຍຄືນໂດຍສະເພາະການປຶກສາຫາລື ທິດທາງການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ, ວັດທະນະທໍາ, ທ່ອງທ່ຽວ ແລະ ອື່ນໆ... ເພື່ອໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ໃຫ້ແຕກດອກອອກຜົນ, ພ້ອມທັງຮັບປະກັນໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຂອງ ສປປ ລາວ. ພ້ອມນີ້, ລັດຖະມົນຕີກະຊວງການເງິນ ຂໍສະແດງຄວາມພ້ອມໃນການຮ່ວມມືກັບ ທະນາຄານພັດທະນາ ແຫ່ງ ສາທາລະນະລັດ ເບລາຣຸດສ ເພື່ອສືບຕໍ່ມູນເຊື້ອການຮ່ວມມືທີ່ດີລະຫວ່າງສອງລັດຖະບານຂອງພວກເຮົາ.
