ໃນວັນທີ 17 ກໍລະກົດ 2025 ນີ້, ທີ່ກະຊວງການເງິນ ສປປ ລາວ, ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ (ຄລປ) ກະຊວງການເງິນ ສປປ ລາວ ແລະ ມະຫາວິທະຍາໄລການເງິນ-ການທະນາຄານຮ່າໂນ້ຍ ສສ ຫວຽດນາມ (FBU) ໄດ້ຈັດກອງປະຊຸມພົບປະຮ່ວມປຶກສາຫາລືແລກປ່ຽນຄວາມເປັນໄປໄດ້ຂອງການຮ່ວມມືສອງຝ່າຍເພື່ອໃຫ້ການຊ່ວຍເຫຼືອດ້ານວິຊາການ. ກອງປະຊຸມພົບປະຄັ້ງນີ້ເປັນການແລກປ່ຽນຄວາມເປັນໄປໄດ້ຂອງການຮ່ວມມືສອງຝ່າຍ ທາງດ້ານວິຊາການເປັນຕົ້ນ: ແຜນຄວາມຕ້ອງການຊ່ວຍເຫຼືອທາງດ້ານວິຊາການ, ເພື່ອຊຸກຍູ້ແຜນວຽກຈຸດສຸມຂອງກົມ ຄລປ ໃນການຊ່ວຍໃຫ້ການປຶກສາການສ້າງນິຕິກຳ, ຄູ່ມືນໍາໃຊ້ລະບຽບການປະເມີນຜົນວິສາຫະກິດລັດລົງທຶນ ແລະ ການປະເມີນຜົນຜູ້ບໍລິ ຫານຝ່າຍລັດໃນວິສາຫະກິດລັດລົງທຶນ ໂດຍສະເພາະການກຳນົດຕົວຊີ້ວັດໃຫ້ລະອຽດ ແລະ ຊັດເຈນ; ຊ່ວຍໃຫ້ຄໍາປຶກ ສາໃນການສ້າງນິຕິກຳຄູ່ມືການບໍລິຫານວິສາຫະກິດລັດລົງທຶນ ໂດຍສະເພາະຫຼັກການຄຸ້ມຄອງ-ບໍລິຫານທຸລະກິດທີ່ດີ-Good Corporate Governance, ລະບຽບການກຳນົດໝາຍລາຍຈ່າຍຂອງລັດວິສາຫະກິດ ແລະ ລະບຽບການຄຸ້ມຄອງລົດຂອງລັດວິສາຫະກິດ; ຊ່ວຍສະໜອງການຝຶກອົບຮົມໃຫ້ຜູ້ບໍລິຫານວິສາຫະກິດລັດລົງທຶນ (ສະພາບໍລິຫານ, ອໍານວຍການ) ໃຫ້ມີຄວາມເປັນມືອາຊີບໃນການບໍລິຫານວິສາຫະກິດລັດລົງທຶນ; ຊ່ວຍສະໜອງການຝຶກອົບຮົມໄລຍະສັ້ນດ້ານບັນຊີ-ການເງິນ, ວິໄຈການເງິນໃຫ້ພະນັກງານຂອງກົມ ຄລປ ແລະ ວິສາຫະກິດລັດລົງທຶນ; ຍົກລະດັບການສຶກສາໃຫ້ພະນັກງານຂອງກົມ ຄລປ ເພື່ອບັນລຸເປົ້າໝາຍທີ່ວາງໄວ້.
ໂດຍຕາງໜ້າຂອງທ່ານ ໄພທູນ ທ່ຽງລະໄມ ຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ກະຊວງການເງິນ ສປປ ລາວ ແລະ ທ່ານ ຮອງ ສຈ. ປອ ບຸ່ຍ ຊວັນ ບ່ຽນ ປະທານສະພາບໍລິຫານມະຫາວິທະຍາໄລການເງິນ-ການທະນາຄານຮ່າໂນ້ຍ ສສ ຫວຽດນາມ, ມີຄະນະກົມ ຄລປ ກະຊວງການເງິນ, ຄະນະອຳນວຍການ, ຄະນະວິຊາການຈາກມະຫາວິທະຍາໄລການເງິນ-ການທະນາຄານຮ່າໂນ້ຍ ສສ ຫວຽດນາມ, ຄະນະພະແນກ, ພ້ອມດ້ວຍພະນັກງານວິຊາການທັງສອງພາກສ່ວນເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້, ໄດ້ແລກປ່ຽນຄວາມຄິດຄວາມເຫັນຢ່າງກົງໄປກົງມາຢ່າງສ້າງສັນ, ເຊິ່ງເປັນການຮ່ວມມືທີ່ດີ,ແໜ້ນແຟ້ນ, ກ່ຽວກັບໃນວຽກງານຄຸ້ມຄອງວິສາຫະກິດລັດລົງທຶນລວມທັງວຽກງານອື່ນໆຂອງກົມ ຄລປ. ທັງນີ້, ເພື່ອຊ່ວຍຊຸກຍູ້ວຽກງານສໍາຄັນໂດຍສະເພາະວຽກງານໃຫ້ຄຳປຶກສາການສ້າງນິຕິກຳ, ຄູ່ມີປະເມີນ, ທັງເປັນການຍົກລະດັບຄວາມອາດສາມາດໃຫ້ແກ່ພະນັກງານຂອງກົມ ຄລປ ນໍາອີກດ້ວຍ.
