• ກະຊວງການເງິນ
  • |
  • 2025-07-18
  • |
  • ວຽກຮ່ວມມື

        ໃນວັນທີ 18 ກໍລະກົດ 2025, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ໄດ້ຕ້ອນຮັບ ທ່ານ ນາງ ຟາງ ຫົງ (Fang Hong) ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂໍ່ານັບ ເພື່ອປຶກສາຫາລື ກ່ຽວກັບການຮ່ວມມືລະຫວ່າງ ສປປ ລາວ ກັບ ສປ ຈີນ.

ໃນໂອກາດນີ້, ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳລາວ ໄດ້ລາຍງານໝາກຜົນການຮ່ວມມື ລະຫວ່າງສອງຊາດ ລາວ-ຈີນ, ສາຍພົວພັນການຮ່ວມມືຂອງສອງປະເທດ ແມ່ນຈະສືບຕໍ່ໄດ້ຮັບການປັບປຸງ, ພັດທະນາຢ່າງເປັນລະບົບ, ເສີມຂະຫຍາຍເຂົ້າສູ່ລວງເລິກ ແລະ ລວງກວ້າງ, ຮັກສາກົນໄກການເຮັດວຽກ, ປະສານງານ ແລະ ປຶກສາຫາລືຢ່າງໃກ້ຊິດໃຫ້ໄດ້ຮັບໝາກຜົນໃນລະດັບດີຂຶ້ນຢ່າງຕໍ່ເນື່ອງ ລະຫວ່າງສອງປະເທດ ສປປ ລາວ ແລະ ສປ ຈີນ ໃຫ້ມີສາຍພົວພັນອັນດີງາມ, ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການປະກອບສ່ວນທີ່ສໍາຄັນ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາເສດຖະກິດ-ສັງຄົມ.

 

        ໃນໂອກາດດຽວກັນ, ທ່ານລັດຖະມົນຕີກະຊວງການເງິນ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການ ຂະຫຍາຍຕົວຂອງເສດຖະກິດມະຫາພາກຢູ່ ສປປ ລາວ ໃນໄລຍະ 6 ເດືອນ ຕົ້ນປີ 2025 ສະພາບການຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ປ່ຽນແປງຢ່າງໄວວາ ແລະ ຄາດເດົາໄດ້ຍາກ. ພ້ອມດຽວກັນນັ້ນ, ການຂະຫຍາຍ ຕົວທາງດ້ານເສດຖະກິດ ຂອງ ສປປ ລາວ ລວມຍອດຜະລິດຕະພັນພາຍໃນ (GDP) ຄາດຄະເນຈະປະຕິບັດ ໄດ້ 4.5% (ມະຕິສະພາ 4.8% ຂຶ້ນໄປ), ໃນນັ້ນ: ກະສິກຳ ເຕີບໂຕ 3.3% (ມະຕິສະພາ 4.3%); ອຸດສາຫະກຳ ເຕີບໂຕ 4.6% (ມະຕິສະພາ 4.3%); ບໍລິການ ເຕີບໂຕ 4.7% (ມະຕິສະພາ 5.5%); ພາສີ-ອາກອນ ເຕີບໂຕ 4.4% (ມະຕິສະພາ 4.5%).

        ປັດໄຈຕົ້ນຕໍທີ່ຊຸກຍູ້ການເຕີບໂຕ ແມ່ນມາຈາກການທ່ອງທ່ຽວ, ການຜະລິດຂອງຂະແໜງໄຟຟ້າ ແລະ ບໍ່ແຮ່ ແລະ ການກໍ່ສ້າງໂຄງລ່າງພື້ນຖານ, ການຂົນສົ່ງ ແລະ ການຜະລິດພືດ ແລະ ສັດ ທີ່ຕິດພັນກັບການຜະລິດ ຄໍ້າປະກັນສະບຽງອາຫານ ແລະ ການຜະລິດເປັນສິນຄ້າ. ນອກຈາກນີ້ ອັດຕາເງິນເຟີ້ຈະສືບຕໍ່ຫຼຸດລົງຢູ່ໃນ ລະດັບ 8% (ໃນເດືອນ 6/2025) ແລະ ສະເລ່ຍ 6 ເດືອນຕົ້ນປີຈະຢູ່ປະມານ 11% ແລະ ຮອດທ້າຍປີ 2025 ຄາດວ່າ ເງິນເຟີ້ຈະສາມາດບັນລຸໄດ້ຕາມຄາດ ໝາຍທີ່ສະພາແຫ່ງຊາດຮັບຮອງ ໃຫ້ຢູ່ໃນລະດັບ 1 ຕົວເລກໃນທ້າຍປີ 2025.

        ພ້ອມນັ້ນ, ທ່ານ ລັດຖະມົນຕີ ກະຊວງການເງິນ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ສປ ຈີນ ສໍາລັບການຊ່ວຍເຫຼືອ ສປປ ລາວ ໃນປີ 2024 ທີ່ຜ່ານມາ ເພື່ອກະກຽມກອງປະຊຸມອາຊຽນ, ເຊິ່ງປະກອບມີ ພາຫະນະ ຈໍານວນ 77 ຄັນ ມີ: ລົດເກັງ 44 ຄັນ, ລົດຕູ້ VIP 10 ຄັນ, ລົດຕູ້ 15 ຄັນ, ລົດຈິບ 04 ຄັນ, ລົດເມ 16 ບ່ອນນັ່ງ 04 ຄັນ, ລົດກະບະ 04 ຄັນ, ອຸປະກອນໄອທີ ແລະ ອຸປະກອນເຄື່ອງໃຊ້ຂອງສື່ມວນຊົນ (ລວມ ມີກ້ອງຖ່າຍພາບ ແລະ ກ້ອງບັນທຶກວິດີໂອ) ມູນຄ່າ 35 ລ້ານຢວນ ຫຼື ປະມານ 5 ລ້ານ ໂດລາ ສະຫະລັດ.

© 2025 Copyright: ກະຊວງການເງິນ, ສປປ ລາວ