ໃນວັນທີ 14 ກໍລະກົດ 2025 ກະຊວງການເງິນ ໄດ້ຈັດກອງປະຊຸມວິຊາການ ທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກຮ່ວມກັນລະຫວ່າງ ກະຊວງການເງິນ ແລະ ທະນາຄານແຫ່ງ ສປປລາວ (ທຫລ) ໂດຍການເປັນປະທານຮ່ວມ ຂອງທ່ານ ວິໄລພອນ ປຸ້ຍດວງແກ້ວ ຮອງຫົວໜ້າຫ້ອງການ ກະຊວງການເງິນ ແລະ ທ່ານ ນາງ ເພັດສະໝອນ ແສງຈັນ ຮອງຫົວໜ້າຫ້ອງການທະນາຄານແຫງ ສປປ ລາວ ມີ ບັນດາຫົວໝ້າກົມ ກະຊວງການເງິນ ແລະ ຫົວໜ້າ ກົມ ທະນາຄານແຫງ ສປປ ລາວ ພ້ອມດ້ວມແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມພົບປະແລກປ່ຽນຂອງສອງຝ່າຍຄັ້ງນີ້ເພື່ອທົບທວນ ແລະ ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານ ທີ່ທັງສອງຂະແໜງການໄດ້ເອກະພາບຮ່ວມກັນຕາມເນື້ອໃນບົດບັນທຶກ ຄັ້ງທີ 05 ພ້ອມທັງສືບຕໍ່ ປຶກສາຫາລືວຽກງານທີ່ຍັງບໍ່ທັນສຳເລັດ ແລະ ຂໍ້ສະເໜີຊຶ່ງປະກອບມີ: ກົມວິຊາການ ທຫລ ສະເໜີບັນຫາຂໍ້ຄົງຄ້າງດານຈັດຕັ້ງປະຕິບັດບົດບັນທຶກ ກອງປະຊຸມພົບປະ 2 ຝ່າຍ ຄັ້ງທີ 05 ແລະ ວຽກງານຂໍ້ຄົງຄ້າງຕາມບົດບັນທຶກກອງປະຊຸມ ໄລຍະຜ່ານມາ ເປັນຕົ້ນແມ່ນ ກຸ່ມວຽກໜີ້ສິນຂອງ ກະຊວງການເງິນ ຕໍ່ ທະນາຄານແຫ່ງ ສປປ ລາວ, ວຽກຄຸ້ມຄອງເງິນຕາຕ່າງປະເທດ, ວຽກຮ່ວມມືສາກົນ, ວຽກນິຕິກຳ ແລະ ຂໍ້ມູນຂ່າວສານ ຈາກນັ້ນຈຶ່ງ ໃຫ້ບັນດາກົມກ່ຽວຂ້ອງນຳສະເໜີ. ໂອກາດນີ້ ທ່ານ ວິໄລພອນ ປຸ້ຍດວງແກ້ວ ຮອງຫົວໜ້າຫ້ອງການ ກະຊວງການເງິນ ຍັງຮຽກຮ້ອງໃຫ້ບັນດກົມກ່ຽວຂ້ອງ ເປັນເຈົ້າການໃນການນຳສະເໜີ ບັນຫາທີ່ພົບເຫັນຕົວຈິງໃນການຈັດຕັ້ງປະຕິບັດວຽກງານຂອງຕົນ ເພື່ອເປັນການແລກ ຊອກຫາວິທີແກ້ໄຂ, ກຳນົດບັນດາວິທີການ ແລະ ມາດຕະການໃນການປັບປຸງ ເຮັດໃຫ້ມີຄວາມ ເຂົ້າໃຈທີ່ຈະແຈ້ງ ແລະ ມີຄວາມເປັນເອກະພາບກັນ ຕໍ່ບັນຫາທີ່ຍົກຂື້ນ ເພື່ອພ້ອມກັນປັບປຸງ ແລະ ແກ້ໄຂວຽກງານດີຂື້ນ.
